leftcenterrightdel
ນັກວິສາວະກອນຫວຽດນາມ 116 ຄົນໄດ້ຮັບໃບຢ້ັງຢືນນັກວິສາວະກອນວິຊາການອາຊຽນ 2020. ພາບ: vusta.vn.

ຕາມນັ້ນແລ້ວ, ແຕ່ປີ 2004 ມາຮອດປະຈຸບັນ, ສະພາຈົດທະບຽນນັກວິສາວະກອນອາຊຽນຂອງຫວຽດນາມ ໄດ້ດໍາເນີນການຈົດທະບຽນນັກວິສາວະກອນອາຊຽນ ໃຫ້ນັກວິສາວະກອນ 322 ຄົນທີ່ຂຶ້ນກັບຫຼາຍອາຊີບທີ່ແຕກຕ່າງກັນ, ຄື: ໄຟຟ້າ, ເອເລັກໂຕນິກໂທລະຄົມ, ກົນຈັກ, ເຕັກໂນໂລຢີຂໍ້ມູນຂ່າວສານ. ປີ 2020, ຄະນະຈົດທະບຽນນັກວິສາວະກອນອາຊຽນໄດ້ຮັບຮອງນັກວິສາວະກອນຫວຽດນາມ 116 ຄົນແມ່ນນັກວິສາວະກອນວິຊາການອາຊຽນ. ນີ້ແມ່ນຕົວເລກສູງສຸດຂອງ ຫວຽດນາມ ນັບແຕ່ກອນມາຮອດປະຈຸບັນ, ຜ່ານນັ້ນສ້າງກໍາລັງໜູນພັດທະນາຊັບພະຍາກອນມະນຸດ, ພິເສດແມ່ນຊັບພະຍາກອນມະນຸດມີຄຸນນະພາບສູງຢູ່ຫວຽດນາມ.

ໂດຍ: ກວຽດເຕີມ