leftcenterrightdel
ພາບປະກອບຈາກ vtv.vn.

ລະອຽດແມ່ນໃນໄຕມາດທີ II ຜ່ານມາ, ບໍລິສັດ Navigos Search ຮັບຮູ້ວ່າ ບັນດາບໍລິສັດຂອງຍີ່ປຸ່ນ ທີ່ຫາກໍ່ສ້າງຕັ້ງຢູ່ຫວຽດນາມ ນັ້ນຍັງບໍ່ທັນເຄື່ອນໄຫວໄດ້ເທື່ອ ຍ້ອນຖືກຜົນສະທ້ອນຈາກເຊື້ອພະຍາດໂຄວິດ-19. ໃນສະພາບການຜະລິດ ແລະດໍາເນີນທຸລະກິດປະສົບຄວາມຫຍຸ້ງຍາກ, ປະຈຸບັນ ບາງບໍລິສັດພວມນໍາໃຊ້ນະໂຍບາຍຫຼຸດເວລາເຮັດວຽກ, ຫຼຸດເງິນເດືອນ ຫຼື ປັບປຸງບຸກຄະລາກອນຄືນໃໝ່. ໃນປະຈຸບັນ ບັນດາບໍລິສັດຍີ່ປຸ່ນ ຍັງບໍ່ມີແຜນການເປີດກວ້າງ ແລະພຽງແຕ່ສຸມໃສ່ການຮັກສາກົງຈັກການຈັດຕັ້ງ, ບຸກຄະລາກອນ, ຮັບສະໝັກບຸກຄະລາກອນມາປ່ຽນແທນເມື່ອມີເຫດການເກີດຂຶ້ນ.

ເຖິງຢ່າງໃດກໍ່ຕາມ, ຕາມບໍລິສັດ Navigos Search ແລ້ວ, ໃນໄຕມາດ IV/2020 ຈະມີບັນດາການຜັນແປຢ່າງເຫັນໄດ້ຊັດໃນການຫັນປ່ຽນລົງທຶນ, ຈາກນັ້ນຈະມີຜົນສະທ້ອນໃຫຍ່ເຖິງຄວາມຕ້ອງການຮັບສະໝັກຂອງວິສາຫະກິດຈໍານວນໜຶ່ງ. ພິເສດ,  ໃນເຄິ່ງທ້າຍປີນີ້ຈະມີນັກລົງທຶນຍີ່ປຸ່ນຫຼາຍຄົນຈະຍ້າຍໂຮງງານໄປຕັ້ງຢູ່ຫວຽດນາມ. ຄາດຄະເນວ່າ ບັນດານັກລົງທຶນໃໝ່ຈະສຸມໃສ່ເຂົ້າໃນເຂດອຸດສາຫະກໍາທັງລອງ 3 ຂຶ້ນກັບແຂວງວິ້ງຟຸກ ແລະເຂດອຸດສາຫະກໍາດົ່ງວັນ 3 ຂຶ້ນກັບແຂວງຮ່ານາມ.

ໂດຍ: ຈາງຫງວຽນ