ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຢືນຢັນວ່າ ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 22 ມີນາ 1955 ເພື່ອແນໃສ່ຕອບສະໜອງບັນດາໜ້າທີ່ໃໝ່ຂອງການປະຕິວັດ, ສືບທອດພາລະກິດອັນສະຫງ່າລາສີຂອງພັກກອມມູນິດອິນດູຈີນ. ການກຳເນີດຂອງພັກປະຊາຊົນປະຕິວັດລາວ ແມ່ນເຫດການທີ່ຂີດໝາຍບາດລ້ຽວສໍາຄັນໃນປະຫວັດສາດການປະຕິວັດລາວ. ພາຍຫຼັງການສ້າງຕັ້ງ, ພັກປະຊາຊົນປະຕິວັດລາວ ໄດ້ວາງອອກໜ້າທີ່ປະຕິວັດໃນຕໍ່ໜ້າແມ່ນ “ສາມັກຄີນໍາພາທົ່ວປວງຊົນສູ້ຊົນສໍາເລັດພາລະກິດປົດປ່ອຍຊາດ, ກໍ່ສ້າງປະເທດລາວ ສັນຕິພາບ, ປະຊາທິປະໄຕ, ເອກະພາບ ແລະເອກະລາດ”. ໃນຕະຫຼອດໄລຍະການເຄື່ອນໄຫວປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ນຳພາປະຊາຊົນລາວ ບັນດາເຜົ່າຕໍ່ສູ້ຍາດເອົາເອກະລາດ, ປົດປ່ອຍຊາດ, ເປີດເສັ້ນທາງພັດທະນາປະເທດຊາດ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໃນໄລຍະ 70 ປີຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ຄົ້ນຄວ້າ, ຊອກຫາແນວທາງທີ່ເໝາະສົມກັບສະພາບການຕົວຈິງຂອງປະເທດໃນແຕ່ລະໄລຍະລະອຽດ. ພິເສດແມ່ນນັບແຕ່ປີ 1986 ເປັນຕົ້ນມາ, ພັກປະຊາຊົນປະຕິວັດລາວ ໄດ້ກຳແໜ້ນສະພາບການຕົວຈິງຂອງປະເທດ, ຄົ້ນຄວ້າ ແລະຖອດຖອນບົດຮຽນຈາກສາກົນ, ວາງອອກແນວທາງທີ່ຖືກຕ້ອງ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ສືບຕໍ່ກໍ່ສ້າງ ແລະປັບປຸງລະບອບປະຊາທິປະໄຕປະຊາຊົນ; ກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ເຕົ້າໂຮມກຳລັງແຮງຄວາມສາມັກຄີຂອງທົ່ວປວງຊົນທັງຊາດເພື່ອປົກປັກຮັກສາ, ສ້າງສາ ແລະພັດທະນາລະບອບໃໝ່...

ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ ມີຄວາມປິຕິຍິນດີເປັນຢ່າງຍິ່ງ, ຕີລາຄາສູງ ແລະຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງທີ່ພັກປະຊາຊົນປະຕິວັດລາວ ບັນລຸໄດ້ໃນໄລຍະ 70 ປີຜ່ານມາ. ຜົນງານຂອງພັກປະຊາຊົນປະຕິວັດລາວ ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງຕໍ່ພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດລາວ ເທົ່ານັ້ນ, ຫາກຍັງແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ.

ພັກ, ລັດ ແລະປະຊາຊົນຫວຽດນາມ ສະໜັບສະໜູນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່ຢູ່ລາວ ຢ່າງ​ແຮງ ແລະເຊື່ອໝັ້ນວ່າ ເສີມຂະຫຍາຍມູນເຊື້ອປະຕິວັດອັນສະຫງ່າລາສີ, ສືບທອດມູນເຊື້ອອັນດີງາມຂອງລຸ້ນກ່ອນ ແລະເສີມຂະຫຍາຍບັນດາຜົນງານທີ່ຍາດມາໄດ້, ພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງຈະສືບຕໍ່ຍາດໄດ້ຜົນງານໃໝ່, ຍິ່ງໃຫຍ່ກວ່າອີກໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນສຳເລັດຜົນ, ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນຕົ້ນປີ 2026; ກໍ່ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະຈະເລີນຮຸ່ງເຮືອງຕາມເປົ້າໝາຍສັງຄົມນິຍົມ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ສອງປະເທດຫວຽດນາມ ແລະລາວ ພາກພູມໃຈເມື່ອເຫັນວ່າ, ພ້ອມກັບຜົນງານສຳຄັນທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ບັນລຸໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານທີ່ຫາຍາກໃນໂລກລະຫວ່າງ ຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກກໍ່ຕັ້ງ, ຝຶກ​ຝົນຫຼໍ່ຫຼອ​ມ ແລະການນໍາສອງພັກ, ສອງລັດ ແລະປະຊາຊົນສອງປະເທດເພີ່ມພູນຄູນສ້າງ, ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ