ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 400 ກິໂລແມັດ, ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ຂອງແຂວງຄຳມ່ວນ ໄດ້ຮັບການກໍ່ສ້າງແຕ່ປີ 2024 ໃນເນື້ອທີ່ເກືອບ 3.500 ຕາແມັດ, ດ້ວຍຂະໜາດ 19 ຫ້ອງ, ທີ່ປະກອບອຸປະກອນຢ່າງຄົບຖ້ວນໃຫ້ຫ້ອງຮຽນທິດສະດີ 11 ຫ້ອງ, ຫ້ອງປະຕິບັດງານ, ຫໍສະໝຸດ 1 ຫ້ອງ ແລະບັນດາກິດຈະກຳຍ່ອຍ. ລວມຍອດຈຳນວນທຶນ 25 ຕື້ດົ່ງ.

ນັບແຕ່ເຂົ້າສູ່ການເຄື່ອນໄຫວ, ໂຮງຮຽນໄດ້ສຸມໃສ່ການສອນ - ການຮຽນ, ພິເສດແມ່ນຮັກສາພາສາຫວຽດ ໃຫ້ລູກຫຼານຊາວຫວຽດນາມ ຢູ່ຕ່າງປະເທດ ແລະລາວ ແນໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະຄວາມຕ້ອງການອັນຈຳເປັນຂອງຊາວຫວຽດນາມ ຢູ່ຕ່າງປະເທດ ກໍ່ຄືຄວາມມຸ່ງມາດປາດຖະໜາຂອງລູກຫຼານຊາວຫວຽດນາມ ຢູ່ແຂວງຄໍາມ່ວນ ເວົ້າສະເພາະ ແລະນັກຮຽນຂອງແຂວງເວົ້າລວມ.

leftcenterrightdel
ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ແຂວງຄຳມ່ວນ. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນກັບນັກຂ່າວຢູ່ ລາວ, ທ່ານນາງ ຫງວຽນທິເທືອງ, ຮອງອະທິການບໍດີໂຮງຮຽນ ໃຫ້ຮູ້ວ່າ ນີ້ແມ່ນສົກຮຽນທຳອິດ. ໂຮງຮຽນມີພະນັກງານ, ຄູ-ອາຈານ ທັງໝົດ 28 ຄົນ ແລະນັກຮຽນ 355 ຄົນ, ໃນນັ້ນ ເດັກນ້ອຍຫວຽດນາມ ກວມປະມານ 46%, ສ່ວນຍັງເຫຼືອແມ່ນນັກຮຽນລາວ. ທຸກໆອາທິດ, ນັກຮຽນຈະໄດ້ຮຽນພາສາຫວຽດນາມ 4 ຊົ່ວໂມງຮຽນ ແລະ ເຂົ້າຮ່ວມການເຄື່ອນໄຫວນອກຫຼັກສູດໂດຍໂຮງຮຽນຈັດຂື້ນ ເຊັ່ນ: ວັນນະສິນ, ກິລາ, ກາຍຍະກຳ...

ທ່ານນາງ ຫງວຽນທິເທືອງ, ສະແດງຄວາມປາດຖະໜາວ່າ ໂຮງຮຽນບໍ່ພຽງແຕ່ແມ່ນບ່ອນສຶກສາເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ເພື່ອຮັກສາ ແລະເຜີຍແຜ່ອະລິຍະທຳທຳອັນດີງາມທີ່ມີມາ ນັບພັນປີຂອງ ຫວຽດນາມ ເຖິງປະເທດລ້ານຊ້າງທີ່ສວຍງາມອີກດ້ວຍ. ຄູອາຈານແຕ່ລະຄົນຢູ່ທີ່ນີ້ແມ່ນ “ທູດ” ແຫ່ງນໍ້າໃຈມິດຕະພາບ, ຍາມໃດກໍ່ສຸດຈິດສຸດໃຈ ເພີ່ມພູນຄູນສ້າງ ແລະເສີມສ້າງນໍ້າໃຈມິດຕະພາບຫວຽດນາມ - ລາວ ທີ່ບໍລິສຸດຜຸດຜ່ອງ.

ໃນບໍລິເວນກວ້າງຂວາງ, ດ້ວຍຕຶກອາຄານ 3 ຊັ້ນທີ່ອອກແບບທັນສະໄໝ ພ້ອມຫຼັງຄາມຸງດິນຂໍສີແດງສົດໃສນັ້ນສຽງຫັດອ່ານ ຂອງພວກນັກຮຽນໃນຊົ່ວໂມງຮຽນພາສາຫວຽດ ດັງກ້ອງກັງວານ. ອາຈານ ເດົ້າທິເລຫາຍ, ຄູສອນແຂວງກວາງບິ່ງ ທີ່ ໄດ້ຈັດໄປສອນຢູ່ລາວແຕ່ປີ 2019 ໃຫ້ຮູ້ວ່າ ລູກຫຼານຊາວຫວຽດນາມ ຢູ່ລາວມີຫຼາຍຄົນ, ດັ່ງນັ້ນນາງຢາກປະກອບສ່ວນເລກໆນ້ອຍໆຂອງຕົນໃນການຮັກສາ ແລະເຜີຍແຜ່ພາສາຫວຽດ ເຖິງພວກນ້ອງ ກໍ່ຄືບັນດານັກຮຽນລາວທີ່ນິຍົມພາສາຫວຽດ.

leftcenterrightdel
ອາຈານ ເດົ້າທິເລຫາຍ, ຄູສອນແຂວງ ກວາງບິ່ງ ທີ່ໄດ້ຈັດໄປສອນ ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ແຕ່ປີ 2019, ແບ່ງປັນຄວາມສະເທື່ອນໃຈເມື່ອໄດ້ໄປສອນພາສາຫວຽດຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ເຊັ່ນດຽວກັນກັບອາຈານ ຫາຍ, ອາຈານ ດິງທິເທີມ ກໍ່ປາດຖະໜາຢາກໄດ້ສອນໄລຍະຍາມຢູ່ໂຮງຮຽນ ເພື່ອຮັກສາ ແລະເສີມຂະຫຍາຍຮີດຄອງປະເພນີພາສາຫວຽດນາມ ໃຫ້ນັກຮຽນຫວຽດນາມ ແລະລາວ. ຕາມບັນດາຄູອາຈານແລ້ວ, ນັກຮຽນຂອງໂຮງຮຽນທັງໄດ້ຮ່ຳຮຽນຕາມຫຼັກສູດສຶກສາຂອງລາວ, ທັງໄດ້ຮຽນພາສາຫວຽດນາມ ເພື່ອຮູ້ກົກເຄົ້າເຫງົ້າກໍວັດທະນະທຳ, ປະຫວັດສາດອັນຍາວນານ ກໍຄືມູນເຊື້ອຮັກຊາດຂອງຊາວ ຫວຽດນາມ, ຜ່ານນັ້ນ ຊ່ວຍເຂົາເຈົ້າສືບຕໍ່ຄວາມໄຝ່ຝັນໃນອະນາຄົດ ແລະກາຍເປັນພົນລະເມືອງທີ່ມີປະໂຫຍດຂອງສັງຄົມຂອງສອງປະເທດ.

ນັກຮຽນ ຟ້າມກວາງເຟືອກ (ອາຍຸ 10 ປີ), ລູກຫຼານຊາວຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ ແລະເປັນນັກຮຽນ ມ5 ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ທົ໋ງເຍີດ ໃຫ້ຮູ້ວ່າ ນ້ອງມັກຮຽນພາສາຫວຽດ ແທ້ໆ, ສະນັ້ນ ພາຍຫຼັງຮຽນຈົບມັດທະຍົມຕອນປາຍຢູ່ລາວແລ້ວ ນ້ອງຈະສືບຕໍ່ໄປຮຽນຢູ່ຫວຽດນາມ.

leftcenterrightdel
ນັກຮຽນ ຟ້າມກວາງເຟືອກ ແບ່ງປັນຄວາມຮູ້ສຶກເມື່ອຮຽນພາສາຫວຽດ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບອະນາຄົດຂອງໂຮງຮຽນມັດທະຍົມຕົ້ນ ທົ໋ງເຍີດ, ສະມາຄົມຊາວຫວຽດນາມ ແຂວງຄຳມ່ວນ ໄດ້ວາງອອກເປົ້າໝາຍຈະສືບຕໍ່ຍົກສູງຄຸນນະພາບການສຶກສາ ແລະເປີດກວ້າງຂະໜາດ, ຕັ້ງໃຈສອນດີ-ຮຽນເກັ່ງ ແລະ ສ້າງໂຮງຮຽນໃຫ້ນັບມື້ນັບໃຫ້ໝັ້ນຄົງເຂັ້ມແຂງ ແລະພັດທະນາຮອບດ້ານ. ນອກນັ້ນ, ນີ້ກໍ່ແມ່ນສະຖານທີ່ສຶກສາກໍ່ສ້າງນັກຮຽນເກັ່ງລຸ້ນຕ່າງໆງ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຫວຽດນາມ ແລະລາວ ໃຫ້ຈະເລີນຮຸ່ງເຮືອງ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ໂດຍ: ທະນາພອນ