ນອກຈາກລະບົບການແພດແລ້ວ, ຍັງມີສຸກສາລາສຸຂາພິບານປະຊາຊົນ ແລະການແພດທະຫານ-ປະຊາຊົນ, ໂຮງໝໍເສນາຮັກຄະນະເສດຖະກິດປ້ອງກັນຊາດ 92 (ຂອງທະຫານເຂດ 4) ຕັ້ງທັບໃນບໍລິເວນເມືອງ ພ້ອມກັນເຂົ້າຮ່ວມໜູນຊ່ວຍການຮັກສາສຸຂະພາບໃຫ້ປະຊາຊົນປະເທດເພື່ອນມິດລາວ.

ຢູ່ສູນການແພດເມືອງອາເລື໊ອຍ, ເກືອບທຸກໆອາທິດ2ລ້ວນມີຄົນເຈັບຈາກລາວ ມາປິ່ນປົວ. ໃນນັ້ນ, ຂະແໜງພາຍໃນສັງລວມ-ເດັກແມ່ນບ່ອນຕ້ອນຮັບຄົນເຈັບຊາວລາວຫຼາຍທີ່ສຸດ. ປີນີ້ອາຍຸ 64 ປີ, ຄົນເຈັບ ກີ່ງທ້ຽວ (ອາໄສຢູ່ເມືອງສະໝ້ວຍ, ແຂວງສາລະວັນ) ມີບັນຫາສຸຂະພາບຫຼາຍຢ່າງ, ຄື: ພະຍາດເບົາຫວານ ໄລຍະ 2, ລຳໄສ້ແກ່, ຫຼອດລົມອັກເສບ... ເພື່ອໄປຮອດສູນການແພດເມືອງອາເລື໊ອຍ, ທ່ານ ທ້ຽວ ຂໍຄວາມຊ່ວຍເຫຼືອນຳຊາວບ້ານສອງຄົນພາຂີ່ລົດຈັກໄປສົ່ງ. ຝົນຕົກໜັກ ແລະຖະໜົນຫົນທາງກໍ່ບໍ່ດີສະນັ້ນເສຍເວລາມື້ໜຶ່ງຈຶ່ງໄປຮອດເມືອງອາເລື໊ອຍ. ທ່ານ ທ້ຽວ ໃຫ້ຮູ້ວ່າ: “ຂ້າພະເຈົ້າ ເຊື່ອໝັ້ນຕໍ່ການແຮກສ່ຽວອ້າຍນ້ອງຂອງເມືອງອາເລື໊ອຍ ແລະເມືອງສະໝ້ວຍຫຼາຍຈົນໄດ້ມາປິ່ນປົວຢູ່ທີ່ນີ້. ຮາກຖານຢູ່ທີ່ນີ້ແມ່ນສະອາດ, ແພດໝໍຍັງເອົາໃຈໃສ່ດູແລດີ. ຂ້າພະເຈົ້າ ນອນໂຮງໝໍພຽງແຕ່ສອງສາມມື້, ກໍ່ຮູ້ສຶກດີຂຶ້ນແລ້ວ”.

leftcenterrightdel
ກວດ ແລະປິ່ນປົວພະຍາດໃຫ້ຄົນເຈັບຊາວລາວ ຢູ່ສູນການແພດເມືອງອາເລື໊ອຍ. ພາບ: cand.com.vn

ຂ່າວດີສໍາລັບຍາດຕິພີ່ນ້ອງທີ່ຢູ່ບ້ານລາວ, ບໍ່ວ່າຈະມີສັນຊາດຫວຽດນາມ ຫຼືບໍ່ມີກໍ່ຕາມບັນດາທ້ອງຖິ່ນຢູ່ເມືອງອາເລື໊ອຍ ຍັງສ້າງທຸກເງື່ອນໄຂໃຫ້ປະຊາຊົນແຕ່ລະຄົນໄດ້ກວດ ແລະປິ່ນປົວພະຍາດ. ທ່ານນາງ ການຣົນ ເວົ້າດ້ວຍຄວາມຕື້ນຕັນໃຈວ່າ: “ເມື່ອປະຊາຊົນເຈັບປ່ວຍ, ເຂົາເຈົ້າໄປສຸກສາລາຕາແສງ, ຫຼືເມື່ອເຈັບໜັກ, ເຂົາເຈົ້າໄປສຸກສາລາເມືອງອາເລື໊ອຍ ລ້ວນແຕ່ໄດ້ກວດ ແລະໄດ້ຮັບຢາ, ໄດ້ປິ່ນປົວຈາກແພດໝໍ. ໃນຊຸມວັນທີ່ນອນປິ່ນປົວຢູ່ໂຮງໝໍ, ພໍ່ແມ່ປະຊາຊົນຍັງໄດ້ຮັບການໜູນຊ່ວຍການກິນດື່ມ, ມີອາຫານໃຫ້ກິນທຸກຄາບ”.

ແພດສະເພາະຂະແໜງ I ໂຮ່ແທັງເລ, ຂະແໜງພາຍໃນສັງລວມ-ເດັກ, ສຸກສາລາເມືອງອາເລື໊ອຍ ໃຫ້ຮູ້ວ່າ ຫຼອດລົມອັກເສບ, ພະຍາດເບົາຫວານ... ແມ່ນພະຍາດທີ່ພົບເຫັນເລື້ອຍໆໃນຄົນເຈັບຜູ້ສູງອາຍຸຂອງລາວ. ໃນຂະນະນັ້ນ, ເດັກນ້ອຍລາວ ມັກຈະຂາດສານອາຫານ, ຖອກທ້ອງ... ບໍ່ພຽງແຕ່ໄດ້ຮັບການປິ່ນປົວ ແລະເບິ່ງແຍງດູແລຄືກັບຊາວຫວຽດນາມ ເທົ່ານັ້ນ, ບັນດາແພດໝໍຍັງໃຫ້ຄຳປຶກສາດ້ານສຸຂະພາບ, ລະບອບການດຳລົງຊີວິດເພື່ອໃຫ້ພໍ່ແມ່ປະຊາຊົນສາມາດດູແລຕົນເອງເມື່ອອອກໂຮງໝໍກັບເມືອບ້ານ. ສຳລັບກໍລະນີເຈັບປ່ວຍໜັກທີ່ບໍ່ສາມາດໄປປິ່ນປົວເອງໄດ້, ທາງໂຮງໝໍເສນາຮັກຂອງຄະນະເສດຖະກິດປ້ອງກັນຊາດ 92 (ຂຶ້ນກັບທະຫານເຂດ 4) ໄດ້ໄປຮອດເຮືອນຄົນເຈັບປິ່ນປົວໃຫ້ເບື້ອງຕົ້ນ ແລະນໍາສົ່ງຄົນເຈັບໄປປິ່ນປົວໂດຍກົງຢູ່ສູນການແພດເມືອງອາເລື໊ອຍ...

ຕາມແພດສະເພາະຂະແໜງ II ໂຮ່ແບ໊ກທັ໊ງ ຫົວໜ້າສູນການແພດເມືອງອາເລື໊ອຍ ແລ້ວ ໃຫ້ຮູ້ວ່າ ປີ 2024 ການກວດ ແລະປິ່ນປົວຄົນເຈັບຊາວລາວ ແມ່ນມີ 400 ກວ່າຄົນ, ເພີ່ມຂຶ້ນ 150% ເມື່ອທຽບໃສ່ປີ 2023. ຄົນເຈັບທັງໝົດນອກຈາກຈະຍົກເວັ້ນຄ່າປິ່ນປົວຢູ່ໂຮງໝໍ 100% ແລ້ວ, ຍັງໄດ້ຮັບການໜູນຊ່ວຍອາຫານໃນແຕ່ລະຄາບ ແລະເຄື່ອງໃຊ້ໃນການດໍາລົງຊີວິດລວມທັງຜູ້ເບິ່ງແຍງໃນຄອບຄົວ. ການກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ຊາວລາວ ແມ່ນໜຶ່ງໃນນະໂຍບາຍເຊິ່ງນະຄອນເຫວ້ ໄດ້ເອົາໃຈໃສ່ເປັນພິເສດ. ສະເພາະເມືອງອາເລື໊ອຍ ພຽງແຫ່ງດຽວ, ແຕ່ລະປີໄດ້ຈັດສັນງົບປະມານກວ່າ 300 ລ້ານດົ່ງເພື່ອກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນລາວ.

ການນຳເມືອງອາເລື໊ອຍ ໃຫ້ຮູ້ຕື່ມອີກວ່າ ນອກຈາກການໜູນຊ່ວຍດ້ານສະບຽງອາຫານ ແລ້ວ; ໃນແຕ່ລະປີ, ໃນໂອກາດວັນບຸນ, ບຸນເຕັດ... ຄະນະຜູ້ແທນການນຳພັກ, ລັດຖະບານ, ກະຊວງປ້ອງກັນປະເທດ, ທະຫານເຂດ 4, ຕຳຫຼວດນະຄອນເຫວ້... ໄດ້ຈັດຕັ້ງການຢ້ຽມຢາມ, ກວດ, ປິ່ນປົວພະຍາດ, ມອບຂອງຂວັນໃຫ້ປະຊາຊົນທີ່ຢູ່ບ້ານຕິດກັບຊາຍແດນຫວຽດນາມ, ລາວ.

ທ່ານ ຫງວຽນວັນຫ໋າຍ ຮອງປະທານຄະນະກຳມະການປະຊາຊົນເມືອງອາເລື໊ອຍ ແບ່ງປັນວ່າ  ເມືອງອາເລື໊ອຍ ຫວັງວ່າໃນໄວໆນີ້ຈະມີນະໂຍບາຍໃຫ້ຄົນເຈັບທີ່ເປັນຄົນລາວ ໄດ້ເຂົ້າຮ່ວມການປະກັນສຸຂະພາບຄ້າຍຄືກັບຊາວຫວຽດນາມ, ພ້ອມທັງນະຄອນເຫວ້ ກໍ່ຈະເປີດກວ້າງບໍລິເວນບັນດາບ້ານຂອງລາວ ທີ່ໄດ້ຮັບການໜູນຊ່ວຍດ້ານການແພດຢູ່ສູນການແພດເມືອງອາເລື໊ອຍ. ນອກຈາກຂົງເຂດຮ່ວມມືທີີມີປະສິດທິຜົນສູງແລ້ວ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນທີ່ຢູ່ຕິດກັບຊາຍແດນລະຫວ່າງນະຄອນເຫວ້ ແລະສອງແຂວງເຊກອງ ແລະສາລະວັນ ໃນການຮັກສາສຸຂະພາບຂອງວົງຄະນາຍາດຊຸມຊົນຢູ່ເຂດຊາຍແດນໃນໄລຍະຜ່ານມາໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ. ບັນດາໂຄງການຮ່ວມມືດ້ານການແພດ ແລະການໜູນຊ່ວຍຈາກອຳນາດການປົກຄອງນະຄອນເຫວ້ ເວົ້າລວມ,  ເມືອງອາເລື໊ອຍ ເວົ້າສະເພາະ ແມ່ນຊ່ວຍຍົກສູງຄວາມສາມາດໃນການຮັບໃຊ້, ຫຼຸດຜ່ອນພາລະຂອງປະຊາຊົນລາວ ໃນການຊອກຫາການບໍລິການທາງການແພດ. ຈາກນັ້ນ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ