ປະຕິບັດຕາມຄຳສັ່ງສະບັບເລກທີ 01/CT-TTg, ລົງວັນທີ 9 ມັງກອນ 2015 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການທົ່ວປວງຊົນ ເຂົ້າຮ່ວມການປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ, ຄວາມສະຫງົບເຂດຊາຍແດນແຫ່ງຊາດໃນສະພາບການໃໝ່, ພະແນກອຸດສາຫະກຳ ແລະການຄ້າເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ປະກາດໃຊ້ບັນດາເອກະສານຊີ້ນຳ, ແຜນການພັດທະນາການຄ້າຊາຍແດນແຂວງກວາງຈິ້.
ພະແນກອຸດສາຫະກຳ ແລະການຄ້າໄດ້ເປັນເຈົ້າການປະສານສົມທົບຈັດຕັ້ງກອງປະຊຸມເຜີຍແຜ່ສັນຍາການຄ້າຊາຍແດນຫວຽດນາມ-ລາວ; ເຜີຍແຜ່ບັນດາຈົດໝາຍວຽນຂອງກະຊວງອຸດສາຫະກຳ ແລະການຄ້າ ແນະນຳການປະຕິບັດບາງມາດຕາຂອງສັນຍາການຄ້າຊາຍແດນ. ຈັດຕັ້ງຄະນະລະຫວ່າງຂະແໜງການລົງສຳຫຼວດບັນດາດ່ານຊາຍແດນປະເພນີ, ດ່ານທ້ອງຖິ່ນຢູ່ບໍລິເວນເພື່ອເລືອກເຟັ້ນ ແລະສະເໜີຄະນະກຳມະການປະຊາຊົນແຂວງ ປະກາດບັນຊີລາຍຊື່ດ່ານປະເພນີທີ່ໄດ້ຮັບອະນຸຍາດໃຫ້ປະຕິບັດການເຄື່ອນໄຫວຄ້າຂາຍ, ແລກປ່ຽນສິນຄ້າ.
    |
 |
ຕະຫຼາດນັດຊາຍແດນລາວບາວ (ເຮືອງຮ໊ວາ) ໃນວັນເສົາ ທຸກອາທິດ, ປະກອບສ່ວນຊຸກຍູ້ການເຄື່ອນໄຫວການຄ້າຊາຍແດນ. ພາບ: N.T |
ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ປະກາດລາຍຊື່ນັກທຸລະກິດຈຳນວນ 13 ຄົນເຄື່ອນໄຫວການຄ້າຊາຍແດນຫວຽດນາມ-ລາວ; ແກ້ໄຂບັນດາຂໍ້ສະເໜີຂອງປະຊາຊົນ ແລະນັກທຸລະກິດທີ່ຂໍໄດ້ໄປມາຜ່ານບັນດາດ່ານປະເພນີຢູ່ເຂດຊາຍແດນທາງບົກແຂວງກວາງຈິ້; ສຳເລັດຂໍ້ຕົກລົງກ່ຽວກັບທີ່ຕັ້ງ, ທິດ ແລະເສັ້ນທາງຂອງຫຼາຍໂຄງການເຊື່ອມຕໍ່ພະລັງງານຈາກ ລາວ ມາຫວຽດນາມ ທີ່ມີໃນແຜນຜັງການພັດທະນາໄຟຟ້າແຫ່ງຊາດ, ແຜນຜັງແຂວງ ແລະບັນດາໂຄງການສຳຄັນຂອງປະເທດ, ຈຸດສຸມຂອງຂະແໜງພະລັງງານ.
ຢູ່ເຂດຊາຍແດນຂອງແຂວງກວາງຈິ້, ພະແນກອຸດສາຫະກຳ ແລະການຄ້າໄດ້ໜູນຊ່ວຍບັນດາຫົວໜ່ວຍຜະລິດ, ດຳເນີນທຸລະກິດດ້ວຍມູນຄ່າ 2.460 ລ້ານດົ່ງ (ໃນນັ້ນ, ໜູນຊ່ວຍ 2 ແຜນຮ່າງສົ່ງເສີມການຄ້າດ້ວຍມູນຄ່າ 790 ລ້ານດົ່ງ; ໜູນຊ່ວຍການນຳໃຊ້ເຄື່ອງຈັກອຸປະກອນທີ່ກ້າວໜ້າເຂົ້າໃນການຜະລິດຈຳນວນ 1.670 ລ້ານດົ່ງຈາກບ້ວງເງິນສົ່ງເສີມອຸດສາຫະກຳ).
ຈັດຕັ້ງກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກຳ ແລະການຄ້າແຂວງກວາງຈິ້ ແລະຂະແໜງອຸດສາຫະກຳ ແລະການຄ້າບັນດາແຂວງຂອງເພື່ອນລາວ. ທຸກປີ, ເຊີນວິສາຫະກິດແຂວງກວາງຈິ້ ເຂົ້າຮ່ວມງານຕະຫຼາດນັດຢູ່ແຂວງສະຫວັນນະເຂດ ກໍ່ຄືເຊີນວິສາຫະກິດບັນດາແຂວງສະຫວັນນະເຂດ, ສາລະວັນ ເຂົ້າຮ່ວມງານຕະຫຼາດນັດຈຸດສຸມຂອງແຂວງໃນທຸກປີ.
ປະຈຸບັນ, ພື້ນຖານໂຄງລ່າງການຄ້າຊາຍແດນສ່ວນຫຼາຍແມ່ນຢູ່ເຂດຊາຍແດນເມືອງເຮືອງຮ໊ວາ: 1 ສູນການຄ້າຢູ່ລາວບາວ; ຕະຫຼາດ 4 ແຫ່ງທີ່ໄດ້ລົງທຶນກໍ່ສ້າງ, ລວມມີ: ຕະຫຼາດເຮືອງຟຸ່ງ (ຕາແສງເຮືອງຟຸ່ງ), ຕະຫຼາດເຕີນເຟືອກ (ເທດສະບານເມືອງລາວບາວ), ຕະຫຼາດເຕີນລອງ (ຕາແສງເຕີນລອງ) ແລະຕະຫຼາດຕາແສງທ້ວນ (ຕາແສງທ້ວນ ແລະໄດ້ຢຸດຊົ່ວຄາວການເຄື່ອນໄຫວໃນປີ 2011) ສັງກັດເມືອງເຮືອງຮ໊ວາ; ປ້ຳນ້ຳມັນ 12 ແຫ່ງຢູ່ເຂດຊາຍແດນ, ດ່ານຊາຍແດນ, ສ່ວນຫຼາຍຢູ່ເມືອງເຮືອງຮ໊ວາ; ຊູເປີມາເກັດ 2 ແຫ່ງຢູ່ເຂດຊາຍແດນ, ດ່ານຊາຍແດນ.
ເບິ່ງລວມແລ້ວ, ການເຄື່ອນໄຫວພັດທະນາການຄ້າຫຼາຍຢ່າຢູ່ເຂດຊາຍແດນໄດ້ຮັບການຜັນຂະຫຍາຍປະກອບສ່ວນນຳວົງເງິນການຄ້ານຳເຂົ້າສົ່ງອອກເຂດຊາຍແດນເພີ່ມຂຶ້ນທົບ 3,7 ເທົ່າ ໃນຮອບເວລາ 10 ປີ (ແຕ່ 241,9 ລ້ານໂດລາສະຫະລັດໃນ ປີ 2015 ຂຶ້ນເຖິງ 895,67 ລ້ານໂດລາສະຫະລັດ ໃນປີ 2024). ສະເພາະໃນປີ 2024, ການຄ້າຊາຍແດນເພີ່ມຂຶ້ນ ເມື່ອທຽບໃສ່ປີ 2023.
ຍອດວົງເງິນການຄ້າສອງສົ້ນຜ່ານດ່ານຊາຍແດນສາກົນໃນບໍລິເວນແຂວງບັນລຸ 835,3 ລ້ານ ໂດລາສະຫະລັດ (ດ່ານຊາຍແດນສາກົນລາວບາວ ບັນລຸ 593,2 ລ້ານໂດລາສະຫະລັດ, ດ່ານສາກົນ ລາໄລ ບັນລຸ 242,1 ລ້ານໂດລາສະຫະລັດ), ເພີ່ມຂຶ້ນ 27,77% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ: ການສົ່່ງອອກບັນລຸ 233,5 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 86,69%, ການນໍາເຂົ້າບັນລຸ 601,8 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສິນຄ້າສົ່ງອອກສ່ວນຫຼາຍແມ່ນສິນຄ້າໃຊ້ສອຍ, ວັດສະດຸກໍ່ສ້າງ, ຝຸ່ນ, ນ້ຳມັນແອັດຊັງ; ສິນຄ້ານຳເຂົ້າສ່ວນຫຼາຍແມ່ນໄມ້, ຢາງພາລາ, ຖ່ານຫີນ, ນ້ຳຕານ, ຜະລິດຕະພັນກະເສດ...
ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ, ພະແນກອຸດສາຫະກຳ ແລະການຄ້າເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ຜັນຂະຫຍາຍການປະຕິບັດບັນດາເນື້ອໃນຄຸ້ມຄອງການຄ້າຊາຍແດນທີ່ລະບຸໄວ້ໃນສັນຍາການຄ້າຊາຍແດນຫວຽດນາມ-ລາວ; ບັນດາເອກະສານທາງດ້ານກົດໝາຍກ່ຽວກັບການຄ້າຊາຍແດນ ແລະແຜນການພັດທະນາການຄ້າຊາຍແດນຢູ່ບໍລິເວນແຂວງກວາງຈິ້ ຂອງຄະນະກຳມະການປະຊາຊົນແຂວງ.
ໃນນັ້ນ, ສຸມໃສ່ພື້ນຖານໂຄງລ່າງການຄ້າຊາຍແດນ, ຄື: ສູນ logistics, ເດີ່ນ ແລະສາງ, ທ່າກຳປັ່ນ, ຕະຫຼາດ..., ພິເສດເຂດຊາຍແດນເມືອງດັ໋ກກຣົງ. ບັນດາເນື້ອໃນ ຮ່ວມມືອຳນວຍຄວາມສະດວກໃຫ້ການນຳເຂົ້າສົ່ງອອກຖ່ານຫີນ ລະຫວ່າງຫວຽດ ນາມ ແລະລາວ ຢູ່ບໍລິເວນແຂວງກວາງຈິ້. ບັນດາໂຄງການເຊື່ອມຕໍ່ພະລັງງານຈາກ ລາວ ມາ ຫວຽດນາມ. ບັນດາແຜນຮ່າງໜູນຊ່ວຍການສົ່ງເສີມການຄ້າ ແລະສົ່ງເສີມອຸດສາຫະກຳເຂດຊາຍແດນ. ສືບຕໍ່ປະສານສົມທົບກັນຜັນຂະຫຍາຍບັນດາໂຄງການ: ຍົກລະດັບ ແລະເປີດບັນດາດ່ານຊາຍແດນປະເພນີ, ດ່ານທ້ອງຖິ່ນຢູ່ບໍລິເວນ, ກໍ່ຄືບັນດາແຜນຮ່າງຊຸກຍູ້ການພັດທະນາການຄ້າຊາຍແດນສອງປະເທດຫວຽດນາມ-ລາວ.
ໂດຍ: ແສງເດືອນ