ຄັ້ງທຳອິດທີ່ບັນລຸລະດັບ 2 ຕື້ໂດລາສະຫະລັດ
ສັນຍາການຄ້າຫວຽດນາມ-ລາວ ໄດ້ລົງນາມຄັ້ງທຳອິດໃນປີ 2015. ການປະຕິບັດສັນຍາສະບັບນີ້ໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າໃນການຮ່ວມມືດ້ານການຄ້າ, ເສດຖະກິດລະຫວ່າງສອງປະເທດ, ຊ່ວຍໃຫ້ວົງເງິນນຳເຂົ້າ-ສົ່ງອອກລະຫວ່າງສອງປະເທດເຕີບໂຕທາງບວກໃນຫຼາຍປີຕໍ່ເນື່ອງ. ໃນນັ້ນ, ວົງເງິນການຄ້າສອງຝ່າຍຂອງສອງປະເທດ ເປັນຄັ້ງທຳອິດທີ່ບັນລຸລະດັບ 1 ຕື້ໂດລາສະຫະລັດ ໃນປີ 2018.
ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກພະຍາດໂຄວິດ-19, ປີ 2021, ວົງເງິນການຄ້າລະຫວ່າງສອງປະເທດເຕີບໂຕຢ່າງແຮງບັນລຸ 1,37 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ກັບປີ 2020, ທົບ 3 ເທົ່າຂອງເປົ້າໝາຍທີ່ສອງປະເທດວາງອອກ (10%). ສືບຕໍ່ທ່າເຕີບໂຕນັ້ນ, ປີ 2022, ຍອດວົງເງິນການນໍາເຂົ້າ-ສົ່ງອອກຫວຽດນາມ - ລາວ ບຸກທະລຸ, ກ້າວໄປເຖິງການບັນລຸໄດ້ສະຖິຕິໃໝ່ 1,65 ຕື້ໂດລາສະຫະລັດ. ປີ 2023, ຍອດວົງເງິນການຄ້າລະຫວ່າງສອງປະເທດຫຼຸດລົງເລັກນ້ອຍ ດ້ວຍລະດັບ 1,63 ຕື້ໂດລາສະຫະລັດ.
    |
 |
ສິນຄ້ານຳເຂົ້າ-ສົ່ງອອກ ຜ່ານດ່ານສາກົນ ຈາລໍ, ແຂວງກວາງບິ່ງ. ພາບ: ຮວ່າຍນາມ |
ເຖິງຢ່າງໃດກໍ່ຕາມ, ກ້າວເຂົ້າສູ່ປີ 2024, ການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະລາວ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້ດ້ວຍການນຳມາເຊິ່ງ ໝາກຜົນທີ່ໜ້າປະທັບໃຈເມື່ອລື່ນລະດັບ 2 ຕື້ໂດລາສະຫະລັດ ແລະບັນລຸກວ່າ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 34% ເມື່ອທຽບໃສ່ກັບປີ 2023. ໝາກຜົນນີ້ລື່ນເປົ້າໝາຍ ເຊິ່ງລັດຖະບານຂອງສອງປະເທດວາງອອກ. ກ່ຽວກັບການຮ່ວມມືລົງທຶນ, ໄລ່ມາຮອດປະຈຸບັນ, ວິສາຫະກິດຫວຽດນາມ ໄດ້ລົງທຶນເຂົ້າ 267 ໂຄງການຢູ່ລາວ, ດ້ວຍຍອດເງິນລົງທຶນຈົດທະບຽນປະມານ 5,7 ຕື້ໂດລາສະຫະລັດ. ບັນດາຕົວເລກດັ່ງກ່າວແມ່ນໜ້າປະທັບໃຈທີ່ສຸດ ແລະແມ່ນພະຍານຫຼັກຖານໃຫ້ແກ່ຄວາມມານະພະ ຍາຍາມຂອງລັດຖະບານ ແລະບັນດາວິສາຫະກິດສອງປະເທດ.
ຕາມບັນດານັກຊ່ຽວຊານເສດຖະກິດແລ້ວ, ໝາກຜົນການຮ່ວມມືດ້ານການຄ້າຫວຽດນາມ-ລາວ ໃນໄລຍະຜ່ານມາຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະການພົວພັນແບບພິເສດລະຫວ່າງສອງປະເທດ. ຕາມການຄິດໄລ່ຂອງອົງການກ່ຽວຂ້ອງຂອງສອງຝ່າຍ, ດ້ວຍຂອບຂະໜາດທີ່ມີຢູ່ໃນປະຈຸບັນ, ວົງເງິນການຄ້າສິນຄ້າຫວຽດນາມ ທຽບເທົ່າປະມານ 10% ວົງເງິນການຄ້າຂອງລາວ ແລະ 0,2% ວົງເງິນການຄ້າຂອງຫວຽດນາມ.
ໃນຂະນະນັ້ນ, ການຄ້າສອງຝ່າຍຫວຽດນາມ-ລາວ ມີຫຼາຍທ່າແຮງເພື່ອເຕີບໂຕ. ນັ້ນແມ່ນເສັ້ນຊາຍແດນທີ່ມີລວງຍາວແລ່ນຜ່ານ 10 ແຂວງ, ນະຄອນຂອງແຕ່ລະຝ່າຍ, ມີທີ່ຕັ້ງຍຸດທະສາດຢູ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ. ຄຽງຂ້າງກັນນັ້ນ, ດ້ວຍການເຂົ້າຮ່ວມສັນຍາການຄ້າສິນຄ້າອາຊຽນ, ສັນຍາການຄ້າສອງຝ່າຍຫວຽດນາມ-ລາວ, ສັນຍາການຄ້າຊາຍແດນຫວຽດນາມ-ລາວ, ສ່ວນຫຼາຍບັນດາສິນຄ້າສົ່ງອອກຂອງສອງປະເທດແມ່ນໄດ້ຮັບຜົນປະໂຫຍດມາຈາກການຫຼຸດຜ່ອນພາສີລົງລະດັບ 0%... ຍິ່ງໄປກວ່າອີກ, ສິນຄ້າສົ່ງອອກຂອງສອງປະເທດມີລັກສະນະສະໜັບສະໜູນ, ເພີ່ມເຕີມໃຫ້ກັນ.
ປະຈຸບັນ, ຫວຽດນາມ ສົ່ງອອກໄປຍັງ ລາວ ບັນດາປະເພດສິນຄ້າຕົ້ນຕໍແມ່ນທາດເຄມີ, ນໍ້າມັນອາຍແກັດ, ເຄື່ອງຈັກ, ເຄື່ອງອາໄຫຼ່, ພາຫະນະຂົນສົ່ງ, ເຫຼັກກ້າ, ຫົວອາຫານ, ກາເຟ... ກົງກັນຂ້າມ, ລາວ ສົ່ງອອກໄປຍັງຫວຽດນາມ ລວມມີ: ເຈ້ຍ, ປຸ໋ຍ, ຢາງພາລາ, ໄມ້, ສາລີ, ແຮ່ທາດ, ຖ່ານຫີນ...
ມຸ່ງໄປເຖິງການບັນລຸວົງເງິນການຄ້າ 5 ຕື້ໂດລາສະຫະລັດ ໂດຍໄວ
ປະຈຸບັນ, ການຄ້າສອງຝ່າຍຫວຽດນາມ-ລາວ ພວມມີິເງື່ອນໄຂສະດວກ ແລະພະລັງແຮງໃໝ່ຈາກສັນຍາການຄ້າສະບັບໃໝ່, ໄດ້ລົງນາມໃນເດືອນເມສາ 2024, ລວມມີ 15 ມາດຕາ ແລະ 5 ພາກຊ້ອນທ້າຍລວມມີບັນດາບັນຫາສໍາຄັນໃນການຮ່ວມມືການຄ້າລະຫວ່າງສອງປະເທດ.
ຄຽງຂ້າງກັນນັ້ນ, ທີ່ກອງປະຊຸມ ຄັ້ງທີ 47 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ຢູ່ນະຄອນຫຼວງວຽງຈັນ ໃນເດືອນມັງກອນ 2025, ຜູ້ນຳໜ້າລັດຖະ ບານສອງປະເທດໄດ້ສືບຕໍ່ສະແດງຄວາມຕັດສິນໃຈເພີ່ມທະວີການພົວພັນຮ່ວມມືມິດຕະພາບແບບພິເສດ, ຊຸກຍູ້ການຮ່ວມມືການຄ້າລະຫວ່າງສອງປະເທດ. ໃນນັ້ນ, ສອງຝ່າຍໄດ້ກວດກາຄືນ, ຕີລາຄາໝາກຜົນ ແລະປຶກສາຫາລື, ເພື່ອແນໃສ່ເປີດກວ້າງ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ໂດຍສະເພາະແມ່ນບັນດາໂຄງການ: ທ່າກຳປັ່ນຫວູງອ໊າງ ເລກ 1, 2, 3 ຢູ່ຫວຽດນາມ; ຜະລິດ, ຊື້ຂາຍໄຟຟ້າລະຫວ່າງສອງປະເທດ; ບັນດາໂຄງການທາງບົກຄວາມໄວສູງ ຮ່າໂນ້ຍ-ວຽງຈັນ, ເສັ້ນທາງລົດໄຟ ວຽງຈັນ-ຫວູງອ໊າງ; ຂຸດຄົ້ນ, ປຸງແຕ່ງແຮ່ກາລີຢູ່ລາວ...
    |
 |
ພະນັກງານທະຫານຊາຍແດນກວດກາພາຫະນະຜ່ານດ່ານສາກົນ ຈາລໍ, ແຂວງກວາງບິ່ງ. ພາບ: ຮວ່າຍນາມ |
ເພື່ອຂຸດຄົ້ນຄວາມສາມາດຮ່ວມມືດ້ານການຄ້າ, ອົງການກ່ຽວຂ້ອງຫວຽດນາມ ແລະລາວ ໄດ້ມີຫຼາຍການພົບປະ, ກອງປະຊຸມ, ແລກປ່ຽນ ແລະຕົກລົງບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດໄດ້ຕົກລົງ. ໃນນັ້ນ, ຍູ້ແຮງການຈັດຕັ້ງບັນດາການເຄື່ອນໄຫວການຄ້າ, ເຊື່ອມຕໍ່ວິສາຫະກິດສອງປະເທດ; ຊຸກຍູ້ການຮ່ວມມືພັດທະນາພື້ນຖານໂຄງລ່າງການຄ້າຊາຍແດນຫວຽດນາມ-ລາວ; ຂຸດຄົ້ນປະສິດທິຜົນຂອງບັນດາເຂດອຸດສາຫະກຳ, ເຂດເສດຖະກິດດ່ານຊາຍແດນທີ່ມີຢູ່; ເພີ່ມທະວີການຮ່ວມມືພັດທະນາການຄ້າເອເລັກໂຕນິກ; ຍົກລະດັບພື້ນຖານໂຄງລ່າງ logistics ແລະຄົມມະນາຄົມ; ຄົ້ນຮ່ວມການຮ່ວມມືພັດທະນາກຸ່ມອຸດສາຫະກຳລຽບຕາມຊາຍແດນຂອງສອງປະເທດ.
ການຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງ, ບັນດາເອກະສານ, ໂຄງການຮ່ວມມືການຄ້າ, ເສດຖະກິດ, ການແລກປ່ຽນສິນຄ້າຖືວ່າຈະສ້າງກຳລັງໜູນຊ່ວຍໃຫ້ຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດບັນລຸການເຕີບໂຕຢ່າງແຮງໃນອະນາຄົດ.
ໂດຍ: ແສງເດືອນ