ບ້ານເຊຊັບຕັ້ງຢູ່ແຄມພູ. ແຕ່ລະເທື່ອ, ເມື່ອຮູ້ວ່າຄະນະປະຕິບັດງານຈາກຄ້າຍທະຫານຊາຍແດນເຍິມ ມາຢ້ຽມຢາມ, ອໍານາດການປົກຄອງ ແລະປະຊາຊົນກໍ່ໄປຕົ້ນເສັ້ນທາງບ້ານເພື່ອຕ້ອນຮັບດ້ວຍກອດ ແລະຈັບມືກັນຢ່າງແໜ້ນແຟ້ນ. ທ່ານ ກູປາຍ ຮອງນາຍບ້ານ ໃຫ້ຮູ້ວ່າ: “ເມື່ອໄດ້ຍິນວ່າຄ້າຍທະຫານຊາຍແດນເຍິມ ມາຢ້ຽມຢາມ, ຍາດຕິພີ່ນ່ອງບ້ານຮູ້ສຶກຕື່ນເຕັ້ນຫຼາຍ. ຕັ້ງແຕ່ເຊົ້າມາ, ທຸກຄົນໄດ້ເຕົ້າໂຮມກັນທຳຄວາມສະອາດແລ້ວໄປຕົ້ນເສັ້ນທາງບ້ານເພື່ອຕ້ອນຮັບບັນດາທະຫານຊາຍແດນ”.
ເມື່ອເຫັນພະນັກງານ, ນັກຮົບ ແລະປະຊາຊົນບ້ານຂົນສົ່ງຂອງຂວັນ, ເດັກນ້ອຍກໍ່ຕິດຕາມ, ເຮັດໃຫ້ບັນຍາກາດຢູ່ບ້ານເຊຊັບ ນັບມື້ນັບຄຶກຄື້ນກວ່າ. ຂອງຂວັນທີ່ເຕັມໄປດ້ວຍລົດຊາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ ເຊັ່ນ: ກວັນ, ເຂົ້າໜົມອົມ ແລະເຄື່ອງໃຊ້ຈຳເປັນໄດ້ຖືກມອບໃຫ້ແຕ່ລະຄົນ, ຄອບຄົວຢ່າງວ່ອງໄວ.
    |
 |
ທ່ານໝໍຄ້າຍທະຫານຊາຍແດນເຍິມ ກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນບ້ານເຊຊັບ. ພາບ: qdnd.vn |
ພັນຕີ ຫງວຽນດາງຮົ່ງ ຫົວໜ້າຄ້າຍທະຫານຊາຍແດນເຍິມ ໃຫ້ຮູ້ວ່າ: “ເຖິງວ່າໃນທ້າຍປີ ພວກຂ້າພະເຈົ້າຍັງມີວຽກເຮັດງານທຳຫຼາຍສົມຄວນ, ແຕ່ຍັງຈັດເວລາໄປຢ້ຽມຢາມ, ມອບຂອງຂວັນ, ກວດພະຍາດ ແລະແຈກຢາຍຢາໃຫ້ພະນັກງານ ແລະປະຊາຊົນແຂວງເຊຊັບ. ການພົວພັນລະຫວ່າງອຳນາດການປົກຄອງ ແລະປະຊາຊົນສອງຝັ່ງຊາຍແດນໄດ້ມີມາແຕ່ດົນນານ ແລະນັບມື້ນັບສະໜິດແໜ້ນ, ສະໜິດສະໜົມກວ່າອີກ”.
ນາງ ນອງໄຮ, ຊາວບ້ານເຊຊັບ ໃຫ້ຮູ້ຕື່ມວ່າ: “ໃນຊຸມປີຜ່ານມາ, ບັນດາທ່ານໝໍຂອງຄ້າຍທະຫານຊາຍແດນເຍິມ ໄດ້ເອົາໃຈໃສ່, ເບິ່ງແຍງດູແລສຸຂະພາບຂອງຊາວບ້ານຢ່າງເປັນປະຈຳ. ສໍາລັບພວກຂ້າພະເຈົ້າ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຍິມ ໄດ້ສະໜິດສະໜົມ. ສະບາຍດີປີໃໝ່ ຂໍອວຍພອນທະຫານຊາຍແດນໃຫ້ສຸຂະພາບແຂງແຮງ, ປະຕິບັດໜ້າທີ່ເປັນຢ່າງດີ”.
ໃນຊຸມປີມໍ່ໆມານີ້, ດ້ວຍການຊ່ວຍເຫຼືອຂອງທະຫານຊາຍແດນນະຄອນເຫ້ວ, ໂດຍກົງ ແລະເປັນປະຈຳແມ່ນພະນັກງານ, ນັກຮົບທະຫານຊາຍແດນເຍິມ, ຊີວິດການເປັນຢູ່ຂອງປະຊາຊົນບ້ານເຊຊັບ ໄດ້ກາຍເປັນອີ່ມໜຳສຳລານ, ຈະເລີນຮຸ່ງເຮືອງ. ປະຊາຊົນໄດ້ຮູ້ນຳໃຊ້ວິທີການປູກຝັງ, ລ້ຽງສັດຢ່າງມີປະສິດທິຜົນກວ່າ. ປະຈຸບັນ, ຊາວບ້ານບໍ່ພຽງແຕ່ປູກສາລີ, ຫອມບົ່ວເທົ່ານັ້ນ, ຫາກຍັງປູກເຂົ້າໜຽວ... ຍ້ອນແນວນັ້ນ, ປະຊາຊົນໄດ້ສ້າງເຮືອນທີ່ກວ້າງຂວາງ, ແຂງແກ່ນດ້ວຍມຸງດ້ວຍເຫຼັກກ້າສີຂຽວ, ສີແດງຢູ່ກາງປ່າ. ນອກນີ້ຍັງມີເດີ່ນແຫ້ງທີ່ເຕັມໄປດ້ວຍເຂົ້າທອງ, ສາງເກັບມ້ຽນເຂົ້າ ແລະອຸປະກອນ, ເຄື່ອງຈັກກະສິກຳເພື່ອໜູນຊ່ວຍການປູກຝັງ...
    |
 |
ຜູ້ບັນຊາການຄ້າຍທະຫານຊາຍແດນເຍິມ ມອບຂອງຂວັນໃຫ້ປະຊາຊົນບ້ານເຊຊັບ. ພາບ: qdnd.vn |
ນອກນັ້ນ, ຍັງມີໂຄງການໂຮງຮຽນປະຖົມບ້ານເຊຊັບທີ່ສົມທົບກັບເຮືອນກິດຈະກຳຊຸມຊົນທີ່ສ້າງຂຶ້ນຈາກຫ້ອງຊົ່ວຄາວເຮັດດ້ວຍໄມ້ໄຜ່. ໃນປີ 2015, ເຫັນວ່າຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການຮຽນ-ການສອນ ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ແຂວງເທື່ອທຽນເຫ້ວ (ປະຈຸບັນແມ່ນນະຄອນເຫ້ວ) ແລະແຂວງເຊກອງ ໄດ້ເຫັນດີເປັນເອກະພາບໃຫ້ກອງບັນຊາການທະຫານຊາຍແດນ ແຂວງເທື່ອທຽນເຫ້ວ, ໂດຍກົງແມ່ນຄ້າຍທະຫານຊາຍແດນເຍິມ ເລີ່ມກໍ່ສ້າງໂຄງການນີ້. ໃນປັດຈຸບັນ, ນັກຮຽນໄດ້ຮຽນຢູ່ໃນໂຮງຮຽນທີ່ເຂັ້ມແຂງ, ໝັ້ນແກ່ນ.
ທ່ານ ກູປາຍ ຮອງນາຍບ້ານ ໃຫ້ຮູ້ຕື່ມວ່າ: “ຍ້ອນມີການຊ່ວຍເຫຼືອຂອງຄ້າຍທະຫານຊາຍແດນເຍິມ, ເດັກນ້ອຍໃນບ້ານສາມາດຮ່ຳຮຽນຢູ່ໃນໂຮງຮຽນທີ່ກວ້າງຂວາງ ແລະປະຊາຊົນສາມາດຢູ່ໃນເຮືອນທີ່ໝັ້ນແກ່ນ. ບໍ່ພຽງແຕ່ເທົ່ານັ້ນ, ທະຫານຊາຍແດນຍັງໜູນຊ່ວຍແນວພັນພືດ, ສັດ ແລະຊີ້ນຳເຕັກນິກການປູກຝັງ. ຍ້ອນແນວນັ້ນ, ປະຊາຊົນຈຶ່ງສາມາດຕັ້ງຖິ່ນຖານຢູ່ໄດ້ ແລະມີຊີວິດທີ່ໝັ້ນຄົງ”.
ໂດຍ: ຈາງຫງວຽນ