ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າ ເປົ້າໝາຍນໍາປະເທດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບືນຕົວຂຶ້ນຂອງຊາດແມ່ນຜົນງານອັນຍິ່ງໃຫຍ່ທີ່ບັນລຸໄດ້ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່.

leftcenterrightdel
ທ່ານ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ຕອບສໍາພາດ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມນັກຊ່ຽວຊານ ແລະນັກຄຸ້ມຄອງ, ພາຍຫຼັງເກືອບ 40 ປີແຫ່ງວັນປ່ຽນແປງໃໝ່, ພາຍໃຕ້ການຊີ້ນໍາ-ນໍາພາຢ່າງຖືກຕ້ອງ, ປອດໃສ ແລະປີຊາສາມາດສະຫຼາດສະຫຼຽວຂອງພັກກອມມູນິດຫວຽດນາມ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຫວຽດນາມ ໃນພາກພື້ນ ແລະໂລກ ນັບມື້ນັບໄດ້ຮັບການຢັ້ງຢືນ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືພັດທະນາ ແລະຄວາມກ້າວໜ້າຢູ່ໃນໂລກ.

ທ່ານ ດາວສະຫວັນ ເຄືອມີໄຊ ຢືນຢັນວ່າ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ປີ 1986 ໄດ້ຮັບຖືວ່າແມ່ນເຫດການສໍາຄັນ ແລະມີບົດບາດຕັດສິນໃນການພັດທະນາຂອງປະເທດຫວຽດນາມ. ນັບແຕ່ນັ້ນມາຮອດປະຈຸບັນ, ຊາວຫວຽດນາມ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ສັງກາດພັດທະນາ. ນັ້ນແມ່ນການປະຕິຮູບໃໝ່, ໃນແນວທາງປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ, ເຫດການສໍາຄັນ ແລະມີຂີດໝາຍປະຫວັດສາດສອດຄ່ອງກັບພຶດຕິກໍາຕົວຈິງຂອງຫວຽດນາມ ແລະແມ່ນທ່າອ່ຽງພັດທະນາລວມຂອງບັນດາປະເທດໃນໂລກ.

ນັບແຕ່ປີ 1986 ມາຮອດປະຈຸບັນ, ປະເທດຫວຽດນາມ ໄດ້ມີການພັດທະນາ ແລະບາດກ້າວກະໂດດຂັ້ນ. ຈາກປະເທດທີ່ມີພື້ນຖານເສດຖະກິດທີ່ຫຼ້າຫຼັງ, ທຸກຍາກ, ຕາມກົນໄກແຜນການລວມສູນ, ຕ້ອງອີງໃສ່ການຂຸດຄົ້ນຊັບພະຍາກອນ, ແຫຼ່ງແຮງງານລາຄາຖືກ ແລະແຫຼ່ງຊ່ວຍເຫຼືອຈາກພາຍນອກ, ຫວຽດນາມ ໄດ້ຫັນໄປສູ່ພື້ນຖານເສດຖະກິດຕະຫຼາດຕາມກໍານົດທິດສັງຄົມນິຍົມ, ບັນລຸໄດ້ຜົນງານພັດທະນາອັນໃຫຍ່ຫຼວງ, ມີຄວາມໝາຍປະເທດສາດ, ພາລະກິດໃຫຍ່ຫຼວງ, ກໍາລັງແຮງບົ່ມຊ້ອນ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນນັບມື້ນັບໄດ້ຍົກສູງຂຶ້ນ.

ປະຈຸບັນ, ລວມຍອດຜະລິດຕະພັນພາຍໃນ (GPD) ຂອງຫວຽດນາມ ບັນລຸກວ່າ 430 ຕື້ໂດລາສະຫະລັດ, ລາຍຮັບສະເລ່ຍຂອງຊາວຫວຽດນາມ ປະມານກວ່າ 4.300 ໂດລາສະຫະລັດ/ປີ, ນີ້ແມ່ນບາດກ້້າວເຕີບໂຕທີ່ບໍ່ເຄີຍມີມາກ່ອນຂອງຫວຽດນາມ.

ນັກຊ່ຽວຊານ ກໍ່ຢືນຢັນວ່າພື້ນຖານເສດຖະກິດຫວຽດນາມ ໄດ້ເພິ່ມຂຶ້ນທົບ 10 ເທົ່າ ເມື່ອທຽບໃສ່ຊຸມປີປ່ຽນແປງໃໝ່, ດ້ວຍ GDP ຄາດຄະເນບັນລຸປະມານ 500 ຕື້ໂດລາສະຫະລັດໃນປີ 2025, ຫວຽດນາມ ຈະແມ່ນພື້ນຖານເສດຖະກິດໃຫຍ່ອັນດັບສີ່ໃນອາຊຽນ, ຢືນອັນດັບທີ 32 ໃນໂລກ. GDP ສະເລ່ຍຕໍ່ຫົວຄົນປີ 2025 ບັນລຸເກືອບ 5.000 ໂດລາສະຫະລັດ, ນຳຫວຽດນາມ ເຂົ້າໃນກຸ່ມປະເທດພວມພັດທະນາທີ່ມີລາຍຮັບສະເລ່ຍສູງ. ນີ້ແມ່ນບ່ອນອີງທີ່ໜັກແໜ້ນໃຫ້ບາດກ້າວພັດທະນາຂອງຫວຽດນາມ.

ທ່ານ ດາວສະຫວັນ ເຄືອມີໄຊ ຖືວ່າ ນອກຈາກຜົນງານທີ່ບັນລຸໄດ້ກ່ຽວກັບເສດຖະກິດ, ຫວຽດນາມ ຍັງແກ້ໄຂບັນຫາຫຍຸ້ງຍາກອື່ນ ເພື່ອຍົກສູງຊີວິດການເປັນຢູ່ຂອງຊາວຫວຽດນາມ. ນີ້ໄດ້ຮັບຖືວ່າແມ່ນຮູບແບບໃນການແກ້ໄຂບັນດາບັນຫາຫຍຸ້ງຍາກ.

ວຽກງານການທູດຂອງຫວຽດນາມ ກໍ່ມີຫຼາຍຈຸດພົ້ນເດັ່ນໃນເວທີສາກົນ. ຈາກປະເທດຖືກປິດລ້ອມ, ຕົກຢູ່ໂດດດ່ຽວ, ຂວ້ໍາບາດ, ຫວຽດນາມ ໄດ້ເປີດປະຕູ; ຢືດໝັ້ນ ແລະຍູ້ແຮງແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ. ຫວຽດນາມ ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ເພື່ອຜົນປະໂຫຍດແຫ່ງຊາດ, ຊົນຊາດບົນພື້ນຖານເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ຮ່ວມມືສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

ປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 194 ປະເທດ; ມີການພົວພັນເສດຖະກິດ, ການຄ້າ, ການລົງທຶນກັບກວ່າ 230 ພື້ນຖານເສດຖະກິດ; ແມ່ນພື້ນຖານເສດຖະກິດທີ່ມີຂອບເຂດການຄ້າໃຫຍ່ທີ 20 ທົ່ວໂລກ; ເຂົ້າຮ່ວມຫຼາຍອົງການຈັດຕັ້ງເສດຖະກິດສາກົນ, ຫຼາຍສັນຍາການຄ້າເສລີ, ໃນນັ້ນ ມີຫຼາຍສັນຍາລຸ້ນໃໝ່.

ຫວຽດນາມ ແມ່ນສະຖານທີ່ດຶງດູດນັກລົງທຶນຕ່າງປະເທດ, ປະກອບສ່ວນຊຸກຍູ້ການພັດທະນາຢ່າງແຂງແຮງໃນຫຼາຍຂົງເຂດເສດຖະກິດ, ສ້າງຫຼາຍວຽກເຮັດງານທໍາ ແລະແຫຼ່ງລາຍຮັບໃຫ້ງົບປະມານແຫ່ງລັດ. ການເຊື່ອມໂຍງເຂົ້າກັບເສດຖະກິດໂລກ ຍັງຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນບັນດາຂົງເຂດການສຶກສາ-ບໍາລຸງສ້າງ, ວິທະຍາສາດ-ເຕັກໂນໂລຢີ, ວັດທະນະທໍາ, ປົກປັກຮັກສາສິ່ງແວດລ້ວມ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ຕາມທ່ານ ດາວສະຫວັນ ເຄືອມີໄຊ ແລ້ວ, ໃນສະພາບການໂລກ ແລະພາກພື້ນມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສົ່ງຜົນກະທົບເຖິງແນວຄິດຈິດໃຈ, ຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ ລາວ-ຫວຽດນາມ.

ຕາມທ່ານ ດາວສະຫວັນ ເຄືອມີໄຊ ບັນດາລຸ້ນໜຸ່ມ-ຜູ້ທີ່ສືບທອດ-ຕ້ອງສືບຕໍ່ຮໍ່າຮຽນ ເພື່ອຍົກສູງຄວາມເຂົ້າໃຈຂອງຕົນກ່ຽວກັບປະຫວັດສາດ, ກ່ຽວກັບການພົວພັນລາວ-ຫວຽດນາມ. ສາຍພົວພັນລະຫວ່າງສອງປະເທດລາວ-ຫວຽດນາມ ແມ່ນການພົວພັນອັນຍິ່ງໃຫຍ່ມີໜຶ່ງບໍ່ມີສອງຢູ່ໃນໂລກ, ການພົວພັນສັດຊື່ບໍລິສຸດທີ່ປອດໄສ, ປະຊາຊົນສອງປະເທດຍາມໃດກໍ່ຮັກແພງ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ, ສະນັ້ນ, ລຸ້ນໜຸ່ມສອງປະເທດພວກເຮົາ ຕ້ອງສືບຕໍ່ຝຶກຝົນຄວາມຮູ້ຜ່ານຫຼາຍຮູບການ ແລະຜ່ານການເຄື່ອນໄຫວພົບປະແລກປ່ຽນ... ເພື່ອໃຫ້ໄວໜຸ່ມຂອງສອງປະເທດລາວ-ຫວຽດນາມ ສືບທອດພາລະກໍາສາມັກຄີ, ລາວ-ຫວຽດນາມ ບໍ່ສາມາດຕັດແຍກອອກໄດ້.

ຄຽງຂ້າງນັ້ນ, ລຸ້ນໄປກ່ອນກໍ່ຕ້ອງມີບົດບາດ, ຄວາມຮັບຜິດຊອບໃນການສຶກສາລຸ້ນລູກຫຼານຂອງຕົນເພື່ອໃຫ້ເຂົາເຈົ້າເຂົ້າໃຈເນື້ອແທ້ຢ່າງຖືກຕ້ອງຂອງການພົວພັນລາວ-ຫວຽດນາມ. ນີ້ກໍ່ແມ່ນພາລະກໍາເຊິ່ງສອງປະເທດພວກເຮົາ ຕ້ອງສືບຕໍ່ຍູ້ແຮງເພື່ອໃຫ້ລຸ້ນໜຸ່ມເຂົ້າໃຈກ່ຽວກັບການພົວພັນແບບພິເສດນີ້ຕື່ມອີກ.

ທ່ານ ດາວສະຫວັນ ເຄືອມີໄຊ ໃຫ້ຮູ້ວ່າ ໂດຍແມ່ນການນໍາຂອງສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ, ທ່ານ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການພົວພັນອັນຍິ່ງໃຫຍ່ລະຫວ່າງສອງປະເທດ ລາວ-ຫວຽດນາມ ແລະທ່ານຮູ້ສຶກວ່າ ຕົນເອງຕ້ອງມີຄວາມຮັບຜິດຊອບໂຄສະນາເຜີຍແຜ່ໃຫ້ຄົນລຸ້ນໜຸ່ມ, ລະອຽດແມ່ນນັກສໍາມະນາກອນໃນສະຖາບັນ, ເພື່ອປະກອບສ່ວນເພີ່ມພູນຄູນສ້າງ ແລະພັດທະນາການພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ພັດທະນາຕະຫຼອດການ.

ທ່ານ ດາວສະຫວັນ ເຄືອມີໄຊ ເນັ້ນໜັກວ່າ ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ແມ່ນບ່ອນສຶກສາ ແລະບໍາລຸງສ້າງທິດສະດີການເມືອງໃຫ້ພະນັກງານຂັ້ນສູງ. ບົນພື້ນຖານສາຍພົວພັນແບບພິເສດ ລາວ-ຫວຽດນາມ, ສະຖາບັນຈະສືບຕໍ່ນໍາເນື້ອໃນໃນນິພົນເລືອກເຟັ້ນໂຮ່ຈີມິນ ເຂົ້າລາຍການ, ຫຼັກສຸດສິດສອນໃນໄລຍະຈະມາເຖິງ. ພ້ອມນັ້ນ, ສະຖາບັນຈະສືບຕໍ່ຮ່ວມມືກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເພື່ອຄົ້ນຄວ້າ, ກໍ່ສ້າງຫຼັກສູດຮ່ໍາຮຽນກ່ຽວກັບແນວຄິດໂຮ່ຈີມິນ ແລະແນວຄິດ ໄກສອນ ພົມວິຫານ, ນຳເຂົ້າຫຼັກສູດຮ່ໍາຮຽນຂອງສອງສະຖາບັນ.

ໂດຍ: ໄຊນີດາ