ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 425 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 24 ສະບັບຈາກທ່ານຜູ້ຟັງລາວ.

ເພື່ອນ ທິດາ ກິດຈະເລີນ, ເພື່ອນ ຈັນແສງ ພິມມະສອນ ແລະ ເພື່ອນ ຄຳມີ ໄດ້ໃຫ້ຄຳເຫັນໃນ Fanpage, ສື່ສັງຄົມ Facebook ຂອງລາຍການພາກພາສາລາວ. ໃນນັ້ນ, ເພື່ອນ ທິດາ ກິດຈະເລີນ ໄດ້ຂຽນວ່າ: “ດ້ວຍພື້ນຖານສາຍພົວພັນທີ່ເປັນມູນເຊື້ອ, ປີ 2025 ເປັນປີສ້າງຂີດໝາຍໃໝ່ໃນການຮ່ວມມືລົງທຶນ, ການຄ້າລະຫວ່າງ ຫວຽດນາມ ແລະ ລາວ, ມຸ່ງໄປເຖິງເປົ້າໝາຍບັນລຸການເຕີບໂຕແບບຍືນຍົງ ແລະ ການເຊື່ອມຕໍ່ຍຸດທະສາດ. ໃນບັນດາກອງປະຊຸມທີ່ຜ່ານມາຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ, ລັດຖະບານ 2 ປະເທດໄດ້ໃຫ້ຄຳໝັ້ນສັນຍາຍູ້ແຮງບັນດາໂຄງການສຳຄັນ, ຄື: ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ນະຄອນຫຼວງ ວຽງຈັນ ແລະ ເສັ້ນທາງລົດໄຟ ຫວູງອາງ - ນະຄອນຫຼວງ ວຽງຈັນ. ນີ້ແມ່ນບັນດາໂຄງການບໍ່ພຽງແຕ່ເຊື່ອມຕໍ່ທາງຄົມມະນາຄົມເທົ່ານັ້ນ, ຫາກຍັງປະຕິບັດຍຸດທະສາດ “ຫັນ ລາວ ຈາກປະເທດທີ່ບໍ່ຕິດກັບທະເລ ກາຍເປັນປະເທດເຊື່ອມຕໍ່”. ຂ້າພະເຈົ້າລໍຖ້າຄວາມບຸກທະລຸໃນການຮ່ວມມືລົງທຶນ ຫວຽດນາມ - ລາວ ໃນປີ 2025 ນີ້”.

leftcenterrightdel
ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ເພື່ອນ ສຸລິວົງ ຢູ່ແຂວງ ຫຼວງພະບາງ, ໄດ້ສົ່ງອີເມວມາຫາລາຍການ, ໃຫ້ຮູ້ວ່າ: “ປີ 2024, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມານະພະຍາຍາມຈົນສຸດຄວາມສາມາດ ເພື່ອຮັບໃຊ້ມະຫາຊົນໃຫ້ເປັນຢ່າງດີກວ່າ, ໃນນັ້ນ, ມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວຕ່າງປະເທດ; ຍົກສູງທີ່ຕັ້ງ ແລະ ເຄື່ອງໝາຍຂອງ VOV. ປີ 2024 ຜ່ານມາ, ໝູ່ພະນັກງານ, ບັນນາທິການ, ໂຄສົກ, ນັກເຕັກນິກ, ນັກສິລະປິນ ແລະ ພາລະກອນຂອງ VOV ໄດ້ມານະພະຍາຍາມປະຕິບັດສຳເລັດບົດບາດນຳສຽງເວົ້າຂອງ ຫວຽດນາມ ອອກສູ່ໂລກ. ລາຍການ ຫວຽດນາມ ສັງກາດບຸກບືນ ທີ່ອອກອາກາດໃນປີຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ, ພື້ນຖານເສດຖະກິດ, ວັດທະນະທຳຈະມີການປ່ຽນແປງຫຼາຍຢ່າງໃນທຸກດ້ານຂອງຊີວິດສັງຄົມ ຫວຽດນາມ”.

ເພື່ອນ ສັນສີ, ນັກສຶກສາປີທີ 1, ໂຮງຮຽນຄົມມະນາຄົມຂົນສົ່ງ ຮ່າໂນ້ຍ, ໄດ້ໂທລະສັບມາຫາລາຍການແບ່ງປັນວ່, ຂ້າພະເຈົ້າອາດຈະຢູ່ ຫວຽດນາມ ຕ້ອນຮັບບຸນເຕັດຂອງພວກເພື່ອນ. ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳກ່ຽວກັບສະຖານທີ່ສັກສິດ, ສະຖານທີ່ຍິງບັ້ງໄຟດອກບາງແຫ່ງໃນໂອກາດຕົ້ນປີໃໝ່ຢູ່ ຮ່າໂນ້ຍ.

ເພື່ອນ ຈັນສີ ທີ່ຮັກແພງ, ບຸນເຕັດຂອງຊາວ ຫວຽດນາມ ໄດ້ຮັບຄວາມສົນໃຈ ແລະ ຢາກຊອກຮູ້ຈາກແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນ. ເນື່ອງໃນໂອກາດນີ້, ລາຍການພາກພາສາ ລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ຈະແນະນຳສະຖານທີ່ພົ້ນເດັ່ນຈຳນວນໜຶ່ງ ເພື່ອໃຫ້ເພື່ອນໄປຮັບຊົມການຍິງບັ້ງໄຟດອກ, ໄປນະມັດສະການໃນໂອກາດບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ຢູ່ ຮ່າໂນ້ຍ, ຄື:

1 ໜອງ ຮວ່ານກຽມ: ເຖິງວ່າມີຫຼາຍຈຸດໄດ້ຈັດການຍິງບັ້ງໄຟດອກຮັບໃຊ້ປະຊາຊົນນະຄອນຫຼວງ, ແຕ່ຢູ່ໜອງ ຮວ່ານກຽມ ຍາມໃດກໍ່ແມ່ນສະຖານທີ່ໄປຫຼິ້ນຍາມບຸນເຕັດຢູ່ ຮ່າໂນ້ຍ ທີ່ຟົດຟື້ນມ່ວນຊື່ນທີ່ສຸດ. ແຕ່ລະປີ, ເມື່ອບຸນເຕັດວຽນມາ, ທຸກຄົນພັດເຈືອຈານ, ເຕົ້າໂຮມກັນພ້ອມກັນນັບຖອຍຫຼັງ ແລະ ລໍຖ້າຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ລໍຖ້າຊົມການຍິງບັ້ງໄຟດອກ, ມອບຄຳອວຍພອນມີໂຊກມີໄຊໃຫ້ແກ່ກັນ.

2 ວິຫານ ງອັກເຊີນ: ໂດຍຕັ້ງຢູ່ເຂດໜອງ ຮວ່ານກຽມ, ສະນັ້ນ, ວິຫານ ງອັກເຊີນ ທັງແມ່ນສະຖານທີ່ຮັບຊົມການຍິງບັ້ງໄຟດອກຕ້ອນຮັບປີໃໝ່ງາມທີ່ສຸດ, ທັງແມ່ນແຫ່ງສັກສິດເພື່ອຝາກຄຳມຸ່ງຫວັງໃນຍາມຕົ້ນລະດູບານໃໝ່. ວິຫານບໍ່ບູຊາພະພຸດທະເຈົ້າ, ຫາກບູຊາ ວັນເຊືອງເດກວັນ - ແມ່ນນັກປັນຍາຊົນມີຄວາມຮູ້, ຄວາມເກັ່ງກ້າຂອງຊາວ ຫວຽດນາມ, ສະນັ້ນ ໃນຍາມຕົ້ນປີໃໝ່ໄດ້ດຶງດູດແຂກມາຂໍພອນໃຫ້ເປັນປີໜຶ່ງທີ່ມີຜົນການຮຽນດີ ແລະ ມີພູມ    ປັນຍາສະຫຼາດ.

3 ວັດ ເຈິ່ນກວັກ: ແນ່ນອນວ່າ, ມີແຂກທ່ອງທ່ຽວຫຼາຍຄົນເມື່ອມາ ຮ່າໂນ້ຍ ລ້ວນແຕ່ໄດ້ຮັບຟັງຊື່ຂອງວັດ ເຈິ່ນກວັກ - ເຊິ່ງແມ່ນວັດມີອາຍຸກວ່າ 1.500 ປີ ແລະ ໄດ້ຮັບຖືວ່າແມ່ນສະຖານທີ່ສັກສິດມີຊື່ສຽງທີ່ສຸດຂອງ ຮ່າໂນ້ຍ. ໂດຍຕັ້ງຢູ່ແຄມໜອງ ໂຮ່ໄຕ, ວັດແຫ່ງນີ້ບໍ່ພຽງແຕ່ດຶງດູດແຂກຈາກທົ່ວທຸກສາລະທິດມາຖະຫວາຍບູຊາ ແລະ ຂໍຄວາມສະຫງົບສຸກເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ລະຫຼີ້ນຍາມບຸນເຕັດຢູ່ ຮ່າໂນ້ຍ ທີ່ສະຫງົບງຽບ, ບໍລິສຸດຜຸດຜ່ອງເມື່ອລະດູບານໃໝ່ວຽນມາອີກດ້ວຍ.

ຫວັງວ່າ, ດ້ວຍການແນະນຳດັ່ງກ່າວ ຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈໄດ້ສ່ວນໃດສ່ວນໜຶ່ງກ່ຽວກັບຮີດຄອງປະເພນີ, ກໍ່ຄືບັນດາການເຄື່ອນໄຫວໃນຍາມບຸນເຕັດຂອງຊາວ ຫວຽດນາມ.

leftcenterrightdel
ໜອງ ຮວ່ານກຽມ ຍາມໃດກໍ່ແມ່ນສະຖານທີ່ໄປຫຼິ້ນຍາມບຸນເຕັດຢູ່ ຮ່າໂນ້ຍ ທີ່ຟົດຟື້ນມ່ວນຊື່ນທີ່ສຸດ. ພາບ: chinhphu.vn

ເພື່ອນ ພຸດທະສອນ, ໄດ້ສົ່ງອີເມວມາຫາລາຍການ, ແບ່ງປັນວ່າ: ຂ້າພະເຈົ້າເຄີຍໄປທ່ອງທ່ຽວຢູ່ ດ່ານັ້ງ ເທື່ອໜຶ່ງແລ້ວ. ຫາດຊາຍທະເລຢູ່ແຫ່ງນີ້ແມ່ນສວຍງາມທີ່ສຸດ, ບັນດາການເຄື່ອນໄຫວລະຫຼີ້ນ, ບັນເທິງກໍ່ມີຫຼາຍຮູບຫຼາຍແບບ. ຂ້າພະເຈົ້າໄດ້ຍິນວ່າ, ຢູ່ນີ້ຍັງມີສວນສາທາລະນະ ອາຊີ ດ່ານັ້ງ ອີກ, ຂ້າພະເຈົ້າຍັງບໍ່ທັນມີໂອກາດໄປເທື່ອ. ຜ່ານລາຍການ, ຂ້າພະເຈົ້າຢາກໄດ້ຮັບຟັງການແນະນຳກ່ຽວກັບສວນສາທາລະນະດັ່ງກ່າວ.

ເພື່ອນ ພຸດທະສອນ ທີ່ຮັກແພງ, ເມື່ອມາຢ້ຽມຢາມ ດ່ານັ້ງ, ຖ້າໄດ້ແວ່ຢາມແມ່ນ້ຳ ຮ່ານ ທີ່ກວ້າງໃຫຍ່, ຢ່າລືມເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼີ້ນຢູ່ສວນສາທາລະນະອາຊີ ດ່ານັ້ງ (Asia Park Danang), ຢູ່ຖະໜົນ ຟານດັງລຶວ, ຕາແສງ ຮວ່າເກື່ອງບັກ, ເມືອງ ຫາຍເຈົາ, ນະຄອນ ດ່ານັ້ງ ເດີ. Asia Park Danang ມີເນື້ອທີ່ກວ້າງເກືອບ 900.000 ຕາແມັດ. ສວນສາທາລະນະອາຊີ ດ່ານັ້ງ ໄດ້ເປີດປະຕູແຕ່ 15 ໂມງ - 22 ໂມງ ທຸກວັນ. ຢູ່ແຫ່ງນີ້ມີການລະຫຼີ້ນທີ່ດຶງດູດໃຈຫຼາຍຢ່າງ ແລະ ມີສະຖານທີ່ຖ່າຍຮູບ, ຄື: ລູກຕຸ້ມຂັບເຄື່ອນຂະໜາດໃຫຍ່ (Big Pendulum Rides) 30 ແມັດ, ລົດໄຟເຫາະ, ຊິງຊ້າສະຫວັນ, ເຂດ ຍີ່ປຸ່ນ…

ຖ້າມີໂອກາດໄປຢ້ຽມຢາມຢູ່ ດ່ານັ້ງ ໃນຄັ້ງຕໍ່ໄປ, ເພື່ອນຈົ່ງຍາດເວລາໄປຢ້ຽມຢາມຢູ່ເຂດສວນສາທາລະນະນີ້ເດີ, ແນ່ນອນວ່າແຫ່ງນີ້ຈະສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມໄດ້.

ແຫຼ່ງຄັດຈາກ: vovworld.vn