ຊ່ວຍເພື່ອນຄືຊ່ວຍຕົນເອງ

- ກ່ອນອື່ນໝົດ, ຂໍຂອບໃຈທ່ານໝໍ ບຸ່ຍທິເວິນແອັງ ທີ່ໄດ້ສະຫຼະເວລາໃຫ້ສຳພາດກັບສື່ມວນຊົນ. ໂດຍໄດ້ຮູ້ວ່າ ທ່ານໝໍພ້ອມກັບສະມາຊິກໃນຄະນະຫາກໍ່ກັບມາຈາກບັ້ນຊາວໜຸ່ມອາສາສະໝັກສາກົນຢູ່ເມືອງນອງ, ແຂວງສະຫວັນນະເຂດ, ປະເທດເພື່ອນລາວ. ສະເໜີໃຫ້ທ່ານໝໍແບ່ງປັນກ່ຽວກັບການເຄື່ອນໄຫວນີ້ແດ່?

ໃນ 3 ວັນ, ແຕ່ວັນທີ 31 ກໍລະກົດ ຫາວັນທີ 2 ສິງຫາ 2024, ສະມາຄົມແພດໜຸ່ມແຂວງກວ໋າງຈິ ໄດ້ສົມທົບກັບຄະນະປະຈຳຄະນະຊາວໜຸ່ມແຂວງ, ຄະນະເລຂາສະຫະພັນຊາວໜຸ່ມຫວຽດນາມ ແຂວງກວ໋າງຈິ  ອອກເຄື່ອນໄຫວບັ້ນຊາວໜຸ່ມອາສາສະໝັກສາກົນຢູ່ເມືອງນອງ, ແຂວງສະຫວັນນະເຂດ, ລາວ. ຄະນະອາສາສະໝັກ ລວມມີສະມາຊິກທັງໝົດ 19 ຄົນ, ໃນນັ້ນມີແພດໜຸ່ມ 12 ຄົນ. ຢູ່ເມືອງນອງ, ຄະນະຊາວໜຸ່ມ ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ໜູນຊ່ວຍປະຊາຊົນປະສົບກັບຄວາມຫຍຸ້ງຍາກ; ມອບຂອງຂວັນໃຫ້ນັກຮຽນທີ່ຜ່ານຜ່າຄວາມຫຍຸ້ງຍາກ; ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ... ດ້ວຍຍອດມູນຄ່າທັງໝົດກວ່າ 200 ລ້ານດົ່ງ. ໃນໂອກາດນີ້, ຄະນະກໍ່ໄດ້ເຂົ້າຮ່ວມການພົບປະ, ຊອກຮູ້ກ່ຽວກັບປະຫວັດສາດແຫ່ງສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ແລະເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ-ສິລະປະ, ກິລາ-ກາຍຍະກຳ ກັບພະນັກງານ ແລະປະຊາຊົນປະເທດເພື່ອນລາວ. ນີ້ແມ່ນການເດີນທາງໄປເຄື່ອນໄຫວວຽກງານທີ່ຂ້ອຍ ແລະສະມາຊິກຄົນອື່ນໆໃນຄະນະບໍ່ອາດຫຼົງລືມໄດ້.

- ຢູ່ເມືອງນອງ, ແພດໜຸ່ມຄົນອື່ນໆໄດ້ມີການເຄື່ອນໄຫວລະອຽດຫຍັງແດ່ເພື່ອໜູນຊ່ວຍປະຊາຊົນ?

ເມືອງນອງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຫຍຸ້ງຍາກຂອງແຂວງສະຫວັນນະເຂດ. ດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ, ວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນຢູ່ທີ່ນີ້ບໍ່ໄດ້ຮັບຄວາມສະດວກແທ້ໆ. ມີຫຼາຍຄົນເຈັບເປັນແຕ່ກໍ່ບໍ່ສາມາດໄປໂຮງໝໍໄດ້. ໂດຍເຂົ້າໃຈສະພາບຄວາມເປັນຈິງນັ້ນ, ຂ້າພະເຈົ້າ ແລະແພດໜຸ່ມຄົນອື່ນໆຈຶ່ງຕັດສິນໃຈທີ່ຈະເຮັດທຸກສິ່ງທຸກຢ່າງທີ່ຕົນເອງສາມາດເຮັດໄດ້ເພື່ອໜູນຊ່ວຍປະຊາຊົນ. ດ້ວຍຄວາມມານະພະຍາຍາມລວມ, ໃນການເຄື່ອນໄຫວວຽກງານອາສາສະໝັກຄັ້ງນີ້, ພວກຂ້າພະເຈົ້າ ໄດ້ຈັດຕັ້ງການກວດພະຍາດຫົວໃຈຊີບພະຈອນ, ຕາ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກວ່າ 2.000 ຄົນ; ກວດພະຍາດຫົວໃຈທີ່ເປັນມາແຕ່ກຳເນີດໃຫ້ເດັກນ້ອຍ 300 ກວ່າຄົນ...

leftcenterrightdel
ແພດໜຸ່ມກວດພະຍາດໃຫ້ປະຊາຊົນຢູ່ເມືອງນອງ, ແຂວງສະຫວັນນະເຂດ, ປະເທດລາວ. ພາບ: baoquangtri.vn

- ໂດຍໄດ້ຮູ້ວ່າ, ນີ້ບໍ່ແມ່ນຄັ້ງທໍາອິດທີ່ແພດໜຸ່ມແຂວງກວ໋າງຈິ ໄປກວດສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນປະເທດເພື່ອນລາວ. ຢາກໃຫ້ທ່ານໝໍ ແບ່ງປັນກ່ຽວກັບການປະກອບສ່ວນຂອງສະມາຄົມໃນໄລຍະຜ່ານມາ?

ຖືກຕ້ອງຄືແນວນັ້ນ. ເປັນເວລາຫຼາຍກວ່າ 10 ປີ, ການເຄື່ອນໄຫວກວດ, ປິ່ນປົວພະຍາດ, ແຈກຢາຍຢາໃຫ້ປະຊາຊົນປະເທດເພື່ອນລາວ ໄດ້ກາຍເປັນການເຄື່ອນໄຫວທີ່ເຮັດເປັນປະຈໍາຂອງສະມາຄົມແພດໜຸ່ມແຂວງກວ໋າງຈິ. ແຕ່ລະປີ, ເມື່ອຄະນະຊາວໜຸ່ມແຂວງ, ສະຫະພັນຊາວໜຸ່ມຫວຽດນາມ ແຂວງກວ໋າງຈິ ມີລາຍການ, ແຜນການກ່ຽວກັບບັ້ນຊາວໜຸ່ມອາສາສະໝັກສາກົນຢູ່ປະເທດເພື່ອນລາວ, ສະມາຄົມແພດໜຸ່ມແຂວງກວ໋າງຈິ ຈຶ່ງໄດ້ສົມທົບກັນຢ່າງຕັ້ງໜ້າ ແລະເຂົ້າຮ່ວມ. ພວກຂ້າພະເຈົ້າ ປາດຖະໜາຢາກຮ່ວມແຮງຮ່ວມໃຈ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ຫວຽດນາມ-ລາວ, ໜູນຊ່ວຍປະຊາຊົນປະເທດເພື່ອນດ້ວຍວຽກທີ່ລະອຽດ, ແທດຈິງບົນເນື້ອໃນຈິດໃຈ “ຊ່ວຍເພື່ອນຄືຊ່ວຍຕົນເອງ”.

ໜູນຊ່ວຍປະຊາຊົນດ້ວຍຄວາມໝົດໃຈ

- ເພື່ອກະກຽມໃຫ້ການເດີນທາງຂ້າມຊາຍແດນໄປກວດ, ປິ່ນປົວພະຍາດໃຫ້ປະຊາຊົນ, ແພດໜຸ່ມຄົນອື່ນໆໄດ້ມານະພະຍາຍາມຄືແນວໃດ?

ດັ່ງທີ່ທຸກຄົນຮູ້ຈັກ, ການຈັດຕັ້ງການເຄື່ອນໄຫວກວດ, ປິ່ນປົວພະຍາດ, ແຈກຢາຍຢາໃນຊຸມຊົນບໍ່ແມ່ນເລື່ອງງ່າຍ. ຄວາມຫຍຸ້ງຍາກຍິ່ງທະວີຄູນເມື່ອຈັດຕັ້ງການເຄື່ອນໄຫວນີ້ຢູ່ປະເທດອື່ນ. ສະເພາະການລະດົມແພດໜຸ່ມໃຫ້ໄດ້ເປັນຈຳນວນຫຼວງຫຼາຍເພື່ອເຂົ້າຮ່ວມການເຄື່ອນໄຫວນັ້ນບໍ່ແມ່ນເລື່ອງທີ່ງ່າຍດາຍ ເພາະວ່າເຂົາເຈົ້າຈະຫຍຸ້ງຢູ່ກັບການເບິ່ງແຍງດູແລຄົນເຈັບ. ໄປຮອດປະເທດລາວ, ພວກຂ້າພະເຈົ້າ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງເປັນຕົ້ນແມ່ນພາສາ; ຈໍານວນຄົນທີ່ມາກວດ, ປິ່ນປົວພະຍາດມີຈຳນວນຫຼວງຫຼາຍ...  ເຖິງຢ່າງໃດກໍ່ຕາມ, ຍ້ອນຄວາມເອົາໃຈໃສ່, ໜູນຊ່ວຍຂອງຄະນະຊາວໜຸ່ມແຂວງ, ສະຫະພັນຊາວໜຸ່ມຫວຽດນາມ ແຂວງກວ໋າງຈິ, ພະນັກງານ, ປະຊາຊົນປະເທດເພື່ອນລາວ ແລະພິເສດແມ່ນຈິດໃຈປະຈັນບານ, ອາສາສະໝັກຂອງແພດໜຸ່ມ, ການເຄື່ອນໄຫວຈຶ່ງດໍາເນີນໄປດ້ວຍຄວາມສໍາເລັດຢ່າງຈົບງາມ.

ໄລ່ສະເພາະບັ້ນຊາວໜຸ່ມອາສາສະໝັກສາກົນ 3 ຄັ້ງຢູ່ລາວ ຫວ່າງມໍ່ໆມານີ້, ສະມາຄົມແພດໜຸ່ມແຂວງກວ໋າງຈິ ໄດ້ລະດົມແພດໝໍໜຸ່ມ ໃນບໍລິເວນແຂວງ ໄດ້ຈໍານວນ 45 ຄົນ ເພື່ອໄປໜູນຊ່ວຍພໍ່ແມ່ປະຊາຊົນໃນເມືອງຕ່າງໆຂອງແຂວງສະຫວັນນະເຂດ, ລວມມີ: ເຊໂປນ, ທ່າປາງທອງ, ນອງ. ພວກຂ້າພະເຈົ້າ ໄດ້ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນເກືອບ 5.800 ຄົນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າ ຍັງມອບອຸປະກອນການແພດຈຳນວນຫຼວງຫຼາຍໃຫ້ທ່ານໝໍປະເທດເພື່ອນລາວ ເພື່ອຮັບໃຊ້ວຽກງານກວດ, ປິ່ນປົວພະຍາດ.

- ການເດີນທາງໄປເຄື່ອນໄຫວຢູ່ເມືອງນອງ ໄດ້ສ້າງຄວາມຊົງຈຳຫຍັງແດ່ຢູ່ໃນໃຈຂອງທ່ານໝໍ?

ການເດີນທາງຜ່ານມານີ້ໄດ້ເຮັດໃຫ້ຂ້າພະເຈົ້າມີຄວາມຊົງຈໍາຫຼາຍຢ່າງ. ຂ້າພະເຈົ້າ ຮູ້ສຶກໄດ້ເຖິງອາລົມຈິດອັນເລິກເຊິ່ງຂອງປະຊາຊົນປະເທດເພື່ອນລາວ ທີ່ມີຕໍ່ສະມາຊິກຄະນະອາສາສະໝັກເວົ້າລວມ, ແພດໜຸ່ມເວົ້າສະເພາະ. ເມື່ອໄດ້ຍິນຂ່າວວ່າ ພະຍາບານ, ແພດໝໍຫວຽດນາມ ພວມມາເຖິງ, ປະຊາຊົນນັບພັນຄົນຢູ່ທີ່ນີ້ກໍ່ໄດ້ມາຕ້ອນຮັບພວກຂ້າພະເຈົ້າ ແລະສະແດງທ່າທີເອົາໃຈໃສ່ ແລະໃກ້ຊິດຕິດແທດກັບພວກຂ້າພະເຈົ້າ. ນັ້ນແມ່ນກໍາລັງໃຈເພື່ອໃຫ້ແພດໜຸ່ມມານະພະຍາຍາມໃຫ້ຫຼາຍຕື່ມອີກ.

ສິ່ງໜຶ່ງເຊິ່ງພວກຂ້າພະເຈົ້າ ຂ້ອນຂ້າງເປັນຫ່ວງນັ້ນແມ່ນຍ້ອນຊີວິດມີຄວາມຫຍຸ້ງຍາກ, ປະຊາຊົນຢູ່ທີ່ນີ້ຈຶ່ງບໍ່ເອົາໃຈໃສ່ເຖິງການເບິ່ງແຍງດູແລສຸຂະພາບຫຼາຍ. ພວກຂ້າພະເຈົ້າ ໄດ້ແນະນໍາໃຫ້ພໍ່ແມ່ປະຊາຊົນໄປໂຮງໝໍແຂວງ ຫຼືສູນກາງ; ໃຫ້ຄຳປຶກສາກ່ຽວກັບວິທີຮັກສາສຸຂະພາບ; ແຈກຢາໃຫ້... ກັບເມືອບ້ານ, ຂ້າພະເຈົ້າ ຍັງປາດຖະໜາວ່າ ຕົນເອງຈະມີເວລາແລະເງື່ອນໄຂສະດວກຫຼາຍກວ່າເກົ່າເພື່ອສາມາດໄປຊ່ວຍປະຊາຊົນປະເທດເພື່ອນລາວ ໃຫ້ໄດ້ຫຼາຍກວ່າ ແລະມີປະສິດທິຜົນສູງສຸດ, ຊ່ວຍໃຫ້ພໍ່ແມ່ປະຊາຊົນໃຫ້ຫາຍຈາກການເປັນພະຍາດບາດເຍົາ.

- ໃນໄລຍະຈະມາເຖິງ, ສະມາຄົມແພດໜຸ່ມ ຈະເຮັດແນວໃດເພື່ອຊ່ວຍເຫຼືອປະຊາຊົນໃຫ້ໄດ້ຫຼາຍຂຶ້ນໃນນັ້ນມີປະຊາຊົນປະເທດເພື່ອນລາວ?

ໃນໄລຍະຈະມາເຖິງ, ພະນັກງານສະມາຄົມແພດໜຸ່ມແຂວງກວ໋າງຈິ ຈະສືບຕໍ່ສ້າງແຮງບັນດານໃຈ, ເພີ່ມທະວີຄວາມສຸດໃຈ, ຄວາມຮັກແພງໃຫ້ສະມາຊິກ 700 ກວ່າຄົນ. ພ້ອມກັນນັ້ນ, ທາງສະມາຄົມຈະຕອບສະໜອງຢ່າງຕັ້ງໜ້າ ແລະສົມທົບກັນຈັດຕັ້ງບັນດາລາຍການອາສາສະໝັກຂອງຄະນະປະຈຳຄະນະຊາວໜຸ່ມແຂວງ,   ຄະນະເລຂາສະຫະພັນຊາວໜຸ່ມຫວຽດນາມ ແຂວງກວ໋າງຈິ ເປັນປະຈໍາ ແລະມີປະສິດທິຜົນ, ຄື: “ລະດູບານໃໝ່ຊາຍແດນ - ເຕັດແຫ່ງຄວາມຮັກ”; “ເດືອນມີນາຊາຍແດນ”... ພວກຂ້າພະເຈົ້າ ຈະສຸມຄວາມມານະພະຍາຍາມໃຫ້ຫຼາຍຂຶ້ນກວ່າເກົ່າແກ່ບັ້ນຊາວໜຸ່ມອາສາສະໝັກສາກົນຢູ່ປະເທດເພື່ອນລາວ. ຫວັງວ່າຫົວໃຈຂອງແພດໜຸ່ມແຂວງກວ໋າງຈິ ຈະປະກອບສ່ວນສຳຄັນເຂົ້າໃນການຊ່ວຍເຊື່ອມຕໍ່ຄວາມຮັກຂ້າມຊາຍແດນ.

- ຂອບໃຈທ່ານໝໍ!

ໂດຍ: ເຈິ່ນຮວ່ຽນ