leftcenterrightdel
ໂຄງການລະບົບຊົນລະປະທານເມືອງໜອງບົກ ມີຄວາມໝາຍຫຼາຍຢ່າງຢູ່ປະເທດລາວ ເຊິ່ງລັດຖະບານຫວຽດນາມ ໄດ້ມອບໝາຍໃຫ້ຄະນະກຳມະການປະຊາຊົນແຂວງຮ່າຕິງ ເປັນເຈົ້າຂອງໂຄງການ. ພາບ: baohatinh.vn

ເມືອງໜອງບົກ, ແຂວງຄຳມ່ວນ, ປະເທດລາວ ມີເນື້ອທີ່ດິນກະສິກຳເກືອບ 1.700 ເຮັກຕາ ແຕ່ສາມາດທຳການຜະລິດໄດ້ພຽງ 1 ລະດູດຽວຍ້ອນຂາດແຫຼ່ງນໍ້າ.

ປີ 2022, ລັດຖະບານຫວຽດນາມ ໄດ້ຕົກລົງຊ່ວຍລັດຖະບານລາວ ກໍ່ສ້າງໂຄງການລະບົບຊົນລະປະທານເມືອງໜອງບົກດ້ວຍເງິນລົງທຶນເກືອບ 300 ຕື້ດົ່ງ (ທຶນຊ່ວຍເຫຼືອລ້າ). ໂຄງການດັ່ງກ່າວໄດ້ລົງມືກໍ່ສ້າງແຕ່ເດືອນເມສາ 2022 ໂດຍຄະນະກໍາມະການປະຊາຊົນແຂວງຮ່າຕິງ ເປັນເຈົ້າຂອງໂຄງການ, ລວມມີລາຍການຍ່ອຍຕ່າງໆ, ຄື: ສະຖານີສູບນ້ຳ ແລະສະຖານີໝໍ້ແປງລະດັບ 1, ລະດັບ 2; ລະບົບຄອງນໍ້າມີຄວາມຍາວກວ່າ 2 ກິໂລແມັດ, ເສັ້ນທາງແລ່ນລຽບຕາມຄອງນໍ້າ, ລຽບຕາມແຄມແມ່ນໍ້າຂອງມີຄວາມຍາວ 500 ແມັດ... ຄາດວ່າ, ເມື່ອກໍ່ສ້າງສຳເລັດ ແລະໄດ້ນຳໃຊ້ແລ້ວ, ໂຄງການດັ່ງກ່າວຈະຊ່ວຍຕ້ານການເຊາະເຈື່ອນຂອງກິດຈະກຳສຳຄັນທີ່ສ້າງຢູ່ແຄມແມ່ນໍ້າຂອງ ແລະຮັບໃຊ້ການແຈກນໍ້າເຂົ້າດິນປູກຝັງຫຼາຍກວ່າ 500 ເຮັກຕາ ຂຶ້ນກັບ 4 ບ້ານຂອງກຸ່ມບ້ານສົງເມືອງ - ເຊິ່ງເປັນທົ່ງນາຂອງເມືອງໜອງບົກ.

ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ຫົວໜ້າຄະນະຊີ້ນຳໂຄງການລະບົບຊົນລະປະທານເມືອງໜອງບົກ ໃຫ້ຮູ້ວ່າ: “ໂຄງການກໍ່ສ້າງລະບົບຊົນລະປະທານເມືອງໜອງບົກ ໂດຍລັດຖະບານຫວຽດນາມ ຊ່ວຍເຫຼືອລັດຖະບານລາວ ແມ່ນໂຄງການຊ່ວຍເຫຼືອລ້າຂະໜາດໃຫຍ່ ແລະມີຄວາມໝາຍຫຼາຍຢ່າງພວມໄດ້ຮັບການຜັນຂະຫຍາຍ. ພວກຂ້າພະເຈົ້າ ຕັ້ງຄວາມຫວັງຫຼາຍຢ່າງຕໍ່ໂຄງການດັ່ງກ່າວ, ສະນັ້ນໃນຂັ້ນຕອນການກໍ່ສ້າງ, ພວກຂ້າພະເຈົ້າ ໄດ້ເປັນເຈົ້າການສົມທົບຢ່າງແໜ້ນແຟ້ນກັບຄະນະຄຸ້ມຄອງໂຄງການຂອງແຂວງຮ່າຕິງ ເພື່ອປະຕິບັດວຽກງານຄຸ້ມຄອງ, ຕິດຕາມກວດກາແນໃສ່ຮັບປະກັນຄວາມຄືບໜ້າ, ຄຸນນະພາບ ແລະຄວາມສວຍງາມໃຫ້ແກ່ໂຄງການ. ປະຈຸບັນ, ໂຄງການດັ່ງກ່າວໃກ້ຈະສ້າງສຳເລັດແລ້ວ ແລະເມື່ອໄດ້ນຳໃຊ້, ຈະຊ່ວຍໃຫ້ປະຊາຊົນທີ່ຢູ່ໃນຂອບເຂດນັ້ນໄດ້ຮັບຜົນປະໂຫຍດຈາກການປູກຝັງໄດ້ລະດູດຽວມາເປັນ 2 ແລະການປູກຝັງກໍ່ເພີ່ມປະສິດທິພາບ, ສ້າງບາດກ້າວບຸກທະລຸໃນການຜະລິດ”.

leftcenterrightdel
ທ່ານ ຫອມເລືອງ ວີໄດ ຢູ່ບ້ານຊຽງວາງ (ເສື້ອສີຟ້າ) ແລະປະຊາຊົນໃນເຂດດັ່ງກ່າວແລກປ່ຽນກ່ຽວກັບຄາດໝາຍຜະລິດເມື່ອມີນ້ຳເຢັນໄຫຼເຂົ້າສູ່ທົ່ງນາ. ພາບ: baohatinh.vn

ປະຈຸບັນ, ລະບົບຊົນລະປະທານເມືອງໜອງບົກ ໄດ້ສຳເລັດປະມານ 96% ຂອງປະລິມານໜ້າວຽກ ແລະຄາດວ່າໃນເດືອນມີນານີ້ຈະໄດ້ຈັດພິທີມອບ-ຮັບ ແລະນຳໃຊ້. ທ່ານ ຫອມເລືອງ ວີໄດ (ບ້ານຊຽງວາງ, ເມືອງໜອງບົກ) ກ່າວວ່າ: “ພວກຂ້າພະເຈົ້າ ຄອຍຖ້າແຫຼ່ງນໍ້າເຢັນນີ້ມາຫຼາຍລຸ້ນຄົນແລ້ວ, ມາຮອດເວລານີ້ມີແຕ່ລໍຖ້າວັນທີ່ໂຄງການເຄື່ອນໄຫວ. ປະຈຸບັນ, ເຂົ້າໃນນາໄດ້ດຳໝົດແລ້ວດັ່ງນັ້ນເມື່ອໂຄງການໄດ້ນຳໃຊ້, ພໍດີທັນເອົານໍ້າເຂົ້ານາເພື່ອໃຫ້ຕົ້ນເຂົ້າອອກມານ ແລະຖອດຮວງ. ພິເສດແມ່ນໃນລະດູການຕໍ່ໄປ, ຈະມີນໍ້າເຂົ້ານາຢ່າງພຽງພໍ,  ຢຸດຕິສະພາບແຫ້ງແລ້ງຄືກ່ອນນີ້”.

ໂດຍກຳນົດບົດບາດ ແລະຄວາມໝາຍຂອງໂຄງການ, ສະນັ້ນພາຍຫຼັງລັດຖະບານໄດ້ມອບໝາຍໃຫ້ເປັນເຈົ້າຂອງໂຄງການຝ່າຍຫວຽດນາມ, ແຂວງຮ່າຕິງ ໄດ້ສ້າງຕັ້ງຄະນະຄຸ້ມຄອງໂຄງການໜອງບົກ-ຮ່າຕິງ ເພື່ອສົມທົບກັບຝ່າຍເພື່ອນຍູ້ໄວຄວາມຄືບໜ້າໃນການກໍ່ສ້າງ. ອ້າຍ ຫງວຽນວັນຖາວ, ພະນັກງານເຕັກນິກຂອງບໍລິສັດຫຸ້ນສ່ວນລົງທຶນກໍ່ສ້າງ 36 (ຫົວໜ່ວຍກໍ່ສ້າງ) ໃຫ້ຮູ້ວ່າ: “ເມື່ອປະມູນໄດ້ໂຄງການນີ້, ພວກຂ້າພະເຈົ້າ ໄດ້ສຸມໃສ່ລະດົມເຄື່ອງຈັກ, ພາຫະນະ, ຊັບພະຍາກອນມະນຸດ ແລະມີແຜນການກໍ່ສ້າງທີ່ເໝາະສົມເພື່ອປະຕິບັດໂຄງການຢ່າງປອດໄພ, ຖືກຕ້ອງຕາມຄວາມຄືບໜ້າ ແລະຮັບປະກັນຄຸນນະພາບ. ໃນຂັ້ນຕອນການກໍ່ສ້າງ, ພວກຂ້າພະເຈົ້າ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຊີ້ນຳ, ຮ່ວມເດີນທາງຈາກທຸກຂັ້ນ, ທຸກຂະແໜງການຂອງທັງສອງຝ່າຍ ແລະປະຊາຊົນທ້ອງຖິ່ນ. ພວກຂ້າພະເຈົ້າ ໄດ້ກໍ່ສ້າງສໍາເລັດ 96% ແລ້ວ ແລະ ພວມເລັ່ງໃສ່ໜ້າວຽກທີ່ຍັງເຫຼືອເພື່ອໃຫ້ທັນມອບ-ຮັບໂຄງການໃນໄຕມາດທີ I ປີ 2024”.

ທ່ານ ທ໊າຍຟຸກເຊີນ ຫົວໜ້າພະແນກການຕ່າງປະເທດແຂວງຮ່າຕິງ ໃຫ້ຮູ້ວ່າ: “ໂຄງການລະບົບຊົນລະປະທານເມືອງໜອງບົກ, ແຂວງຄຳມ່ວນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານມອບໃຫ້ແຂວງຮ່າຕິງ ເປັນເຈົ້າຂອງໂຄງການເຊິ່ງພະແນກພົວພັນຕ່າງປະເທດ ແມ່ນອົງການປະຈໍາການ. ໃນໄລຍະຜ່ານມາ, ພວກຂ້າພະເຈົ້າ ກໍ່ໄດ້ສົມທົບຢ່າງແໜ້ນແຟ້ນກັບພະແນກ, ຂະແໜງການໃນແຂວງ ແລະສົມທົບກັບກະຊວງກະສິກຳ ແລະປ່າໄມ້, ພະແນກ, ຂະແໜງການຂອງແຂວງຄຳມ່ວນ, ເມືອງໜອງບົກຂອງປະເທດເພື່ອນມິດ ເພື່ອສຸມໃສ່ຜັນຂະຫຍາຍໂຄງການທັງຮັບປະກັນຄຸນນະພາບ, ຄວາມຄືບໜ້າ ແລະເສີມຂະຫຍາຍຄວາມໝາຍ. ໂຄງການກຳລັງກໍ່ສ້າງໃກ້ຈະສຳເລັດແລ້ວ ແລະເມື່ອນຳໃຊ້, ຈະສ້າງຄວາມສະດວກໃຫ້ປະຊາຊົນທຳການຜະລິດ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບ ຫວຽດນາມ-ລາວ".

ໂດຍ: ເຈິ່ນຮວ່ຽນ