ແຂວງເງະອານ ຕ້ອນຮັບນັກຮຽນລາວ ມາຮຽນຢູ່ໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນປາຍ ເລກ 2
ກປ.ອອນໄລ - ຕອນເຊົ້າວັນທີ 2 ຕຸລາ, ພະແນກສຶກສາ ແລະກໍ່ສ້າງແຂວງເງະອານ ສສ.ຫວຽດນາມ ໄດ້ຈັດພິທີຕ້ອນຮັບບໍາລຸງສ້າງໃນຫຼັກສູດການສຶກສາຊັ້ນມັດທະຍົມໃຫ້ແກ່ນັກຮຽນບັນດາແຂວງຂອງ ສປປ ລາວ, ສົກຮຽນ 2023-2024.
ນີ້ແມ່ນເນື້ອໃນ ເພື່ອປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ຂອງການນໍາແຂວງເງະອານ ກ່ຽວກັບການເພີ່ມທະວີການພົວພັນສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານກັບ ສປປ ລາວ ເວົ້າລວມ, ສໍາລັບຂົງເຂດ: ການຄ້າ, ການສຶກສາ-ບໍາລຸງສ້າງ, ສາທາລະນະສຸກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ...
    |
 |
ທ່ານ ຖາຍວັນແທ່ງ ຫົວໜ້າພະແນກສຶກສາ ແລະກໍ່ສ້າງ ແຂວງເງະອານ ກ່າວຄໍາເຫັນທີ່ພິທີ. ພາບ: giaoducthoidai.vn |
ໃນ 10 ກວ່າປີຜ່ານມາ, ແຂວງເງະອານ ໄດ້ຮັບນັກຮຽນ, ນັກສຶກສາຂອງປະເທດເພື່ອນລາວ ມາຮຽນຢູ່ແຂວງເງະອານ ໄດ້ 2.322 ກວ່າຄົນ. ໃນຈໍານວນນີ້, ປັດຈຸບັນມີຫຼາຍຄົນໄດ້ກາຍເປັນການນໍາ ແລະພວມດໍາລົງຕໍາແໜ່ງທີ່ສໍາຄັນໃນອົງການລັດຂອງລາວ.
ໂດຍສືບຕໍ່ບັນດາໝາກຜົນທີ່ບັນລຸໄດ້, ແຕ່ສົກຮຽນນີ້, ແຂວງເງະອານ ຈະສືບຕໍ່ບໍາລຸງສ້າງນັກຮຽນລາວ ໃນຊັ້ນມັດທະຍົມຕອນປາຍ. ໃນສົກຮຽນທໍາອິດ, ທາງໂຮງຮຽນມັດທະຍົມກິນນອນຊົນເຜົ່າຕອນປາຍເລກ 2 ຈະຕ້ອນຮັບນັກຮຽນຈໍານວນ 31 ຄົນທີ່ມາຈາກ 6 ແຂວງ: ຊຽງຂວາງ, ຫົວພັນ, ບໍລິຄໍາໄຊ, ວຽງຈັນ, ສະຫວັນນະເຂດ ແລະຄໍາມ່ວນ ຂອງລາວ.
    |
 |
ການນໍາພະແນກສຶກສາ ແລະກໍ່ສ້າງແຂວງເງະອານ ມອບຂອງຂວັນທີ່ລະນຶກໃຫ້ພະແນກສຶກສາ ແລະກິລາ ບັນດາແຂວງທີ່ມີນັກຮຽນມາຮໍ່າຮຽນຢູ່ແຂວງເງະອານ. ພາບ: giaoducthoidai.vn |
ກ່າວຄໍາເຫັນທີ່ພິທີ, ທ່ານ ຖາຍວັນແທ່ງ ຫົວໜ້າພະແນກການສຶກສາ ແລະກໍ່ສ້າງ ແຂວງເງະອານ ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍນັກຮຽນລາວ 31 ຄົນ ທີ່ມາຮຽນເປັນຊຸດທຳອິດຢູ່ແຂວງເງະອານ ແລະອວຍພອນໃຫ້ພວກນ້ອງມີຜົນການຮໍ່າຮຽນທີ່ດີເລີດໃນຊຸດຮຽນຂອງຕົນ.
    |
 |
ຜູ້ແທນ 2 ປະເທດ ຖ່າຍຮູບເປັນທີ່ລະນຶກກັບນັກຮຽນ ລາວ ທີ່ມາຮໍ່າຮຽນຢູ່ ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ຕອນປາຍ ເລກ 2. ພາບ: giaoducthoidai.vn |
ທ່ານ ຖາຍວັນແທ່ງ ເຊື່ອໝັ້ນວ່າການຕ້ອນຮັບນັກຮຽນລາວ ມາຮໍ່າຮຽນຢູ່ແຂວງເງະອານ ຈະເຮັດໃຫ້ສອງປະເທດ ລາວ-ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງຕື່ມອີກ.
ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ພວກນ້ອງນັກຮຽນໃນໄລຍະເວລາທີ່ຮໍ່າຮຽນຢູ່ໂຮງຮຽນ, ຂະແໜງສຶກສາ ແລະກໍ່ສ້າງແຂວງເງະອານ ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດບົດບາດ, ຄວາມຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ; ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພວກນ້ອງ ມີຄວາມອຸ່ນອ່ຽນໃຈດໍາລົງຊີວິດ ແລະຮໍ່າຮຽນ.
ໂດຍ: ໄຊຊະນະ