ພິທີເປີດສະຫຼອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ - ຂອງຂວັນຈາກລັດຖະບານ ຫວຽດນາມ
ກປ.ອອນໄລ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ສະຫາຍພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ສະຫາຍພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ໄດ້ເປັນປະທານພິທີມອບ-ຮັບໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ, ເຊິ່ງເປັນຂອງຂວັນຈາກລັດຖະບານຫວຽດນາມ ມອບໃຫ້ກະຊວງປ້ອງກັນຄວາມສະຫງົບລາວ.
ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD. ໂຄງການດັ່ງກ່າວສາມາດຕອບສະໜອງພື້ນຖານດ້ານວັດຖຸ, ຮັບໃຊ້ຄວາມຕ້ອງການບຳລຸງ - ກໍ່ສ້າງ, ການຮຽນ-ການສອນ ດ້ວຍຂະໜາດຮັບເອົາພະນັກງານ, ຄູອາຈານໄດ້ 150 ຄົນ ແລະ ນັກສຶກສາໄດ້ 1,200 ຄົນຕໍ່ປີ.
    |
 |
ພິທີຕັດແຖບຜ້າເປີດສະຫຼອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ. ພາບ: vov.vn |
ຕີລາຄາສູງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ກໍ່ຄືຄຸນນະພາບ ແລະມາດຕະຖານຂອງໂຄງການ, ສະຫາຍພົນເອກ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຢືນຢັນວ່າ: “ວິທະຍາຄານການເມືອງ ແມ່ນໂຄງການທີ່ທັນສະໄໝ, ມີຄວາມໝາຍສຳຄັນ ແລະຈະກາຍເປັນຂີດໝາຍຂອງສາຍພົວພັນການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກໍາລັງປ້ອງກັນຄວາມສະຫງົບຂອງສອງປະເທດ ລາວ-ຫວຽດນາມ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ໂຄງການດັ່ງກ່າວຢ່າງມີປະສິດທິຜົນ, ຄຸ້ມຄອງບໍລິຫານ ແລະນຳໃຊ້ໃຫ້ດີທີ່ສຸດ ເພື່ອຮັບໃຊ້ວຽກງານຝຶກອົບຮົມນາຍ ແລະພົນຕຳຫຼວດ ເພື່ອຍົກສູງລະດັບຄວາມຮູ້, ຄວາມສາມາດໃຫ້ທ່ົວກຳລັງປ້ອງກັນຄວາມ ສະຫງົບຂອງລາວ”.
    |
 |
ໂຄງການກໍ່ສ້າງວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ກະຊວງຕຳຫຼວດຫວຽດນາມ ຈະສົມທົບກັບກະຊວງປ້ອງກັນຄວາມສະຫງົບລາວ ສ້າງຫຼັກສູດ, ເອກະສານການສອນ ແລະຈັດສົ່ງນັກຊ່ຽວຊານມາຊ່ວຍວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ໃນໄລຍະຈະມາເຖິງ. ວັນທີ 26 ກັນຍາ, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບລາວ ໄດ້ເປີດສົກຮຽນຄັ້ງທຳອິດ.
ໂດຍ: ທູຈາງ