ສະຫາຍພົນຈັດຕະວາ ຮວ່າງວັນຊີ໊, ຜູ້ບັນຊາການແມ່ທັບນ້ອຍ 15 ໄດ້ແຈ້ງໃຫ້ຄະນະປະຕິບັດງານຊາບກ່ຽວກັບສະພາບການຂອງກົມກອງໃນໄລຍະຜ່ານມາ, ໃນນັ້ນມີບັນດາການເຄື່ອນໄຫວຢູ່ປະເທດເພື່ອນລາວ. ເພື່ອປະກອບສ່ວນເສີມຂະຫຍາຍ, ຮັກສາ ແລະພັດທະນາສາຍພົວພັນແບບພິເສດລະຫວ່າງປະຊາຊົນ ແລະກອງທັບສອງປະເທດຫວຽດນາມ - ລາວ, ແມ່ທັບນ້ອຍ 15 ຍາມໃດກໍ່ກໍານົດປະຕິບັດບັນດາເນື້ອໃນແຮກສ່ຽວກັບຄະນະຊີ້ນຳກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດລາວ ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການແຮກສ່ຽວລະຫວ່າງສອງກົມກອງ. ພາບ: qdnd.vn

ສະຫາຍພົນຈັດຕະວາ ບົວໄລ ພົມມະວົງ ໄດ້ຕີລາຄາສູງບັນດາໝາກຜົນທີ່ແມ່ທັບນ້ອຍ 15 ບັນລຸໄດ້ໃນໄລຍະຜ່ານມາ ກໍ່ຄືໝາກຜົນການຮ່ວມມືລະຫວ່າງສອງຝ່າຍ; ຂອບໃຈຢ່າງຈິງໃຈແມ່ທັບນ້ອຍ15 ທີ່ໄດ້ໃຫ້ການຊ່ວຍເຫຼືອບໍາລຸງກໍ່ສ້າງນັກສຶກສາລາວ ທີ່ຖືກສົ່ງໄປຮຽນຢູ່ຫວຽດນາມ; ພ້ອມທັງ, ປາດຖະໜາຢາກເພີ່ມທະວີການຮ່ວມມືໃນທຸກຂັ້ນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ສອງຝ່າຍໄດ້ລົງນາມແລ້ວ.

ໂດຍ: ທະນາພອນ