ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ແລະສາຍພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະລາວ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ວັນທີ 2 ກັນຍາ 1945 – ວັນທີ 2 ກັນຍາ 2023), ຫວ່າງແລ້ວນີ້, ຄະນະຜູ້ແທນສະຖານທູດລາວ ປະຈຳ ອົດສະຕາລີ ນຳໂດຍສະຫາຍ ສິນໃຈ ມະນີວັນ ເອກອັກຄະລັດຖະທູດ ລາວ ປະຈໍາອົດສະຕາລີ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳອົດສະຕາລີ.
ທີ່ການພົບປະ, ສະຫາຍ ສິນໃຈ ມະນີວັນ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນຕະຫຼອດ 78 ປີຜ່ານມາ, ເນັ້ນໜັກເຖິງຄວາມໝາຍຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຄວາມສາມັກຄີແບບພິເສດ ແລະມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ; ພ້ອມທັງຢືນຢັນວ່າ: ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຂອງລາວ ມີການປະກອບສ່ວນສຳຄັນຂອງຫວຽດນາມ.
    |
 |
ຜູ້ຕາງໜ້າສະຖານທູດລາວ ປະຈຳອົດສະຕາລີ ອວຍພອນພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳອົດສະຕາລີ ເນື່ອງໃນໂອກາດວັນຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນສະພາບທົ່ວໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ສົ່ງຜົນສະທ້ອນບໍ່ໜ້ອຍເຖິງເສດຖະກິດ - ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນ, ລັດຖະບານ ແລະປະຊາຊົນສອງປະເທດຕັດສິນໃຈໜູນຊ່ວຍກັນ, ສະແດງໃຫ້ເຫັນນ້ຳໃຈເພື່ອນມິດສະຫາຍ, ອ້າຍນ້ອງ ແລະ ມູນເຊື້ອອຸ່ມຊູຊ່ວຍເຫຼືອກັນລະຫວ່າງສອງຊາດ ຫວຽດນາມ - ລາວ.
ສະຫາຍເອກອັກຄະລັດຖະທູດ ຫງວຽນເຕິດແທ່ງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວໃໝ່ໃນການພົວພັນສາມັກຄີແບບພິເສດ ແລະມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ, ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການຢ້ຽມຢາມລາວ ຢ່າງເປັນທາງການຂອງສະຫາຍປະທານປະເທດ ຫວໍວັນເຖືອງ ໃນເດືອນເມສາ ຜ່ານມາ.
ກ່ຽວກັບການຮ່ວມມືລະຫວ່າງສອງສະຖານທູດ, ສະຫາຍເອກອັກຄະລັດຖະທູດ ຫງວຽນເຕິດແທ່ງ ປາດຖະໜາວ່າສອງອົງການຈະຮັດແໜ້ນການສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ, ເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງກະຊວງການຕ່າງປະເທດເລິກເຊິ່ງກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ ກໍ່ຄືໃນຂອບເຂດພາກພື້ນ ແລະຫຼາຍຝ່າຍ.
ໃນບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ພະນັກງານສະຖານທູດສອງປະເທດໄດ້ແບ່ງປັນ ແລະຫວນຄືນນໍ້າໃຈ ແລະມູນເຊຶ້ອສະໜິດຕິກພັນ, ຄວາມສາມັກຄີຖານອ້າຍນ້ອງຂອງລຸ້ນພໍ່ລຸ້ນອ້າຍສອງປະເທດໃນໄລຍະທາງປະຫວັດສາດປົກປັກຮັກສາ ແລະສ້າງສາປະເທດຊາດ.
ໂດຍ: ທະນາພອນ