ກ່າວຄຳເຫັນທີ່ພິທີ, ສະຫາຍ ສົມບຸນ ເຮືອງວົງສາ, ຮອງເຈົ້າແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນໄລຍະມໍ່ໆມານີ້, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ປາກເຊ ແລະ ສະຫາຍ ຫງວຽນວັນຈູງ ຍາມໃດກໍ່ເປັນຂົວຕໍ່ຢ່າງໜັກແໜ້ນ, ຜັນຂະຫຍາຍໜ້າທີ່ເພີ່ມທະວີ ແລະປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງບັນດາແຂວງພາກໃຕ້ຂອງລາວ ກັບບັນດາແຂວງ, ນະຄອນຢູ່ພາກກາງ, ໄຕງວຽນ ແລະພາກໃຕ້ຫວຽດນາມ ເວົ້າສະເພາະຢ່າງມີປະສິດທິຜົນ.

ເລື່ອງລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ສະຫາຍ ຫງວຽນວັນຈູງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ປາກເຊ ແມ່ນການຮັບຮູ້ຕໍ່ການປະກອບສ່ວນດັ່ງກ່າວ.

leftcenterrightdel
ສະຫາຍ ສົມບຸນ ເຮືອງວົງສາ, ຮອງເຈົ້າແຂວງຈຳປາສັກ  ປະດັບຫຼຽນກາມິດຕະພາບຂອງລັດຖະບານລາວ ໃຫ້ສະຫາຍ ຫງວຽນວັນຈູງ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ປາກເຊ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ຫງວຽນວັນຈູງ ໄດ້ສະແດງຄວາມສະເທື່ອນໃຈ ແລະຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ລັດຖະບານລາວ ທີ່ໄດ້ປະດັບຫຼຽນກາມິດຕະພາບໃຫ້ສະຫາຍເອງ.

ສະຫາຍ ຫງວຽນວັນຈູງ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ພ້ອມກັບພະນັກງານ, ລັດຖະກອນຂອງສະຖານກົງສູນໃຫຍ່ ເຮັດຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນພັດທະນາສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.

ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກລັດຖະບານລາວ ແລະສະຫາຍເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ,  ສະຫາຍ ສົມບຸນ ເຮືອງວົງສາ ໄດ້ປະດັບຫຼຽນກາມິດຕະພາບຂອງລັດຖະບານລາວ ໃຫ້ສະຫາຍ ຫງວຽນວັນຈູງ. ນີ້ແມ່ນຫຼຽນກາອັນສູງສົ່ງຂອງລັດຖະບານລາວ ເພື່ອຮັບຮູ້ການປະກອບສ່ວນຂອງສະຫາຍຫົວໜ້າສະຖານກົງສູນໃຫຍ່ ຕໍ່ການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ໂດຍ: ທູຈາງ