ສະຫາຍ ຫງວຽນວັນກວາງ, ກຳມະການສູນກາງພັກ, ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດຂອງດ່ານັ້ງ; ສະຫາຍ ເລຈູງຈິງ, ຮອງເລຂາ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ເປັນປະທານການຕ້ອນຮັບ.

ສຳລັບຝ່າຍແຂກຖືກເຊີນມີສະຫາຍນາງ Som Kim Suor, ປະທານອົງການກວດສອບແຫ່ງລັດ  ກຳປູເຈຍ, ສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ, ສະຫາຍ ໂງວັນຕ໊ວນ, ຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານຂອງສາມອົງການກວດສອບແຫ່ງລັດ ກຳປູເຈຍ, ລາວ ແລະຫວຽດນາມ.

leftcenterrightdel
ຄະນະປະຈຳພັກນະຄອນດ່ານັ້ງ ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານກວດສອບແຫ່ງລັດ ກຳປູເຈຍ-ລາວ-ຫວຽດນາມ. ພາບ: ແທັງຕຸ່ງ

ກ່າວຄຳເຫັນທີ່ການຕ້ອນຮັບ ແລະເຮັດວຽກ, ສະຫາຍ ຫງວຽນວັນກວາງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມນະຄອນດ່ານັ້ງ ໃນປີ 2022 ແລະ 6 ເດືອນຕົ້ນປີ 2023. ດ່ານັ້ງ ສູ້ຊົນຮອດປີ 2025 ໃຫ້ກາຍເປັນຕົວເມືອງລິເລີ່ມທຸລະກິດ, ປະດິດຄິດສ້າງ, ແມ່ນໃຈກາງດ້ານເສດຖະກິດ-ສັງຄົມ ຂະໜາດໃຫຍ່ຂອງຫວຽດນາມ, ແມ່ນໃຈກາງຂອງບັນດາຕົວເມືອງ ແລະຈຸດສຸມການເຕີບໂຕເຂດເສດຖະກິດທີ່ສຳຄັນຢູ່ພາກກາງ-ເຂດໄຕງວຽນ; ເມື່ອຮອດປີ 2030, ດ່ານັ້ງ ໃຫ້ກາຍເປັນໜຶ່ງໃນບັນດາໃຈກາງດ້ານເສດຖະກິດ-ສັງຄົມ ຂະໜາດໃຫຍ່ຂອງຫວຽດນາມ ແລະອາຊີຕາເວັນອອກສ່ຽງໃຕ້, ກາຍເປັນຕົວເມືອງໃຫຍ່, ຊີວະພາບ ແລະອັດສະລິຍະ, ແມ່ນໃຈກາງລິເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ ແລະນະຄອນທະເລ ທີ່ເປັນໜ້າດຳລົງຊີວິດລະດັບຊັ້ນນຳຂອງພາກພື້ນ ແລະອາຊີ.

ກ່າວຄຳເຫັນທີ່ການຕ້ອນຮັບ ແລະເຮັດວຽກ, ຜູ້ຕາງໜ້າອົງການກວດສອບແຫ່ງລັດ ກຳປູເຈຍ ແລະລາວ ຢັ້ງຢືນວ່າ ການພົວພັນຮ່ວມມືມິດຕະພາບແບບພິເສດຍາມໃດພັກ, ລັດ ແລະປະຊາຊົນຫວຽດນາມ-ລາວ-ກຳປູເຈຍ ກໍ່ໄດ້ເພີ່ມພູນຄູນສ້າງ, ປັບປຸງໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ເລຂາພັກນະຄອນດ່ານັ້ງ ມອບຮູບຂົວມັງກອນ-ສັນຍາລັກຂອງນະຄອນດ່ານັ້ງ ໃນໄລຍະປ່ຽນແປງໃໝ່. ພາບ: ແທັງຕຸ່ງ

ການສົມທົບກັນລະຫວ່າງອຳນາດການປົກຄອງທ້ອງຖິ່ນກັບອົງການກວດສອບແຫ່ງລັດ ໄດ້ຊ່ວຍກຳນົດລັກສະນະທີ່ຖືກຕ້ອງ, ຊັດເຈນຂອງຂໍ້ມູນຂ່າວສານການເງິນພາກລັດ, ຊັບສິນຂອງລັດ ຫຼືບົດລາຍງານການເງິນກ່ຽວຂ້ອງເຖິງການຄຸ້ມຄອງ, ນຳໃຊ້ການເງິນສາທາລະນະ, ຊັບສິນສາທາລະນະ: ການປະຕິບັດກົດໝາຍ ແລະມີປະສິດທິຜົນໃນການຄຸ້ມຄອງ, ການນຳໃຊ້ຮ່ວງເງິນພາກລັດ, ຊັບສິນຂອງລັດ.

ບົດລາຍງານການກວດສອບຂອງອົງການກວດສອບແຫ່ງລັດ ມີບົດບາດສຳຄັນທີ່ສຸດຕໍ່ກັບ ທ້ອງຖິ່ນ. ຜ່ານວຽກງານກວດສອບ, ຊ່ວຍໃຫ້ທ້ອງຖິ່ນຮັບຮູ້ບັນດາຂໍ້ຄົງຄ້າງ, ຂໍ້ຈຳກັດໃນວຽກ ງານຄຸ້ມຄອງການເງິນ, ຊັບສິນຂອງລັດ ຈາກນັ້ນມີມາດຕະການແກ້ໄຂ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງການເງິນ-ງົບປະມານ, ຊັບສິນຂອງລັດ, ປະກອບສ່ວນສະກັດກັ້ນສິ່ງຫຍໍ້ທໍ້, ການສໍ້ຫຼາດບັງຫຼວງ, ຟຸມເຟືອຍ.

ໂດຍ: ແສງເດືອນ