ບົນພື້ນຖານການພົວພັນອັນດີງາມນັ້ນ, ສາຍພົວພັນມິດຕະພາບແບບພິເສດລະຫວ່າງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນສອງແຂວງ ແທງຮວ໊າ - ຫົວພັນ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ແລະປະຊາຊົນສອງແຂວງ, ຍາມໃດກໍ່ຮັກສາໄວ້ຢ່າງໝັ້ນຄົງ, ມີຄວາມສັດຊື່ບໍລິສຸດ. ສອງແຂວງ ແທງຮວ໊າ - ຫົວພັນ ໄດ້ ແລະພວມຕັ້ງໜ້າຊຸກຍູ້ ເພີື່ອຍົກລະດັບການພົວພັນຮ່ວມມືຮອບດ້ານລະຫວ່າງສອງທ້ອງຖິ່ນ. ແຕ່ລະປີ, ການນຳຂອງສອງແຂວງ ແທງຮວ໊າ - ຫົວພັນ ແລະບັນດາທ້ອງຖິ່ນໄດ້ແຮກສ່ຽວນຳກັນ ເຊິ່ງສາມາດຮັກສາການພົບປະເຈລະຈາ, ຕີລາຄາໝາກຜົນການປະຕິບັດຂໍ້ຕົກລົງຮ່ວມມືຢ່າງເປັນປົກກະຕິ. ບົນພື້ນຖານຂໍ້ຕົກລົງຮ່ວມມືດ້ານເສດຖະກິດ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສອງແຂວງ, ບັນດາເມືອງຊາຍແດນຕິດກັບແຂວງຫົວພັນ ໄດ້ພ້ອມກັນເຫັນດີເປັນເອກະສັນຕໍ່ແຜນນະໂຍບາຍ ແລະສ້າງແຜນການປະຕິບັດການແຮກສ່ຽວ ລະຫວ່າງເມືອງທີ່ຢູ່ສອງຟາກຊາຍແດນ, ຮັບປະກັນຫຼັກການເຄົາລົບອະທິປະໄຕຂອງແຕ່ລະປະເທດ, ສອດຄ່ອງກັບສັນຍາ, ລະບຽບການຊາຍແດນທີ່ສອງປະເທດ ແລະສອງແຂວງໄດ້ລົງນາມ.
    |
 |
ການນຳແຂວງແທງຮວ໊າ ແລະການນຳແຂວງຫົວພັນ ຖ່າຍຮູບເປັນທີ່ລະນຶກກັບສໍາມະນາກອນແຂວງຫົວພັນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນການເມືອງແຂວງແທງຮວ໊າ. ພາບ: baothanhhoa.vn |
ໃນການພົວພັນຮ່ວມມືດ້ານເສດຖະກິດ, ວົງເງິນການຄ້າສອງສົ້ນລະຫວ່າງແຂວງ ແທງຮວ໊າ ແລະຫົວພັນ ໄດ້ເຕີບໂຕຢ່າງຕໍ່ເນື່ອງ. ປີ 2022, ວົງເງິນສົ່ງອອກຂອງວິສາຫະກິດແຂວງ ແທງຮວ໊າ ໄປຍັງລາວ ບັນລຸ 267,13 ລ້ານໂດລາສະຫະລັດ; ໃນ 6 ເດືອນຕົ້ນປີ 2023 ບັນລຸ 15,2 ລ້ານໂດລາສະຫະລັດ. ໂດຍອີງໃສ່ຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງ, ໃນປີ 2022, ແຂວງແທງຮວ໊າ ໄດ້ໜູນຊ່ວຍແຂວງຫົວພັນ 47 ຕື້ດົ່ງເພື່ອກໍ່ສ້າງບັນດາກິດຈະກໍາ, ຄື: ສຳນັກງານຄະນະກຳມະການອໍານາດການປົກຄອງເມືອງຊຳເໜືອ ແລະເມືອງຊຳໃຕ້; ໂຮງໝໍມິດຕະພາບລາວ-ຫວຽດນາມ ແຂວງຫົວພັນ... ພ້ອມກັນນັ້ນ ກໍ່ໜູນຊ່ວຍບໍາລຸງສ້າງ, ຮັບເອົານັກສຶກສາແຂວງຫົວພັນ ໄປຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຢູ່ແຂວງ ແທງຮວ໊າ.
ພ້ອມກັນນັ້ນ, ການນຳບັນດາພະແນກ, ຂະແໜງການ ແລະທ້ອງຖິ່ນຂອງສອງຝ່າຍກໍ່ໄດ້ຈັດຕັ້ງຄະນະນັກທ່ອງທ່ຽວ, ສົ່ງເສີມການລົງທຶນດ້ານການຄ້າສອງແຂວງ ເພື່ອແນໃສ່ເພີ່ມທະວີການແລກປ່ຽນ ແລະການຮ່ວມມືລະຫວ່າງປະຊາຊົນ ແລະປະຊາຄົມວິສາຫະກິດ. ແຂວງແທງຮວ໊າ ໄດ້ຕັ້ງໜ້າຊຸກຍູ້ການສ້າງຕັ້ງເຂດເສດຖະກິດດ່ານຊາຍແດນສາກົນນາແມ່ວ ເພື່ອຕອບສະໜອງຄວາມຕ້ອງການຊື້ຂາຍ, ແລກປ່ຽນສິນຄ້າ ແລະພັດທະນາເສດຖະກິດ - ສັງຄົມຢູ່ເຂດຊາຍແດນລະຫວ່າງສອງແຂວງ ແທງຮວ໊າ - ຫົວພັນ. ສອງຝ່າຍໄດ້ສົມທົບກັນຢ່າງຕັ້ງໜ້າເພື່ອຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ກອງປະຊຸມ, ກອງປະຊຸມສຳມະນາ, ເຫດການວັດທະນະທຳ ແລະທ່ອງທ່ຽວ ເພື່ອແນະນຳ ແລະໂຄສະນາການທ່ອງທ່ຽວຂອງແຂວງ ແທງຮວ໊າ ຢູ່ແຂວງຫົວພັນ ແລະການທ່ອງທ່ຽວຂອງແຂວງຫົວພັນ ຢູ່ແຂວງແທງຮວ໊າ. ສອງແຂວງກໍ່ໄດ້ຍູ້ແຮງການຮ່ວມມືໃນຂົງເຂດສາທາລະນະສຸກ, ພິເສດແມ່ນການກວດ ແລະປິ່ນປົວພະຍາດໃຫ້ແກ່ພະນັກງານ ແລະປະຊາຊົນແຂວງຫົວພັນ ຢູ່ແຂວງແທງຮວ໊າ; ບໍາລຸງສ້າງ, ຝຶກອົບຮົມໄລຍະສັ້ນໃຫ້ແກ່ຖັນແຖວພະນັກງານການແພດຂອງແຂວງຫົວພັນ.
ການຄຸ້ມຄອງຊາຍແດນໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພຢູ່ເຂດຊາຍແດນຂອງສອງແຂວງໄວ້ຢ່າງໝັ້ນຄົງ. ຜ່ານການເຄື່ອນໄຫວແຮກສ່ຽວ, ປະຊາຊົນທີ່ຢູ່ສອງຟາກຊາຍແດນ ໄດ້ຍົກສູງສະຕິຄວາມຮັບຮູ້ ແລະຄວາມຮັບຜິດຊອບຕໍ່ອະທິປະໄຕແຫ່ງງຊາດ, ພ້ອມກັນແບ່ງປັນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ - ສັງຄົມ, ສ້າງຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ. 17 ກຸ່ມບ້ານທີ່ຢູ່ຕິດກັບຊາຍແດນສອງແຂວງໄດ້ຜັນຂະຫຍາຍຕົວແບບແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ, ຜ່ານນັ້ນເພີ່ມທະວີສາຍພົວພັນສາມັກຄີມິດຕະພາບທີ່ສະໜິດແໜ້ນລະຫວ່າງປະຊາຊົນສອງແຂວງແທງຮວ໊າ ແລະແຂວງຫົວພັນ.
ບົນພື້ນຖານມູນເຊື້ອຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ແຂວງແທງຮວ໊າ ແລະແຂວງຫົວພັນ, ຄະນະພັກ, ອຳນາດການປົກຄອງຂອງສອງແຂວງ ໄດ້ສືບຕໍ່ເພີ່ມທະວີ ແລະຍົກສູງປະສິດທິຜົນວຽກງານໂຄສະນາສຶກສາໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມຂອງສອງແຂວງໄດ້ຮັບຮູ້ຢ່າງເລິກເຊິ່ງ ແລະຕັ້ງໜ້າເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ. ຈັດຕັ້ງກິດຈະກໍາເຄື່ອນໄຫວພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງແຂວງ, ພະແນກ, ຄະນະ, ຂະແໜງການ, ແນວໂຮມ, ອົງການຈັດຕັ້ງມະຫາຊົນ ແລະທ້ອງຖິ່ນຂອງສອງຝ່າຍ; ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ ແລະແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ, ລະບອບການເມືອງ, ພັດທະນາເສດຖະກິດ - ສັງຄົມ. ສືບຕໍ່ເພີ່ມທະວີການປະຕິບັດເນື້ອໃນບົດບັນທຶກການຮ່ວມມືລະຫວ່າງພະແນກ, ຄະນະ, ຂະແໜງການຂອງສອງແຂວງ ແລະການຮ່ວມມືແຮກສ່ຽວລະຫວ່າງ ບັນດາຕາແສງທີ່ຢູ່ລຽບຕາມຊາຍແດນແຂວງ ແທງຮວ໊າ ກັບໝູ່ບ້ານ, ກຸ່ມບ້ານທີ່ຢູ່ລຽບຕາມຊາຍແດນແຂວງຫົວພັນ; ຊຸກຍູ້ການພົວພັນການທູດປະຊາຊົນ, ພິເສດແມ່ນລະຫວ່າງປະຊາຊົນທີ່ຢູ່ສອງຟາກຊາຍແດນ. ເພີ່ມທະວີຮູບແບບການພົບປະແລກປ່ຽນເຈົ້າກົກເຈົ້າເຫຼົ່າຢູ່ເຂດຊາຍແດນ; ໜູນຊ່ວຍ ແລະຊ່ວຍເຫຼືອປະຊາຊົນທີ່ຢູ່ສອງຟາກຊາຍແດນພັດທະນາເສດຖະກິດ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງເຂດຊາຍແດນແຂວງ ແທງຮວ໊າ - ຫົວພັນ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ພ້ອມກັນພັດທະນາ.
ໂດຍ: ທະນາພອນ