ທະນາຄານນະໂຍບາຍລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງບິ່ງທ້ວນ
ກປ.ອອນໄລ - ຕອນບ່າຍວັນທີ 23 ສິງຫາ, ຄະນະປະຕິບັດງານທະນາຄານນະໂຍບາຍສັງຄົມຫວຽດນາມ ແລະທະນາຄານນະໂຍບາຍລາວ ໄດ້ໄປຢ້ຽມຢາມ ແລະເຮັດວຽກ ຢູ່ທະນາຄານນະໂຍບາຍສັງຄົມ ສາຂາແຂວງບິ່ງທ້ວນ ເພື່ອແລກປ່ຽນບົດຮຽນໃນການຜັນຂະຫຍາຍການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການເຄື່ອນໄຫວຂອງທະນາຄານນະໂຍບາຍສັງຄົມ ແລະແນະນຳແອັບພຼີເຄຊັນທະນາຄານນະໂຍບາຍສັງຄົມ ໃນໂທລະສັບມືຖື.
ທີ່ການເຮັດວຽກ, ບັນດາສະມາຊິກ ໃນຄະນະປະຕິບັດງານທະນາຄານນະໂຍບາຍລາວ ແລະທະນາຄານນະໂຍບາຍສັງຄົມ ສາຂາແຂວງບິ່ງທ້ວນ ໄດ້ປຶກສາຫາລື ແລະແລກປ່ຽນຂໍ້ມູນຂ່າວສານ ກໍ່ຄືຊີ້ໃຫ້ເຫັນຄວາມສະດວກ, ຄວາມຫຍຸ້ງຍາກເມື່ອຜັນຂະຫຍາຍແອັບພຼີເຄຊັນຄຸ້ມຄອງສິນເຊື່ອ. ຜ່ານນັ້ນ, ບັນດາສະມາຊິກໃນຄະນະປະຕິບັດງານທະນາຄານນະໂຍບາຍລາວ ລ້ວນແຕ່ຮັບຮູ້ວ່າ ເລື່ອງຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການພັດທະນາຜະລິດຕະພັນ, ບໍລິການຂອງທະນາຄານແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ, ແມ່ນບາດກ້າວທັນທີ, ເໝາະສົມໃນສັງກາດເຕັກໂນໂລຢີດີຈີຕອນໃນປະຈຸບັນ.
    |
 |
ທະນາຄານນະໂຍບາຍລາວ ມອບຂອງຂວັນໃຫ້ຄະນະອໍານວຍການທະນາຄານນະໂຍບາຍສັງຄົມ ສາຂາແຂວງ ບິ່ງທ້ວນ. ພາບ: baobinhthuan.com.vn
|
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຮີ່ງວັນທ້ວນ, ຮອງຜູ້ອຳນວຍການໃຫຍ່ທະນາຄານນະໂຍບາຍສັງຄົມຫວຽດນາມ ຕີລາຄາສູງການພົວພັນຮ່ວມມືອັນດີງາມລະຫວ່າງທະນາຄານນະໂຍບາຍລາວ ແລະທະນາຄານນະໂຍບາຍສັງຄົມຫວຽດນາມ ໃນໄລຍະຜ່ານມາ. ຫວັງວ່າຜ່ານການຢ້ຽມຢາມ ແລະເຮັດວຽກຄັ້ງນີ້, ທະນາຄານນະໂຍບາຍລາວ ຈະຖອດຖອນໄດ້ບົດຮຽນຈາກທະນາຄານນະໂຍບາຍສັງຄົມບັນດາແຂວງ, ນະຄອນຂອງຫວຽດນາມ ເພື່ອສາມາດນໍາໃຊ້ເຂົ້າໃນສະພາບຕົວຈິງ, ຍົກສູງຄຸນນະພາບການເຄື່ອນໄຫວຂອງທະນາຄານນະໂຍບາຍລາວ ໃນໄລຍະຈະມາເຖິງ.
ໂດຍ: ທູຈາງ