ປະຊາຊົນຫວຽດນາມ-ລາວ-ກຳປູເຈຍ ຮັດແໜ້ນນ້ຳໃຈມິດຕະພາບ
ກປ.ອອນໄລ - ວັນທີ 17 ສິງຫາ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ທາງນະຄອນຫາກໍ່ຈັດຕັ້ງລາຍການພົບປະແລກປ່ຽນລະຫວ່າງຜູ້ແທນທີ່ຕາງໜ້າໃຫ້ບັນດາຄອບຄົວຄົນລາວ ແລະ ກຳປູເຈຍ ທີ່ມີລູກເຂົ້າຮ່ວມໂຄງການ “ຄອບຄົວຫວຽດ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ” ກັບຜູ້ຕາງໜ້າບັນດາຄອບຄົວຫວຽດນາມ ທີ່ຮັບນັກສຶກສາລາວ ແລະ ນັກສຶກສາ ກຳປູເຈຍ ມາເປັນລູກລ້ຽງ.
    |
 |
ບັນຍາກາດທີ່ລາຍການພົບປະແລກປ່ຽນ. ພາບ: ລາມຮົ່ງ |
ກ່າວຄຳເຫັນທີ່ລາຍການ, ທ່ານນາງ ເຈິ່ນກິມອ໊ຽນ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ລາວ-ກຳປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງໂດຍການນຳ, ປະຊາຊົນຮຸ່ນຕ່າງໆຂອງສາມປະເທດ. ຜ່ານຜ່າແຕ່ລະໄລຍະຂອງປະຫວັດສາດ, ສາມປະເທດ, ສາມຊາດນັບມື້ນັບສະໜິດຕິດພັນ, ປະຊາຊົນສາມປະເທດ ໄດ້ກາຍເປັນເພື່ອນມິດສະຫາຍອ້າຍນ້ອງທີ່ມີຄວາມສະໜິດສະໜົມໃນທຸກດ້ານ.
    |
 |
ທ່ານນາງ ເຈິ່ນກິມອ໊ຽນ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ຄອບຄົວທີ່ຮັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ມາເປັນລູກລ້ຽງ. ພາບ: ລາມຮົ່ງ |
    |
 |
ຢ້ຽມຊົມ, ພົບປະແລກປ່ຽນຢູ່ໂຮງຮຽນມະຫາວິທະຍາໄລການແພດ ຟ້າມງອັກແທັກ. ພາບ: ລາມຮົ່ງ |
ຕາມທ່ານນາງ ເຈິ່ນກິມອ໊ຽນ ແລ້ວ, ໂຄງການ “ຄອບຄົວຫວຽດ ກັບນັກສຶກສາລາວ ແລະນັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ” ແມ່ນມີຄວາມໝາຍທີ່ສຸດ, ຍ້ອນວ່າ ຜ່ານໂຄງການນີ້ ຈະຊ່ວຍປະຊາຊົນປະເທດຕ່າງໆ ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ໂຄສະນາຢ່າງກວ້າງຂວາງກ່ຽວກັບປະເທດ, ປະຊາຊົນ, ວັດທະນະທຳ, ປະຫວັດສາດ, ມູນເຊື້ອ ແລະການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ-ກຳປູເຈຍ ມາໃຫ້ປະຊາຊົນນະຄອນທຸກຊັ້ນວັນນະ ແລະນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ.
ໂດຍ: ແສງເດືອນ