ໄປຮອດບ່ອນໃດພວກຂ້າພະເຈົ້າ ກໍ່ໄດ້ເຫັນຈິດໃຈຫ້າວຫັນ ແລະການເຮັດວຽກຢ່າງສຸດຈິດສຸດໃຈຂອງພະນັກງານ, ສະມາຊິກກຳມະບານເພື່ອຊ່ວຍປະຊາຊົນປະເທດເພື່ອນລາວພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງກຸ່ມບ້ານໃຫ້ມີຄວາມໝັ້ນຄົງເຂັ້ມແຂງ. ຜ່ານນັ້ນສ້າງຄວາມປະທັບໃຈອັນດີງາມໃນຈິດໃຈຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ.

ປີ 2010, ພາຍຫຼັງໄລຍະເວລາຄົ້ນຄວ້າ, ສຳຫຼວດ, ເຫັນວ່າ ແນວມັນສາຄູຂອງ ຫວຽດນາມ ເໝາະສົມກັບເງື່ອນໄຂອາກາດ, ຄຸນລັກສະນະດິນຂອງປະເທດເພື່ອນລາວ, ບໍລິສັດແຮ່ທາດ ແລະຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ (ບໍລິສັດວຽງຈັນ) ໄດ້ສົມທົບກັບອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນພັດທະນາມັນສາຄູຢູ່ເມືອງລອງແຈ້ງ, ແຂວງໄຊສົມບູນ. ໂຄງການໄດ້ກໍ່ສ້າງໃນເຂດວັດຖຸດີບກວ່າ 200 ແຮັກຕາ, ດ້ວຍຂອບຂະໜາດ 3 ໂຮງງານຜະລິດເສັ້ນລ້ອນ ແລະແປ້ງມັນສາຄູດ້ວຍຕ່ອງໂສ້ການຜະລິດຄົບຊຸດ, ທັນສະໄໝຢູ່ບັນດາບ້ານນ້ຳຊານ, ນໍ້າສຽມ, ເມືອງອອມ. ທຸກປີ, ແຕ່ລະໂຮງງານໄດ້ຊື້ມັນສາຄູກວ່າ 1.000 ໂຕນ, ສ້າງວຽກເຮັດງານທຳໃຫ້ຫຼາຍຮ້ອຍຄອບຄົວ, ດ້ວຍລາຍຮັບສະເລ່ຍປະມານ 50 ລ້ານດົ່ງ/ຄອບຄົວ/ປີ.

leftcenterrightdel
ພະນັກງານບໍລິສັດແຮ່ທາດ ແລະຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວເກັບຊື້ມັນສາຄູຂອງປະຊາຊົນ. ພາບ: ຮວ່າງທ໊າຍ

ຍ້ອນມີໂຄງການພັດທະນາ ແລະຊື້ມັນສາຄູ, ສະນັ້ນຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນ, ບໍ່ພຽງແຕ່ພໍກິນ, ພໍນຸ່ງ, ຫຼາຍຄອບຄົວຊື້ໄດ້ລົດໂອໂຕ, ລົດໄຖເດີນຕາມ, ປຸກເຮືອນໃໝ່... ອ້າຍ ຢາງເຍຍຟຸງ, ຊາວເຜົ່າມົ້ງຢູ່ບ້ານ ນ້ຳສຽມ ໃຫ້ຮູ້ດ້ວຍຄວາມພາກພູມໃຈວ່າ “ຍ້ອນເຂົ້າຮ່ວມການປູກມັນສາຄູເພື່ອຂາຍໃຫ້ບໍລິສັດວຽງຈັນ ຜົວເມຍຂ້າພະເຈົ້າ ຈຶ່ງມີເງິນເພື່ອຊື້ລົດບັນທຸກ, ປຸກເຮືອນ, ລ້ຽງລູກ. ປະຈຸບັນຊີວິດການເປັນຢູ່ໄດ້ດີກວ່າກ່ອນນີ້ຫຼາຍ”.

ສ່ວນຄອບຄົວອ້າຍ ອິລຽງ ຢູ່ບ້ານນາຊັງ (ເມືອງປາກກະດິງ, ແຂວງບໍລິຄຳໄຊ) ກ່ອນໜ້ານີ້ແມ່ນຄອບຄົວທຸກຍາກ, ຜົວເມຍ ບໍ່ມີວຽກເຮັດງານທຳ, ຄອບຄົວມີລູກຫຼາຍຄົນ ພາໃຫ້ຊີວິດການເປັນຢູ່ຍິ່ງຂາດແຄນ. ເມື່ອມີໂຄງການປູກຢາງພາລາຂອງບໍລິສັດຫຸ້ນສ່ວນອຸດສາຫະກຳຢາງພາລາ COECCO (ບໍລິສັດ COECCO), ຜົວເມຍອ້າຍ ພ້ອມກັບລູກ 4 ຄົນ ໄດ້ຂໍສະມັກເປັນກຳມະກອນເອົານ້ຳຢາງພາລາ, ເພາະສະນັ້ນຊີວິດການເປັນຢູ່ກໍ່ຄ່ອຍໆດີຂຶ້ນ. ຮອດປະຈຸບັນຄອບຄົວອ້າຍຊື້ໄດ້ລົດໄຖນາ, ປຸກເຮືອນໃໝ່.

ຜ່ານການຊອກຮູ້, ພວກຂ້າພະເຈົ້າໄດ້ຮູ້ວ່າ ຜ່ານໄລຍະ 16 ປີແຫ່ງຄວາມມານະພະຍາຍາມ, ທັງເຮັດວຽກ, ທັງຖອດຖອນບົດຮຽນ, ມາຮອດປະຈຸບັນບໍລິສັດ COECCO ໄດ້ປູກ ແລະຂະຫຍາຍເນື້ອທີ່ປູກຢາງພາລາຂຶ້ນເຖິງ 2.000 ແຮັກຕາ, ດ້ວຍ 2 ນິຄົມກະເສດ ແລະ 1 ໂຮງງານປຸງແຕ່ງນ້ຳຢາງພາລາຢູ່ເມືອງປາກກະດິງ, ດ້ວຍສະມັດຕະພາບການຜະລິດຄາດວ່າບັນລຸ 4.500 ໂຕນ/ປີ. ໂຄງການໄດ້ສ້າງວຽກເຮັດງານທຳໃຫ້ກວ່າ 500 ຄົນ, ເຊິ່ງແມ່ນຊາວເຜົ່າສ່ວນໜ້ອຍຂອງປະເທດເພື່ອນລາວ, ດ້ວຍລາຍຮັບສະເລ່ຍ 5 ລ້ານດົ່ງ/ຄົນ/ເດືອນ. ຍ້ອນມີວຽກເຮັດງານທຳເປັນປົກກະຕິປະຊາຊົນຈຶ່ງ ບໍ່ຈຸດປ່າເຮັດໄຮ່, ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ, ຮັບປະກັນສະຖຽນລະພາບຢູ່ເຂດຊາຍແດນ.

ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານພັນເອກພິເສດ ຫວໍວັນດຶກ, ຫົວໜ້າຫ້ອງການເມືອງ ບໍລິສັດໃຫຍ່ຮ່ວມມືເສດຖະກິດ ໃຫ້ຮູ້ວ່າ “ປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ, ໃນບໍລິເວນທີ່ມີຊາວເຜົ່າສ່ວນໜ້ອຍ 100%, ການສັນຈອນໄປມາປະສົບກັບຄວາມຫຍຸ້ງຍາກ, ເສດຖະກິດດ້ອຍພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ຍັງຂາດເຂີນ ຫຼາຍ, ໃນໄລຍະຜ່ານມາ, ພະນັກງານ, ສະມາຊິກກຳມະບານບັນດາບໍລິສັດ, ໂຮງງານ ໄດ້ປະຕິບັດຫຼາຍໂຄງການສົ່ງເສີມການປ່າໄມ້, ສົົ່ງເສີມກະສິກຳຢ່າງມີປະສິດທິຜົນ. ໃນນັ້ນຕ້ອງເວົ້າເຖິງໂຄງການປູກ, ເກັບຊື້ມັນສາຄູຂອງບໍລິສັດວຽງຈັນ; ໂຄງການປູກ ແລະປຸງແຕ່ງນ້ຳຢາງພາລາຂອງບໍລິສັດ COECCO; ໂຄງການປູກ ແລະປຸງແຕ່ງແປ້ງຂີ້ໝິ່ນຂອງບໍລິສັດພັດທະນາເຂດພູດອຍ ຈຳກັດຜູ້ດຽວ... ເສີມຂະຫຍາຍຈິດໃຈຮັບຜິດຊອບ, ພະນັກງານ, ສະມາຊິກກຳມະບານ ຍັງຜັນຂະຫຍາຍຫຼາຍໂຄງການສົ່ງເສີມກະສິກຳ, ສົ່ງເສີມການປ່າໄມ້ອື່ນໆ: ຄື: ປູກຫົວສີໄຄ Java, ໝາກຖົ່ວ, ໝາກຖົ່ວດິນ, ຫົວຂີງ... ຜ່ານນັ້ນຊ່ວຍປະຊາຊົນລາວພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່”.

ຄຽງຂ້າງການຊ່ວຍປະຊາຊົນພັດທະນາເສດຖະກິດ, ພະນັກງານ, ສະມາຊິກກຳມະບານຂອງບໍລິສັດໃຫຍ່ຮ່ວມມືເສດຖະກິດຍັງແມ່ນກຳລັງຫຼັກແຫຼ່ງ, ປະຕິບັດສຳເລັດຫຼາຍກິດຈະການກໍ່ສ້າງທີ່ມີຄວາມໝາຍສຳຄັນໃນການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ການສຶກສາ, ການແພດ... ຢູ່ລາວ. ພົ້ນເດັ່ນແມ່ນໂຄງການໂຮງຮຽນການທະຫານແຂວງໄຊສົມບູນ, ໂຮງໝໍແຂວງໄຊສົມບູນ... ທ່ານພັນເອກ ບຸ່ຍເທ໊ກີ, ຫົວໜ້າຫ້ອງຂະບວນການມະຫາຊົນ (ພະແນກການເມືອງທະຫານເຂດ 4) ເນັ້ນໜັກວ່າ “ບັນດາຄວາມມານະພະຍາຍາມຂອງພະນັກງານ, ສະມາຊິກກຳມະບານບັນດາກົມກອງ, ວິສາຫະກິດຂອງບໍລິສັດໃຫຍ່ຮ່ວມມືເສດຖະກິດ ຍາມໃດກໍ່ໄດ້ຮັບການຮັບຮູ້. ໃນວິວັດທະນາການປະຕິບັດໜ້າທີ່, ພະນັກງານ, ສະມາຊິກກຳມະບານ ໄດ້ຕັ້ງໜ້າເພີ່ມພູນຜະລິດຜົນ, ເຊີດຊູຈິດໃຈຮັບຜິດຊອບ, ອອກແຮງງານເກັ່ງ, ອອກແຮງງານປະດິດສ້າງ, ກໍ່ສ້າງອົງການຈັດຕັ້ງກຳມະບານໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນສໍາຄັນເຂົ້າໃນການສໍາເລັດໜ້າທີ່ການເມືອງຂອງກົມກອງ, ວິສາຫະກິດ; ສ້າງຄວາມປະທັບໃຈອັນດີງາມໃນຈິດໃຈຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ”.

ໂດຍ: ແສງເດືອນ