ເພິ່ງປະຊາຊົນປະເທດເພື່ອນມິດເພື່ອຊອກຫາເພື່ອນຮ່ວມກົມກອງ
ໃນມື້ໜຶ່ງທ້າຍເດືອນມີຖຸນາ ປີ 2023, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ (ຕາແສງແທັງເນືອ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ), ອົງຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ, ຜູ້ຕາງໜ້າຄະນະປະຕິບັດງານພິເສດ ລັດຖະບານ ແລະ 6 ແຂວງພາກເໜືອລາວ ພ້ອມດ້ວຍປະຊາຊົນບັນດາເຜົ່າໃນແຂວງເປັນຈຳນວນຫຼວງຫຼາຍໄດ້ຈັດຕັ້ງພິທີຕ້ອນຮັບ, ໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດເພື່ອນລາວ ດ້ວຍຄວາມສະເທືອນໃຈ. ໃນການຊອກຫາອັດຖິຄັ້ງທີ 2, ລະດູແລ້ງ ປີ 2022-2023, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ພະແນກການເມືອງທະຫານເຂດ 2 ໄດ້ສົມທົບກັບອຳນາດການປົກຄອງ ແລະປະ ຊາຊົນບັນດາແຂວງພາກເໜືອລາວ ດຳເນີນການຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດກັບເມືອປະເທດຈຳນວນ 10 ອັດຖິ, ໃນນັ້ນມີ 4 ອັດຖິກຳນົດໄດ້ຊື່ແລະນາມສະກຸນແລ້ວ. ໄດ້ຮັບໝາກຜົນຄືດັ່ງກ່າວ, ຄຽງຂ້າງຈິດໃຈມານະພະຍາຍາມ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກຂອງພະນັກງານ, ພາລະກອນກົມກອງແລ້ວ, ແມ່ນມີການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງປະຊາຊົນບັນດາແຂວງພາກເໜືອລາວ.
    |
 |
ພິທີໄວ້ອາໄລອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕົງຄາວ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ, ໃນວັນທີ 23 ມີຖຸນາ 2023. ພາບ: ເຈິ່ນເຮືອງ. |
ເມື່ອພົບປະກັບທ່ານພັນເອກພິເສດ ຮ໊ານວັນຮຸ່ງ, ຫົວໜ້າກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ພະແນກການເມືອງທະຫານເຂດ 2, ພາຍຫຼັງການໄປປະຕິບັດງານໄລຍະຍາວຢູ່ປະເທດເພື່ອນລາວ ອ້າຍແບ່ງປັນວ່າ ໃນຊຸມປີຜ່ານມາ, ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂອງກົມກອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍ້ອນສ່ວນຫຼາຍອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ນອນຢູ່ໃນປ່າເລິກ, ພູມີປະເທດທຸລະກັນດານ. ການໄປຊອກຫາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຂອງກົມກອງເຄີຍແກ່ຍາວໃນໄລຍະ 7-10 ວັນ, ໃນເງື່ອນໄຂບໍ່ມີທາງຄົມມະນາຄົມ, ຂາດແຄນນ້ຳປະປາ, ບໍ່ມີໄຟຟ້າ ແລະສັນຍານໂທລະສັບ. ຕໍ່ໜ້າຄວາມຫຍຸ້ງຍາກດັ່ງກ່າວ, ຄະນະພັກ, ຜູ້ບັນຊາການກອງໄດ້ເປັນເຈົ້າການສົມທົບກັບອຳນາດການປົກຄອງ ແລະປະຊາຊົນປະເທດເພື່ອນລາວໃນການຄົ້ນພົບ, ກຳນົດບ່ອນຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.
ສະຫາຍພັນເອກພິເສດ ຮ໊ານວັນຮຸ່ງ ຫວນຄືນວ່າ ກາງເດືອນທັນວາ ປີ 2022, ອ້າຍໄດ້ຮັບສາຍຈາກຂອງລຸງ ລຸນແສງ ວິໄລພອນ, ອາຍຸ 71 ປີ, ຢູ່ບ້ານມອກມວງ, ເມືອງປາກອູ, ແຂວງຫຼວງພະບາງ ລາວແຈ້ງໃຫ້ຊາບວ່າ ໄດ້ພົບເຫັນສາຍແອວຈຳນວນໜຶ່ງຢູ່ເຂດຫ້ວຍ ຕິດຈອດກັບບ້ານມອກມວງ. ມື້ຕໍ່ໄປ, ລາວໄດ້ພາອ້າຍນ້ອງກົມກອງ ໄປຍັງເຂດທີ່ພົບເຫັນວັດຖຸພັນເຊິ່ງສົງໄສວ່າ ແມ່ນຂອງທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ. ຢູ່ທີ່ນີ້, ກົມກອງໄດ້ດຳເນີນການຂຸດຄົ້ນ, ທ້ອນໂຮມໄດ້ 3 ອັດຖິນັກຮົບກອງພັນ 4, ກອງພັນໃຫຍ່ 82 ທີ່ເສຍສະຫຼະຊີວິດເພື່ອຊາດ, ນັ້ນແມ່ນນັກຮົບ ລໍ່ວັນກິງ, ເກີດປີ 1949, ບ້ານເກີດ: ເມືອງມູນ (ຕ່ວນຢ໊າວ, ດ້ຽນບຽນ), ເຂົ້າເປັນທະຫານໃນປີ 1968, ເສຍສະຫຼະຊີວິດປີ 1970; ນັກຮົບ ຮວ່າງວັນໂຄ໊ນ, ເກີດເມື່ອປີ 1945, ເຂົ້າເປັນທະຫານປີ 1968, ບ້ານເກີດ: ຈ່ຽງດົງ (ອຽນເຈົາ, ເຊີນລາ); ກາວຊວນຫງ້າຍ, ເກີດເມື່ອປີ 1941, ເຂົ້າເປັນທະຫານປີ 1961, ບ້ານເກີດ: ດົງເຊີນ (ເຈືອງໝີ, ຮ່່າໄຕ, ປະຈຸບັນແມ່ນຮ່າໂນ້ຍ), ເສຍຊີວິດປີ 1970.
ຫວ່າງມໍ່ໆມານີ້, ລຸງ ທອງໄຊສອນ, ອາຍຸ 65 ປີ, ຢູ່ບ້ານສົບຮຸນ, ເມືອງງອຍ, ແຂວງຫຼວງພະບາງ ໄດ້ມາຫາກົມກອງ, ສະໜອງຂໍ້ມູນກ່ຽວກັບບ່ອນທີ່ທະຫານອາສາສະໝັກຫວຽດນາມ ຕັ້ງທັບໃນເມື່ອກ່ອນໜ້າ. ໂດຍໄດ້ຮັບການແນະນຳຢ່າງສຸດຈິດສຸດໃຈຈາກທ່ານ ທອງໄຊສອນ ກົມກອງໄດ້ຄົ້ນພົບ, ຂຸດຄົ້ນໄດ້ອັດຖິບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ: ດິງກົງເທີນ, ເກີດເມື່ອປີ 1938, ຊັ້ນ: ຈ່າໂທ, ຕ່ຳແໜ່ງ: ຫົວໜ້າໝູ່, ກົມກອງ: ກອງຮ້ອຍ 12, ກອງພັນ 3, ກອງພັນໃຫຍ່ 335, ທະຫານເຂດໄຕບັ໊ກ (ກ່ອນໜ້ານີ້), ເສຍຊີວິດໃນວັນທີ 24 ເມສາ 1967; ເລື່ອງວັນເຊືອງ, ຊັ້ນ: ວາທີ, ນັກຮົບກົມກອງ: ກອງຮ້ອຍ 7, ກອງພັນ 2, ກອງພັນໃຫຍ່ 335, ທະຫານເຂດໄຕບັ໊ກ... ປຽບທຽບກັບວັດຖຸໂດຍຄອບຄົວສະໜອງ ແລະສະພາບຕົວຈິງເມື່ອຊອກເຫັນ, ການນຳກົມກອງໄດ້ລາຍງານໃຫ້ຄະນະຊີ້ນຳ 515 ທະຫານເຂດ 2, ພ້ອມທັງມອບໃຫ້ຄອບຄົວ, ທ້ອງຖິ່ນເພື່ອຈັດຕັ້ງການຝັງສົບໃຫ້ຖືກຕາມກຳນົດ. ຕາມທີ່ໄດ້ຮູ້ແລ້ວຄຽງຂ້າງບັນດາຂໍ້ມູນສຳຄັນໂດຍປະຊາຊົນທ້ອງຖິ່ນສະໜອງໃຫ້, ຄະນະພັກ, ອຳນາດການປົກຄອງ, ອົງການກ່ຽວຂ້ອງຢູ່ບັນດາແຂວງພາກເໜືອຂອງລາວ ກໍ່ພ້ອມແລ້ວທີ່ຈະແບ່ງປັນຂໍ້ມູນ, ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ກົມກອງໃນວິວັດການປະຕິບັດໜ້າທີ່.
ເຊີດຊູຄວາມຮັບຜິດຊອບໃນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
ໃນການຕໍ່ສູ້ຍາດເອົາເອກະລາດຂອງປະຊາຊົນລາວບັນດາເຜົ່າ ກ່ອນໜ້ານີ້, ພະນັກງານ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຫຼາຍຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເມື່ອຄຽງບ່າຄຽງໄຫຼ່ພ້ອມກັບທະຫານປະເທດລາວ ແລະປະຊາຊົນລາວບັນດາເຜົ່າ. ເມື່ອແລກປ່ຽນກັບທ່ານພົນຈັດຕະວາ ດິງແມ້ງຟາກ, ຮອງຜູ້ບັນຊາການທະຫານເຂດ 2, ພວກຂ້າພະເຈົ້າ ໄດ້ຮູ້ວ່າ ແຕ່ປີ 1994 ຈົນຮອດປະຈຸບັນ, ຈາກການໜູນຊ່ວຍ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງປະຊາຊົນລາວບັນດາເຜົ່າ ເວົ້າລວມ, ບັນດາແຂວງພາກເໜືອລາວ ເວົ້າສະເພາະ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ພະແນກການເມືອງທະຫານເຂດ 2 ສາມາດຢັ້ງຢືນ, ສະຫຼຸບໄດ້ 4.286 ຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ; ດໍາເນີນການຊອກຫາ, ຂຸດຄົ້ນ, ທ້ອນໂຮມສົ່ງກັບຄືນປະເທດໄດ້ 1.812 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ແຕ່ປີ 2019 ມາຮອດປະຈຸບັນ, ຈາກການຊ່ວຍເຫຼືອຂອງເພື່ອນກົມກອງທ້ອນໂຮມໄດ້ 107 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ, ໃນນັ້ນ 16 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ມີຂໍ້ມູນຄົບຖ້ວນ; 45 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ມີແຕ່ຊື່, ຫາກບໍ່ທັນກຳນົດໄດ້ບ້ານເກີດ ແລະ 46 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນກຳນົດໄດ້ຊື່ ແລະບ້ານເກີດເທື່ອ.
    |
 |
ພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະປະຊາຊົນ ໄຕ້ທູບອາໄລຫາ. ພາບ: ເຈິ່ນເຮືອງ. |
ຕາມທ່ານພັນເອກພິເສດ ຫງວຽນວັນຈິ໊ງ, ຫົວໜ້າຫ້ອງນະໂນຍາຍ, ພະແນກການເມືອງທະຫານເຂດ 2 ແລ້ວ, ພ້ອມກັບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນລາວແລ້ວ, ຄະນະຊີ້ນຳ 515 ທະຫານເຂດ 2 ຍັງຖືເປັນສໍາຄັນພິເສດຕໍ່ວຽກງານເກັບກໍາ, ປະສານ, ແກ້ໄຂຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບ, ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ຊີ້ນໍາບັນດາອົງການ, ກົມກອງ, ທ້ອງຖິ່ນຊາບຊຶມການຜັນຂະຫຍາຍປະຕິບັດວຽກງານກວດກາຄືນ; ປັບປຸງສຳເນົາເອກະສານ, ບັນຊີລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ 3 ຂັ້ນ (ຕາແສງ, ເມືອງ, ແຂວງ) ຮັບປະກັນຢ່າງແໜ້ນແຟ້ນ.
ທ່ານພົນຕີ ຟ້າມດຶກຢວຽນ, ເລຂາຄະນະພັກ, ຫົວໜ້າການເມືອງທະຫານເຂດ 2 ຢັ້ງຢືນວ່າ ໃນຊຸມປີຜ່ານມາ, ຄະນະພັກ, ກອງບັນຊາການ, ຄະນະຊີ້ນຳ 515 ທະຫານເຂດ 2 ໄດ້ເອົາໃຈໃສ່ຊີ້ນຳ, ນຳພາບັນດາອົງການກ່ຽວຂ້ອງເຕົ້າໂຮມທຸກແຫຼ່ງກຳລັງ, ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບໃນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ເມື່ອຍາດຕີພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ມີຄວາມຕ້ອງການສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບເມືອທ້ອງຖິ່ນ ຫຼືໄປຊອກຫາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ນອກຈາກແນະນຳກ່ຽວກັບລະບຽບການແລ້ວ, ຄະນະພັກ, ກອງບັນຊາການທະຫານເຂດ 2 ຍັງຊີ້ນຳອົງການທະຫານທຸກຂັ້ນເປັນເສນາທິການກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໜູນຊ່ວຍເງິນ, ເພື່ອຈັດພິທີໄວ້ອາໄລ, ຝັງສົບຢ່າງສົບກຽດ, ຖືກຕາມກຳນົດ. ພິເສດ, ຄຽງຂ້າງປະຕິບັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ກຳລັງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 2 ຍັງຕັ້ງໜ້າເຂົ້າຮ່ວມວຽກງານສັງຄົມ, ໜູນຊ່ວຍປະຊາຊົນປະເທດເພື່ອນລາວ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ປະກອບສ່ວນເຂົ້າຜົນສຳເລັດຂອງວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ພ້ອມທັງ, ໂຄສະນາເຜີຍແຜ່ຮູບພາບປະເທດຊາດ, ປະຊາຊົນ, ກອງທັບປະຊາຊົນຫວຽດນາມ ວິລະຊົນ, ຮູບພາບ, ມູນເຊື້ອອັນສະຫງ່າລາສີຂອງກຳລັງປະກອບອາວຸດເຂດໄຕບັ໊ກ.
ໂດຍ: ແສງເດືອນ