ໂດຍປະຕິບັດແຜນການທີ່ໄດ້ກຳນົດ, ພວກລ່າເມືອງຂຶ້ນຝະລັ່ງ ໄດ້ແບ່ງພາກເໜືອລາວ ເປັນສອງເຂດ (ເຂດພູດອຍ ແລະເຂດທົ່ງພຽງ), ສັບຊ້ອນ, ປັບປຸງການຈັດຕັ້ງ, ເພີ່ມຈຳນວນພົນ, ອາວຸດຍຸດໂທປະກອນຢ່າງໄວ. ສະເພາະຢູ່ເທດສະບານຊຳເໜືອ, ພວກລ່າເມືອງຂຶ້ນຝະລັ່ງ ໄດ້ເພີ່ມຈຳນວນພົນປະມານ 2.500 ຄົນ, ໜຶ່ງກອງຮ້ອຍປືນໃຫຍ່. ຢູ່ຊຽງຂວາງ, ພວກສັດຕູ ໄດ້ຈັດໜຶ່ງກອງພັນທະຫານຫຸ່ນລາວ, ສ້າງຊຳເໜືອເປັນກຸ່ມທີ່ໝັ້ນທີ່ເຂັ້ມແຂງ (ທຽບເທົ່າກັບນາສານ ຢູ່ຕາເວັນຕົກສ່ຽງເໜືອຫວຽດນາມ) ເປັນເຂດປ້ອງກັນຕົ້ນຕໍ. ນຳໃຊ້ກຳລັງເຄື່ອນທີ່ (ທະຫານຝະລັ່ງ) ຢູ່ສະໜາມຮົບພາກເໜືອ (ຫວຽດນາມ) ກຽມພ້ອມກູ້ຊ່ວຍດ້ວຍທາງອາກາດໃນກໍລະນີຖືກບຸກໂຈມຕີ. ບົນພື້ນຖານໄຈ້ແຍກສະພາບການຂອງພວກສັດຕູ, ພູມສັນຖານ, ຄວາມສາມາດຂອງເຮົາ, ຄະນະພັກການທະຫານສູນກາງ ໄດ້ສະເໜີກົມການເມືອງສູນກາງພັກ ແລະປະທານໂຮ່ຈີມິນ, ສົມທົບກັບທະຫານ ແລະປະຊາຊົນລາວ ເປີດບັ້ນຮົບບຸກໂຈມຕີສັດຕູຢູ່ຊຳເໜືອ (ພາກເໜືອລາວ). ບັ້ນຮົບໄດ້ດໍາເນີນແຕ່ວັນທີ 13 ເມສາ ຫາວັນທີ 3 ພຶດສະພາ 1953 ແລະຍາດໄດ້ໄຊຊະນະດັງກ້ອງກັງວານ, ດ້ວຍສິລະປະຍຸດການທະຫານ ທີ່ເປັນເອກະລັກສະເພາະ.

ທີໜຶ່ງ, ວາງຈຸດປະສົງຂອງບັ້ນຮົບຢ່າງຖືກຕ້ອງ.

ຈຸດປະສົງຂອງບັ້ນຮົບແມ່ນດັບສູນສັດຕູ, ປົດປ່ອຍດິນແດນ; ຊ່ວຍລັດຖະບານ ລາວ ຕໍ່ຕ້ານ ກໍ່ສ້າງ ແລະເປີດກວ້າງບັນດາຖານທີ່ໝັ້ນກອງຫຼອນ, ສ້າງເງື່ອນໄຂຍູ້ແຮງການຕໍ່ຕ້ານຂອງປະຊາຊົນລາວ. ແບ່ງແຍກກຳລັງ, ທຳລາຍກົນອຸບາຍປັບປຸງກຳລັງຢູ່ເຂດຕາເວັນຕົກສ່ຽງເໜືອ ແລະປາບໃຫ້ສະຫງົບຢູ່ເຂດທົ່ງພຽງພາກເໜືອຂອງລ່າເມືອງຂຶ້ນຝະລັ່ງ, ຍູ້ແຮງການພັດທະນາສົງຄາມກອງຫຼອນຂອງເຮົາ.

leftcenterrightdel
ແຜນທີ່ບັ້ນຮົບພາກເໜືອລາວ ປີ 1953. (ພາບໂດຍສະຖາບັນປະຫວັດສາດການທະຫານ, ກົມໃຫຍ່ເສນາທິການກອງທັບ ປະຊາຊົນ ຫວຽດນາມ ສະໜອງ).

ທີສອງ, ຕັ້ງໜ້າ, ເປັນເຈົ້າການກະກຽມສະໜາມຮົບ

ບົນພື້ນຖານໄຈ້ແຍກພູມສັນຖານ, ເລລ່ຽມ, ກົນອຸບາຍຂອງສັດຕູ, ສູນກາງພັກ ໄດ້ຕົກລົງສ້າງສະພາສະໜອງໃຫ້ແນວໂຮມຈາກສູນກາງລົງທ້ອງຖິ່ນ, ເພື່ອລະດົມກໍາລັງຄົນ ແລະກໍາລັງວັດຖຸຮັບໃຊ້ບັ້ນຮົບ. ພ້ອມທັງ, ສົມທົບກັບເພື່ອນລາວ ຈັດຕັ້ງບັນດາຄະນະປະຕິບັດງານ ລົງແຕ່ລະບ້ານ, ແຕ່ລະກົກເຫຼົ່າ, ກຳແໜ້ນສະພາບການ, ແຕ້ມແຜນທີ່, ຂົນຂວາຍປະຊາຊົນລາວ ຕັ້ງໜ້າເຂົ້າຮ່ວມພ້ອມກັບທະຫານອາສາສະໝັກຫວຽດນາມ ແລະທະຫານປະເທດລາວ, ສ້າງຖະໜົນຫົນທາງ, ຂົນສົ່ງສິນຄ້າເຖິງບ່ອນເຕົ້າໂຮມ, ສາງ. ຜົນປະກົດວ່າ, ໃນໄລຍະສັ້ນ, ເຮົາ ແລະເພື່ອນລາວ ກະກຽມວັດຖຸພາລະທິການ, ເຕັກນິກດ້ວຍຈຳນວນຫຼວງຫຼາຍ; ສຳຫຼວດ, ກຳແໜ້ນສະພາບການຂອງສັດຕູ, ພູມສັນຖານ, ອາກາດ; ສຳເລັດການແຕ້ມແຜນທີ່ພູມີປະເທດຕົວຈິງເຂດຊຳເໜືອ, ຊຽງຂວາງ; ສ້ອມແປງ, ບູລະນະທາງຄົມມະນາຄົມ, ຮັບປະກັນໃຫ້ທະຫານເຄື່ອນທັບ, ຂົນສົ່ງສິນຄ້າດ້ວຍພາຫະນະປະຖົມປະຖານ ແລະລົດຍົນ...

ທີສາມ, ເປັນເຈົ້າການ, ມີໄຫວພິບໃນການຫັນວິທີການສູ້ຮົບຈາກການບຸກໂຈມຕີກຸ່ມທີ່ໝັ້ນ ມາເປັນການຂັບໄລ່, ດັບສູນສັດຕູ, ຍາດເອົາໄຊຊະນະ.

ໂດຍປະຕິບັດແຜນການສູ້ຮົບ, ວັນທີ 8 ເມສາ 1953, ບັນດາກອງພົນກຳລັງຫຼວງຂອງ ຫວຽດນາມ ຮັບຄຳສັ່ງເຄື່ອນທັບສູ່ສະໜາມຮົບພາກເໜືອລາວ ຕາມ 3 ປີກ: ປີກຕົ້ນຕໍ, ລວມມີບັນດາກອງພົນ 308, 312 (2 ກອງພັນໃຫຍ່), 316 (1 ກອງພັນໃຫຍ່), ຈາກມົກເຈົາ ໄປຕາມເສັ້ນທາງເລກ 6 ເຄື່ອນທັບສູ່ເຂດຊາຍແດນຫວຽດນາມ-ລາວ ເຖິງຊຳເໜືອ. ປີກທີ 2 ລວມມີກອງພົນ 304, ຈາກ ເງະອານ ໄປຕາມເສັ້ນທາງເລກ 6 ສູ່ຊຽງຂວາງ. ປີກທີ 3 ລວມມີກອງພັນໃຫຍ່ 148, ໄປຈາກດ້ຽນບຽນ ສູ່ເຂດອ່າງແມ່ນ້ຳອູ. ບັນດາກົມກອງເຂົ້າຮ່ວມບັ້ນຮົບຂອງຫວຽດນາມ ແລະເພື່ອນລາວ ຜັນຂະຫຍາຍທະຫານບຸກໂຈມຕີຕາມ 3 ທິດ: ທິດຊຳເໜືອ (ຕົ້ນຕໍ); ທິດຊຽງຂວາງ (ທິດສຳຮອງ); ທິດແມ່ນ້ຳອູ ຂຶ້ນກັບແຂວງຫຼວງພະບາງ (ສົມທົບ).

ໃນວິວັດທະນາການເຄື່ອນທັບຈາກຫວຽດນາມ ໄປພາກເໜືອລາວ ສູ່ຊຳເໜືອ, ພວກສັດຕູ ຮູ້ໄດ້ຈຸດປະສົງບຸກໂຈມຕີຂອງທະຫານປະສົມຫວຽດນາມ-ລາວ. ຄ່ຳຄືນວັນທີ 12 ເມສາ 1953, ສັດຕູ ປະມານ 1.900 ຄົນ ໄດ້ຖອນກຳລັງອອກຈາກຊຳເໜືອ, ຮອດຕອນທ່ຽງວັນທີ 13 ເມສາ ສັດຕູຖອນກຳລັງກັບມາເມືອງຮາມ. ບົນພື້ນຖານໄຈ້ແຍກສະຖານະການ, ກອງບັນຊາການບັ້ນຮົບ ໃຫ້ຂໍ້ສັງເກດວ່າ: ສັດຕູພວມຕົກຢູ່ໃນສະພາບບໍ່ສະດວກ, ກະວົນກະວາຍ, ບໍ່ມີກຳລັງຊ່ວຍໜູນ, ກູ້ຊ່ວຍ, ພວກເຮົາຕັດສິນໃຈຂັບໄລ່ພວກສັດຕູ, ຊີ້ນຳບັນດາກົມກອງປັບປຸງກຳລັງກາຍເປັນບັນດາກອງພັນ, ກອງຮ້ອຍໄປຂັບໄລ່ພວກສັດຕູ. ບັນດາກົມກອງທີ່ຍັງເຫຼືອຂອງກອງພົນພ້ອມກັບເພື່ອນລາວ ບຸກໂຈມຕີປົດປ່ອຍເທດສະບານຊຳເໜືອ, ບໍລິເວນໃກ້ຄຽງ; ຂັບໄລ່ສັດຕູຢູ່ທຸກທິດ. ດ້ວຍການບັນຊາຢ່າງສະຫຼາດສ່ອງໃສ, ມີໄຫວພິບຂອງກອງບັນຊາການບັ້ນຮົບ, ທະຫານປະສົມຫວຽດ-ລາວ ໄດ້ຂົນຂວາຍຂັບໄລ່, ດັບສູນສັດຕູກຳລັງແລ່ນໜີເກືອບທັງໝົດ (ຢູ່ເສັ້ນທາງປະມານ 270 km, ຈາກຊໍາເໜືອເຖິງທົ່ງໄຫຫີນ). ວັນທີ 3 ພຶດສະພາ 1953, ບັ້ນຮົບໄດ້ສິ້ນສຸດດ້ວຍໄຊຊະນະອັນສະຫງ່າລາສີ.

ໂດຍ: ແສງເດືອນ