leftcenterrightdel
ລາຍການສະແດງສິລະປະຕ້ອນຮັບບຸນປີໃໝ່ ລາວ. ພາບ: baoninhbinh.org.vn

ເຂົ້າຮ່ວມພິທີຕ້ອນຮັບບຸນປີໃໝ່ກັບນັກສຶກສາ ລາວ ມີທ່ານ ຟ້າມກວາງຫງອັກ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ; ບັນດາການນໍາພະແນກສຶກສາ ແລະກໍ່ສ້າງ, ພະແນກການທ່ອງທ່ຽວ, ພະແນກວັດທະນະທໍາ ແລະກິລາ, ຫ້ອງວ່າການຄະນະກໍາມະການປະຊາຊົນແຂວງ; ການນໍາໂຮງຮຽນມະຫາວິທະຍາໄລ ຮວາລື ແລະນັກສຶກສາລາວ 50 ກວ່າຄົນ ທີ່ພວມຮໍ່າຮຽນຢູ່ໂຮງຮຽນ.

leftcenterrightdel
ບັນດາຜູ້້ແທນ, ນັກສຶກສາລາວ ເຂົ້າຮ່ວມພິທີບາສີສູ່ຂວັນ. ພາບ: baoninhbinh.org.vn

ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມກວາງຫງອັກ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ຮ່ວມຄວາມມ່ວນຊື່ນ ແລະເຂົ້າຮ່ວມບັນດາພິທີໃນລາຍການຕ້ອນຮັບບຸນປີໃໝ່ຂອງນັກສຶກສາ ລາວ.

leftcenterrightdel
ທ່ານ ຟ້າມກວາງຫງອັກ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ ກ່າວຄໍາເຫັນທີ່ພິທີ. ພາບ: baoninhbinh.org.vn

ຕາງໜ້າການນໍາແຂວງນິງບິ່ງ, ທ່ານປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ ຂໍອວຍໄຊໃຫ້ພອນບັນດານັກສຶກສາລາວ ປີໃໝ່ຈົ່ງໄດ້ຮັບແຕ່ຄວາມສຸກ, ຢູ່ດີມີແຮງ, ປະສົບຜົນສໍາເລັດໃນວຽກງານ, ຍາດໄດ້ຜົນງານສູງໃນການຮໍ່າຮຽນ. ຜ່ານພວກນ້ອງນັກສຶກສາລາວ, ທ່ານ ຂໍສົ່ງຄໍາຢ້ຽມຢາມຖາມຂ່າວ ແລະພອນໄຊອັນປະເສີດມາຍັງພໍ່ແມ່, ຄອບຄົວ ແລະຍາດຕິພີ່ນ້ອງຂອງພວກນ້ອງຢູ່ປະເທດລາວ ພ້ອມກັນຕ້ອນຮັບບຸນປີໃໝ່ ພສ 2566 ດ້ວຍຄວາມເບີກບານມ່ວນຊື່ນ, ຢູ່ດີມີແຮງ ແລະມີຄວາມຜາສຸກ. 

leftcenterrightdel
ທ່ານ ຟ້າມກວາງຫງອັກ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງນິງບິ່ງ ມອບຂອງຂວັນໃຫ້ນັກສຶກສາ ລາວ. ພາບ: baoninhbinh.org.vn

ທີ່ພິທີ, ທ່ານ ຟ້າມກວາງຫງອັກ ແລະບັນດາສະຫາຍການນໍາບັນດາພະແນກ, ຂະແໜງການ, ໂຮງຮຽນມະຫາວິທະຍາໄລ ຮວາລື ແລະຄູອາຈານ, ນັກສຶກສາລາວ ເຂົ້າຮ່ວມລາຍການສະແດງສິລະປະ ແລະພິທີການຕ່າງໆເນື່ອງໃນໂອກາດບຸນປີໃໝ່ ລາວ ພສ 2566 ຄື ລາຍການສະແດງສິລະປະຍ້ອງຍໍຊົມເຊີຍປະເທດ, ປະຊາຊົນ, ນໍ້າໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ; ພິທີບາສີສູ່ຂວັນ, ຫົດນໍ້າອວຍພອນປີໃໝ່ຢູ່ດີມີແຮງ; ມີຄວາມຜາສຸກ; ຟ້ອນລໍາວົງ...

ໂດຍ: ໄຊຊະນະ