ເຮັດໃຫ້ໝູ່ບ້ານສະຫວ່າງສະໄຫວ

ຫວ່າງມໍ່ໆມານີ້, ໃນການປະຕິບັດງານຢູ່ບ້ານຢົກໄມ, ຕາແສງເຈື່ອງເຊີນ, ເມືອງກວາງນິງ, ແຂວງກວາງບິ່ງ, ພວກຂ້າພະເຈົ້າ ປະຫຼາດໃຈຕໍ່ການປ່ຽນແປງຂອງໝູ່ບ້ານຢູ່ທີ່ນີ້. ຢູ່ຕາມເສັ້ນທາງສາຍຕ່າງໆ, ມີທຸງຊາດສີແດງປິວສະບັດໄປຕາມສາຍລົມ, ພໍ່ແມ່ປະຊາຊົນອອກແຮງງານຢູ່ຕາມໄຮ່ນາ, ຮົ້ວສວນຢ່າງດຸໝັ່ນຂະຫຍັນພຽນ; ເດັກນ້ອຍແລ່ນຢອກກັນຫຼິ້ນ, ຍິນສຽງເວົ້າ, ສຽງຫົວຢ່າງເບີກບານມ່ວນຊື່ນ.

ທ່ານ ໂຮ່ຊີ, ນາຍບ້ານໆຢົກໄມ ສະແດງຄວາມດີໃຈວ່າ  ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ທະຫານຊາຍແດນ, ບ້ານຢົກໄມ ບໍ່ປະສົບກັບຄວາມຫຍຸ້ງຍາກຄືເມືອກ່ອນອີກແລ້ວ; ປະຈຸບັນ, ພໍ່ແມ່ປະຊາຊົນຮູ້ວິທີການປູກຝັງ, ທໍາການຜະລິດ, ເດັກນ້ອຍໄດ້ໄປຮຽນ. ພິເສດແມ່ນມີຄວາມເບີກບານມ່ວນຊື່ນຫຼາຍກວ່າ, ເພາະວ່າ, ຢູ່ຕາມຖະໜົນຫົນທາງຫຼາຍສາຍໄດ້ຕິດຕັ້ງໄຟເຍືອງທາງໝົດແລ້ວ. ທຸກສິ່ງທຸກຢ່າງແມ່ນມາຈາກການຊ່ວຍເຫຼືອຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ້ານໂມ, ທະຫານຊາຍແດນແຂວງກວາງບິ່ງ”.

leftcenterrightdel
ກິດຈະກຳ “ແສງໄຟຢູ່ເຂດຊາຍແດນ” ປະກອບສ່ວນສ້າງໂສມໜ້າຊົນນະບົດໃໝ່ຢູ່ຫຼາຍບ້ານໃນບໍລິເວນແຂວງກວາງບິ່ງ. ພາບ: ຮວ່າຍນາມ.

ຕາມທ່ານພັນເອກ ເລວັນສີ້, ພະນັກງານການເມືອງຄ້າຍທະຫານຊາຍແດນບ້ານໂມ ແລ້ວ: ເພື່ອ “ຕິດຕັ້ງໄຟເຍືອງທາງ” ບ້ານຢົກໄມ ແມ່ນໄລຍະທາງທີ່ປະສົບຄວາມຫຍຸ້ງຍາກ, ລຳບາກຫຼາຍຢ່າງ. ຍ້ອນວ່າ, ຈາກໃຈກາງຕາແສງເຂົ້າໄປຫາບ້ານຕ້ອງໄປຜ່ານທາງປ່າມີໄລຍະທາງ 20km ດ້ວຍຫຼາຍເສັ້ນທາງນ້ອຍ, ຫ້ວຍ. ຍ່າງໄປກໍ່ຍາກແລ້ວ, ຂົນສົ່ງວັດສະດຸ, ວັດຖຸອຸປະກອນ ເພື່ອໄປຕິດຕັ້ງເສົາໄຟເຍືອງທາງຍິ່ງປະສົບກັບຄວາມຫຍຸ້ງຍາກກວ່າ. ແຕ່ດ້ວຍຄວາມຕັດສິນເຮັດໃຫ້ບ້ານຢົກໄມ ຢູ່ໃກ້ກັບເຂດທົ່ງພຽງ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ້ານໂມ ພ້ອມກັບພໍ່ແມ່ປະຊາຊົນຢູ່ໃນບ້ານໄດ້ປຸກລະດົມກັນມາອອກແຮງງານຫຼາຍຮ້ອຍວັນເພື່ອຂົນເສົາໄຟຟ້າ 20 ເສົາ, ດອກໄຟຈາກກົມກອງເຂົ້າບ້ານ.

ອອກຈາກຢົກໄມ, ພວກຂ້າພະເຈົ້າ ເດີນທາງຕາມເສັ້ນທາງໂຮ່ຈີມິນ ເພື່ອໄປຢ້ຽມຢາມປະຊາຊົນເຜົ່າຣຸກ ຢູ່ບ້ານມໍອໍໂອ່ໂອ່, ຕາແສງເທື້ອງຮ໊ວາ, ເມືອງມິງຮ໊ວາ. ຕ້ອນຮັບພວກຂ້າພະເຈົ້າ, ອ້າຍ ກາວຊວນລອງ, ນາຍບ້ານໆມໍອໍໂອ່ໂອ່ ສະແດງຄວາມດີໃຈໂດຍແຈ້ງຂ່າວໃຫ້ຮູ້ວ່າ “ປີນີ້, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ປະຊາຊົນໃນບ້ານເກັບກ່ຽວເຂົ້າໄດ້ 30 ໂຕນ. ຄຽງຂ້າງຄວາມເບີກບານມ່ວນຊື່ນຍ້ອນວ່າເກັບກ່ຽວໄດ້ເຂົ້າຫຼາຍ, ປະຊາຊົນທຸກຄົນກໍພາກພູມໃຈຍ້ອນວ່າໃນໄລຍະມໍ່ໆມານີ້, ນ້ອງ ກາວທິເລຮັ່ງ ແມ່ນຊາວເຜົ່າຣຸກຄົນທຳອິດທີ່ເສັງຈົບມະຫາວິທະຍາໄລ. ທະຫານຊາຍແດນ ໄດ້ກໍ່ສ້າງທາງ, ເຮືອນຊານໃຫ້ປະຊາຊົນຢູ່; ສອນໜັງສືໃຫ້ພໍ່ແມ່ປະຊາຊົນ; ຊ່ວຍເຫຼືອແນວພັນພືດ, ສັດລ້ຽງ, ແນະນຳວິທີການປູກຝັງ, ກວດ ແລະປິ່ນປົວພະຍາດໂດຍບໍ່ເກັບຄ່າ. ປະຈຸບັນ, ທະຫານຊາຍແດນກໍ່ໄດ້ເອົາໄຟຟ້າເຂົ້າບ້ານ, ເພື່ອໃຫ້ເດັກນ້ອຍໄດ້ຮຽນໜັງສື, ປະຊາຊົນໄດ້ໄປມາຫາສູ່, ຢ້ຽມຢາມຖາມຂ່າວກັນ ແລະຈັດຕັ້ງບັນດາການເຄື່ອນໄຫວຊີວິດດ້ານວັດທະນະທຳວົງຄະນະຍາດຢ່າງສະດວກ. ບຸນຄຸນນີ້, ພໍ່ແມ່ປະຊາຊົນຈະຈົດຈຳຕະຫຼອດໄປ”.

ຮູບແບບ “ແສງໄຟສິວິໄລ” ຢູ່ບ້ານມໍອໍໂອ່ໂອ່ ນັ້ນແມ່ນກິດຈະກຳຕິດຕັ້ງດອກໄຟເຍືອງທາງ ໂດຍພະນັກງານ, ນັກຮົບຄ້າຍທະຫານຊາຍແດນກ່າແຊງ. ພວກຂ້າພະເຈົ້າໄດ້ຮູ້ວ່າ ມໍອໍໂອ່ໂອ່ ແມ່ນບ້ານທຳອິດທີ່ໄດ້ຕິດຕັ້ງລະບົບໄຟຟ້າໃຊ້ພະລັງແສງຕາເວັນ. ເລີ່ມຈາກແນວຄວາມຄິດແບ່ງປັນຄວາມຫຍຸ້ງຍາກຂອງປະຊາຊົນຢູ່ເຂດຊາຍແດນ, ໂດຍສະເພາະແມ່ນສ້າງເງື່ອນໄຂ ເພື່ອໃຫ້ປະຊາຊົນໄດ້ໄປມາຫາສູ່ຢ່າງສະດວກ, ຕົ້ນປີ 2019, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ໄດ້ຊີ້ນຳຄ້າຍທະຫາຍຊາຍແດນ ກ່າແຊງ ສົມທົບກັນດຳເນີນການຕິດຕັ້ງລະບົບໄຟຟ້າດ້ວຍລວງຍາວ 2,5 km,  ມີມູນຄ່າໃຊ້ຈ່າຍກວ່າ 31 ລ້ານດົ່ງ.

ເມື່ອເຫັນປະສິດທິຜົນຢ່າງແທດຈິງ ເຊິ່ງກິດຈະກຳດັ່ງກ່າວນຳມາໃຫ້, ຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ໄດ້ຕັ້ງຊື່ໃຫ້ກິດຈະກຳແມ່ນ “ແສງໄຟ ຢູ່ເຂດຊາຍແດນ”, ພ້ອມທັງຊີ້ນໍາ, ຜັນຂະຫຍາຍຮູບແບບນີ້ຢູ່ຫຼາຍບໍລິເວນໃນແຂວງ, ມາຮອດປະຈຸບັນ, ຮູບແບບນີ້ໄດ້ຜັນຂະຫຍາຍຢູ່ 94 ບ້ານ ຂຶ້ນກັບ 16 ຕາແສງຢູ່ເຂດຊາຍແດນ, ເຂດທະເລ, ເຂດທີ່ມີພໍ່ແມ່ປະຊາຊົນເຊື່ອຖືສາສະໜາ. ພາຍຫຼັງເປີດການນຳໃຊ້, ບັນດາກິດຈະກຳໄດ້ຊ່ວຍຍົກສູງຊີວິດການເປັນຢູ່, ວັດທະນະທຳ, ຈິດໃຈໃຫ້ປະຊາຊົນ, ປະກອບສ່ວນຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະກໍ່ສ້າງເຂດຊາຍແດນ. “ແສງໄຟ ຢູ່ເຂດຊາຍແດນ” ແມ່ນຮູບແບບພົ້ນເດັ່ນທີ່ພິສູດໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງທະຫານ-ປະຊາຊົນ, ສະແດງໃຫ້ເຫັນນ້ຳໃຈ, ຄວາມຮັບຜິດຊອບຂອງພະນັກງານ, ນັກຮົບທະຫານຊາຍແດນກັບປະຊາຊົນ, ປະຊາຊົນບັນດາເຜົ່າສ່ວນນ້ອຍເຂດຊາຍແດນ.

ນຳ “ແສງໄຟ ຢູ່ເຂດຊາຍແດນ” ຜ່ານຊາຍແດນ

ເດືອນກໍລະກົດ, ໂດຍໄດ້ຮັບອະນຸຍາດຈາກຂັ້ນເທິງ, ພະນັກງານ, ນັກຮົບທະຫານຊາຍແດນກວ່າ 20 ຄົນ ໄດ້ມາບ້ານນາຈັດ, ເມືອງບົວລະພາ, ແຂວງຄຳມ່ວນ ຈັດກິດຈະກຳ “ແສງໄຟ ຢູ່ເຂດຊາຍແດນ” ໂດຍທະຫານຊາຍແດນແຂວງກວາງບິ່ງ ມອບໃຫ້. ນີ້ແມ່ນໜຶ່ງໃນບັນດາກິດຈະກຳຈຸດສຸມໃນການເຄື່ອນໄຫວພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ-ລາວ ຂັ້ນກອງບັນຊາການທະຫານຊາຍແດນແຂວງ ປີ 2022. ຊຸມວັນຢູ່ນາຈັດ, ພະນັກງານ, ນັກຮົບທະຫານຊາຍແດນແຂວງກວາງບິ່ງ ຍາມໃດກໍ່ໄດ້ຮັບການສົມທົບ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນ. ບໍ່ພຽງແຕ່ສ້າງເງື່ອນໄຂສະດວກບ່ອນກິນຢູ່, ພັກເຊົາເທົ່ານັ້ນ, ພໍ່ແມ່ປະຊາຊົນບ້ານນາຈັດ ຍັງໄດ້ຊ່ວຍຂົນວັດສະດຸ, ອຸປະກອນ, ຂຸດຂຸມຕິດຕັ້ງເສົາ, ດອກໄຟ ແລະສາຍສົ່ງໄຟຟ້າ... ຍ້ອນເຫດນັ້ນ, ການຕິດຕັ້ງເສົາໄຟເຍືອງທາງ 48 ເສົາ ດ້ວຍລວງຍາວ 1,5km ຈຶ່ງສຳເລັດກ່ອນຄາດໝາຍທີ່ໄດ້ວາງອອກ.

ສະຫາຍພັນເອກພິເສດ ຈິ້ງແທັງບິ່ງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ໃຫ້ຮູ້ວ່າ “ກິດຈະກຳນີ້ມີຄວາມໝາຍພິເສດ, ຍ້ອນວ່ານີ້ແມ່ນໜ້າທີ່ ເຊິ່ງ ພວກຂ້າພະເຈົ້າຜັນຂະຫຍາຍກໍ່ສ້າງສຳເລັດກ່ອນຄາດໝາຍທີ່ໄດ້ວາງອອກ. ທະຫານຊາຍແດນແຂວງກວາງບິ່ງ ກໍ່ແມ່ນກົມກອງທຳອິດທີ່ຍົກອອກແນວຄວາມຄິດ ແລະຈັດຕັ້ງປະຕິບັດ. ຫຼັງຈາກຕິດໄຟເຍືອງທາງຢູ່ບ້ານນາຈັດ ແລ້ວ,  ພວກຂ້າພະເຈົ້າ ຍັງຈະໄປຕິດຕັ້ງຢູ່ຫຼາຍບ້ານອື່ນອີກ ເຊິ່ງເຕັມໄປດ້ວຍນ້ຳໃຈມິດຕະພາບສາມັກຄີລະຫວ່າງທະຫານ-ປະຊາຊົນຢູ່ສອງຟາກຊາຍແດນ”.

leftcenterrightdel
ກິດຈະກຳ “ແສງໄຟ ຢູ່ເຂດຊາຍແດນ” ໂດຍທະຫານຊາຍແດນແຂວງກວາງບິ່ງ ຜັນຂະຫຍາຍຢູ່ບ້ານນາຈັດ, ເມືອງບົວລະພາ, ແຂວງຄຳມ່ວນ (ລາວ). ພາບ: ດຶກຈີ໊.

ທີ່ກອງປະຊຸມສະຫຼຸບ 3 ປີແຫ່ງການປະຕິບັດຮູບແບບການຕິດຕັ້ງ “ແສງໄຟ ຢູ່ເຂດຊາຍແດນ” ໂດຍຄະນະພັກ, ກອງບັນຊາການທະຫານຊາຍແດນແຂວງກວາງບິ່ງ ຈັດຕັ້ງ, ການນຳບັນດາກົມກອງ, ທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງທີ່ໃຫ້ການອຸປະຖຳໄດ້ຕີລາຄາສູງຕໍ່ປະສິດທິຜົນ, ພ້ອມທັງປາດຖະໜາຢາກພ້ອມກັບທະຫານຊາຍແດນຜັນຂະຫຍາຍປະຕິບັດຢູ່ທັງໝົດ 28 ຕາແສງຢູ່ບໍລິເວນເຂດຊາຍແດນໃນໄລຍະຈະມາເຖິງ.

ສະຫາຍ ດວ່ານງອັກເລິມ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງບິ່ງ ໃຫ້ຮູ້ວ່າ “ແສງໄຟ ຢູ່ເຂດຊາຍແດນ” ໂດຍກອງບັນຊາການທະຫານຊາຍແດນ ເລືອກເອົາແມ່ນຮູບແບບ “ຂົນຂວາຍປະຊາຊົນຢ່າງຄ່ອງແຄ້ວ” ແລະຊີ້ນໍາຜັນຂະຫຍາຍຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ຍ້ອນວ່າ ມັນມີປະສິດທິຜົນຢ່າງຕັ້ງໜ້າ ແລະໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງໃນທົ່ວສັງຄົມ, ດຶງດູດຫຼາຍອົງການ, ກົມກອງ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນເຂົ້າຮ່ວມ.

ສະຫາຍ ດວ່ານງອັກເລິມ ຢືນຢັນວ່າ “ບໍ່ພຽງແຕ່ແມ່ນແສງໄຟທຳມະດາເທົ່ານັ້ນ, “ແສງໄຟ ຢູ່ເຂດຊາຍແດນ” ຍັງນໍາມາເຊິ່ງແສງສະຫວ່າງດ້ານແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ອີກດ້ວຍ;  ແສງສະຫວ່າງຂອງຄວາມກ້າວໜ້າ, ສິວິໄລມາໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນນ້ອຍ ເຊິ່ງພະນັກງານ, ນັກຮົບຂຶ້ນກັບທະຫານຊາຍແດນແຂວງກວາງບິ່ງ ແມ່ນກົມກອງທີ່ມີກຽດໄດ້ຮັບມອບໝາຍໜ້າທີ່ສຳຄັນນີ້. ນັ້ນແມ່ນຜົນສຳເລັດອັນໃຫຍ່ຫຼວງທີ່ສຸດ ເຊິ່ງຮູບແບບນີ້ນຳມາໃຫ້”.

ໂດຍ: ສົມເພັດ