ເຂົ້າຮ່ວມກອງປະຊຸມມີສະຫາຍ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ແລະການນໍາກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ, ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ແລະສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ພ້ອມດ້ວຍການນໍາສອງກະຊວງ. ເຂົ້າຮ່ວມກອງປະຊຸມຍັງມີສະຫາຍ ບຸ່ຍວັນຄັ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງນິງ, ການນໍາພະແນກອຸດສາຫະກໍາ ແລະການຄ້າແຂວງກວາງນິງ.

leftcenterrightdel
 
leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: congthuong.vn
leftcenterrightdel
ສະຫາຍ ຫງວຽນຮ່ົງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: congthuong.vn

ກ່າວຄໍາເຫັນໄຂກອງປະຊຸມ, ສະຫາຍ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເນັ້ນໜັກວ່າ ນີ້ແມ່ນກອງປະຊຸມຄັ້ງທໍາອິດທີ່ໄດ້ຈັດຕັ້ງພາຍຫຼັງພະຍາດໂຄວິດ-19 ແຜ່ລະບາດ. ກອງປະຊຸມດໍາເນີນໃນປີ 2022-ປີສາມັກຄີມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 60 ປີ ແລະວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືຫວຽດນາມ-ລາວ ຄົບຮອບ 45 ປີ.

ລັດຖະມົນຕີ ຫງວຽນຮົ່ງຢຽນ ຢັ້ງຢືນວ່າ ຜົນກອງປະຊຸມແມ່ນການປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດຂອງກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ ທີ່ຈັດຕັ້ງໃນທ້າຍເດືອນ ທັນວາ 2022.

ລັດຖະມົນຕີ ຫງວຽນຮ່ົງຢຽນ ສະເໜີໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມກວດກາຄືນ, ຕີລາຄາໝາກຜົນການປະຕິບັດກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະການຄ້າ-ພະລັງງານ ແລະບໍ່ແຮ່ຫວຽດນາມ-ລາວ ປີ 2019 ຍົກອອກບັນດາການຕີລາຄາທີ່ແທດຈິງ ກໍ່ຄືເຫັນດີເປັນເອກະພາບບັນດາການກໍານົດທິດຮ່ວມມື; ພິຈາລະນາວາງອອກວິທີການດັດປັບເພີ່ມເຕີມສັນຍາການຄ້າ ແລະສັນຍາການຄ້າຊາຍແດນລະຫວ່າງສອງປະເທດ, ຫັນການຄ້າ, ຊຸກຍູ້ການສົ່ງເສີມການຄ້າໃຫ້ເປັນຫຼາຍຮູບຫຼາຍແບບ ແລະນໍາວົງເງິນການຄ້າສອງຝ່າຍໃຫ້ເຕີບໂຕແບບຍືນຍົງ; ແລກປ່ຽນ ແລະປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດສອງປະເທດໃນຂົງເຂດບໍ່ແຮ່ ແລະພະລັງງານ.

ໃນບົດກ່າວໄຂກອງປະຊຸມ, ສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ແລະສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ພາຍຫຼັງຫວນຄືນວິວັດການຮ່ວມມືລະຫວ່າງກະຊວງອຸດສາຫະກໍາ ແລະການຄ້າ-ພະລັງງານ ແລະບໍ່ແຮ່ສອງປະເທດແລ້ວ ລ້ວນແຕ່ເຫັນດີເປັນເອກະພາບໂດຍຕີລາຄາວ່າ ການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢູ່, ການຮ່ວມມືລະຫວ່າງສາມກະຊວງມີບົດບາດສໍາຄັນໃນການພັດທະນາເສດຖະກິດຂອງແຕ່ລະປະເທດກໍ່ຄືຊຸກຍູ້ການພົວພັນສອງຝ່າຍແບບພິເສດລະຫວ່າງລາວ ແລະຫວຽດນາມ.

leftcenterrightdel
ສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: congthuong.vn
leftcenterrightdel
ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: congthuong.vn

ລັດຖະມົນຕີສອງສະຫາຍໄດ້ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລົງເລິກແລກປ່ຽນ ເພື່ອຊຸກຍູ້ການພົວພັນຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະການຄ້າ-ພະລັງງານ ແລະບໍ່ແຮ່ລະຫວ່າງສອງປະເທດກວ່າອີກ, ປະກອບສ່ວນຢ່າງແທດຈິງເຂົ້າຜົນສໍາເລັດຂອງກອງປະຊຸມໃກ້ຈະມາເຖິງຂອງຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ.

ໃນຂອບເຂດກອງປະຊຸມໄດ້ດໍາເນີນພິທີມອບຫຼຽນໄຊເອກະລາດ ຊັ້ນ III, ຫຼຽນໄຊມິດຕະພາບຂອງລັດຫວຽດນາມ, ຫຼຽນໄຊອິດສະຫຼະຊັ້ນ III, ຫຼຽນໄຊມິດຕະພາບຂອງລັດລາວ ໃຫ້ບັນດາສະຫາຍການນໍາ, ອະດີດການນໍາສາມກະຊວງ, ການນໍາບັນດາຫົວໜ່ວຍທີ່ກ່ຽວຂ້ອງສັງກັດສາມກະຊວງທີ່ໄດ້ມີຜົນງານໃນຂະແໜງອຸດສາຫະກໍາ ແລະການຄ້າ, ພະລັງງານ ແລະບໍ່ແຮ່ລະຫວ່າງສອງປະເທດ.

leftcenterrightdel
ມອບລາງວັນອັນສູງສົ່ງຂອງລັດລາວ ໃຫ້ບັນດາສະຫາຍການນໍາຫົວໜ່ວຍທີ່ກ່ຽວຂ້ອງກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ. ພາບ: congthuong.vn
leftcenterrightdel
ມອບລາງວັນອັນສູງສົ່ງຂອງລັດຫວຽດນາມ ໃຫ້ບັນດາສະຫາຍການນໍາ, ອະດີດການນໍາ ແລະການນໍາຫົວໜ່ວຍທີ່ກ່ຽວຂ້ອງກະຊວງອຸດສາຫະກໍາ ແລະການຄ້າ ແລະກະຊວງພະລັງງານ ແລະບໍ່ແຮ່ລາວ. ພາບ: congthuong.vn

ລັດຖະມົນຕີ ຫງວຽນຮ່ົງຢຽນ ໄດ້ຕາງໜ້າການນໍາສາມກະຊວງກ່າວຄໍາເຫັນໂດຍຢືນຢັນວ່າ ບັນດາລາງວັນອັນສູງສົ່ງທີ່ໄດ້ມອບຢູ່ກອງປະຊຸມແມ່ນການຮັບຮູ້ຂອງພັກ, ລັດຫວຽດນາມ ແລະລາວ ຕໍ່ການປະກອບສ່ວນຂອງສາມກະຊວງກໍ່ຄືການນໍາ, ອະດີດການນໍາສາມກະຊວງ, ການນໍາຫົວໜ່ວຍທີ່ກ່ຽວຂ້ອງຂອງສາມກະຊວງຕໍ່ການພັດທະນາເສດຖະກິດສັງຄົມກໍ່ຄືຊຸກຍູ້ການພົວພັນຮ່ວມມືແບບພິເສດລະຫວ່າງສອງປະເທດ.

ກໍ່ຢູ່ກອງປະຊຸມ, ລັດຖະມົນຕີ ຫງວຽນຮ່ົງຢຽນ ພ້ອມກັບສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ແລະສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມືລະຫວ່າງສອງສະຖາບັນຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະການຄ້າລະຫວ່າງສອງປະເທດ, ແຜນການຮ່ວມມືລະຫວ່າງກົມນໍາເຂົ້າ ແລະສ່ົງອອກກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລະກົມນໍາເຂົ້າ ແລະສົ່ງອອກກະຊວງອຸດສາຫະກໍາ ແລະການຄ້າລາວ.

ພາຍຫຼັງພິທີໄຂບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະການຄ້າຫວຽດນາມ-ລາວ 2022 ແລະກອງປະຊຸມຮ່ວມມືພັດທະນາຂະແໜງພະລັງງານ ແລະບໍ່ແຮ່ຫວຽດນາມ-ລາວ 2022.

leftcenterrightdel
ຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບລວມ. ພາບ: congthuong.vn

ເນື່ອງໃນໂອກາດດໍາເນີນກອງປະຊຸມ, ການນໍາແຂວງກວາງນິງ ໄດ້ເປັນປະທານການເຮັດວຽກກັບການນໍາກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ, ກະຊວງອຸດສາຫະກໍາ ແລະການຄ້າ ແລະກະຊວງພະລັງງານ-ບໍ່ແຮ່ລາວ ເຂົ້າພົບປະຕາມພິທີການທູດ.

ທີ່ການເຮັດວຽກ, ສະຫາຍ ບຸ່ຍວັນຄັ໊ງ ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງນິງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບລັດຖະມົນຕີສອງສະຫາຍ ພ້ອມດ້ວຍຜູ້ແທນເຂົ້າຮ່ວມກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະການຄ້າ-ພະລັງງານ ແລະບໍ່ແຮ່ຫວຽດນາມ-ລາວ, ກອງປະຊຸມມີຄວາມໝາຍສໍາຄັນທີ່ສຸດຕໍ່ເສດຖະກິດ-ສັງຄົມລະຫວ່າງສອງປະເທດ.

ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງນິງ ຊີ້ແຈ້ງວ່າ ແມ່ນແຂວງທີ່ທຸກຍາກ, ແຕ່ປີ 2011, ແຂວງກວາງນິງ ໄດ້ວາງແຜນພັດທະນາຢູ່ສາມເສົາຄໍ້າແມ່ນຄົນ-ວັດທະນະທໍາ-ທໍາມະຊາດ. ທາງແຂວງໄດ້ສຸມໃສ່ສ້າງແຜນການຍຸດທະສາດກ່ຽວກັບການພັດທະນາ, ສະພາບແວດລ້ອມ, ແຫຼ່ງຊັບພະຍາກອນ ແລະການປະຕິຮູບການບໍລິຫານ. ຍ້ອນສິ່ງດັ່ງກ່າວນັ້ນໄດ້ນໍາແຂວງກວາງນິງ ກາຍເປັນຈຸດເຕີບໂຕຂອງພາກເໜືອ ກໍ່ຄືທົ່ງພຽງແມ່ນໍ້າແດງດ້ວຍຂອບຂະໜາດເສດຖະກິດປີ 2022 ບັນລຸ 260.000 ຕື້ດົ່ງ, GDP ເຕີບໂຕ 2 ຕົວເລກ 7 ປີລຽນຕິດ, ລາຍຮັບງົບປະມານຢູ່ໃນທອັບ 5 ທົ່ວປະເທດ. ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸກວ່າ 8.000 ໂດລາສະຫະລັດຕໍ່ປີ.

leftcenterrightdel
ລັດຖະມົນຕີ ແລະການນໍາສາມກະຊວງເຂົ້າພົບປະການນໍາແຂວງກວາງນິງ ແລະມອບຂອງທີ່ລະນຶກລະຫວ່າງແຂວງກວາງນິງ ແລະສາມກະຊວງ. ພາບ: congthuong.vn

ແຂວງກວາງນິງ ກໍ່ສຸມໃສ່ສາມບຸກທະລຸຍຸດທະສາດ: ລົງທຶນເຂົ້າພື້ນຖານໂຄງລ່າງຄົມມະນາຄົມ-ປະຕິຮູບການບໍລິຫານ-ບໍາລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ. ລະດັບຄວາມຮູ້ຖັນແຖວພະນັກງານຕໍ່າສຸດແມ່ນຂັ້ນຮາກຖານໄດ້ຍົກສູງຂຶ້ນ, ພ້ອມທັງເສີມຂະຫຍາຍຈິດໃຈກ້າຄິດ, ກ້າເຮັດ.

ການຮ່ວມມືລະຫວ່າງແຂວງກວາງນິງ ແລະບັນດາແຂວງຂອງລາວ ໂດຍສະເພາະແມ່ນບັນດາແຂວງພາກເໜືອຂອງລາວ, ຄື: ຫົວພັນ, ຫຼວງພະບາງ, ຊຽງຂວາງ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ການສົ່ງອອກ, ການສົ່ງເສີມການຄ້າ, ການຮ່ວມມືລະຫວ່າງບັນດາວິສາຫະກິດ.

ສະຫາຍ ບຸ່ຍວັນຄັ໊ງ ກ່າວວ່າ “ແຂວງກວາງນິງ ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະລາວ ກໍ່ຄືລະຫວ່າງສາມກະຊວງອຸດສາຫະກໍາ ແລະການຄ້າຂອງຫວຽດນາມ ແລະລາວ, ກະຊວງພະລັງງານ ແລະບໍ່ແຮ່ລາວ”.

ສະຫາຍ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ແລະສະຫາຍ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ລາວ ສະແດງຄວາມປິຕິຊົມຊື່ນທີ່ໄດ້ມາເຮັດວຽກ, ເຂົ້າຮ່ວມກອງປະຊຸມຢູ່ແຂວງກວາງນິງ. ລັດຖະມົນຕີສອງສະຫາຍໄດ້ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງແຂວງກວາງນິງ ໃນບັນດາຂົງເຂດພ້ອມທັງຊີ້ແຈ້ງວ່າ ກ່ຽວກັບບົດຮຽນຂອງແຂວງກວາງນິງ ບັນດາອົງການທີ່ກ່ຽວຂ້ອງຂອງລາວ ຈະໄດ້ຄົ້ນຄວ້າ, ນໍາໃຊ້, ໂດຍສະເພາະແມ່ນຂໍ້ລິເລີ່ມເຊື່ອມຕໍ່ການທ່ອງທ່ຽວລະຫວ່າງຮະລອງ ແລະຫຼວງພະບາງ, ແຂວງຈໍາປາສັກ ຂອງລາວກໍ່ຄືການຮ່ວມມືລະຫວ່າງແຂວງກວາງນິງ ແລະບັນດາແຂວງພາກເໜືອລາວ.

ໂດຍ: ໄຊນີດາ