ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2-12-1975 / 2-12-2022), ວັນທີ 1 ທັນວາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງສານອວຍພອນມາຍັງທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ແລະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ.

ສານອວຍພອນລະບຸວ່າ:

“ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ໃນ 47 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສະຫຼຽວຂອງພັກປະຊາຊົນປະຕິວັດລາວ, ດ້ວຍນ້ຳໃຈຮັກຊາດ ແລະມູນເຊື້ອປະຕິວັດອົງອາດກ້າຫານ, ປະຊາຊົນລາວ ບັນດາເຜົ່າອ້າຍນ້ອງຍາດໄດ້ໄຊຊະນະອັນໃຫຍ່ຫຼວງຫຼາຍຢ່າງໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ຊ່ວຍຮັບປະກັນຄວາມໝັ້ນຄົງ-ການເມືອງ, ຊີວິດການເປັນຢູ່ດ້ານວັດຖຸ ແລະຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ຖານະບົດບາດຂອງປະເທດ ສປປ ລາວ ນັບມື້ນັບໄດ້ຮັບການຍົກສູງໃນເວທີປາໄສສາກົນ. ພວກຂ້້າພະເຈົ້າ ຍາມໃດກໍ່ຖືບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານເຊິ່ງ ລາວ ຍາດມາໄດ້ແມ່ນແຫຼ່ງລະດົມກຳລັງໃຈຢ່າງແຮງຕໍ່ຫວຽດນາມ ໃນກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ພາບ: Vietnamplus.vn.

ໃນບັນຍາກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ພວກຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າ ການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີພິເສດ, ໃສແຈ້ງ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ພ້ອມດ້ວຍການນຳ, ປະຊາຊົນຮຸ່ນຕ່າງໆຂອງສອງປະເທດ ເພີ່ມພູນຄູນສ້າງ, ແມ່ນປັດໄຈຕັດສິນໄຊຊະນະຂອງພາລະກິດປະຕິວັດແຕ່ລະປະເທດ, ໄດ້ ແລະພວມໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບມີປະ ສິດທິຜົນ ແລະແທດຈິງ, ຕອບສະໜອງຄວາມມຸ່ງຫວັງ ແລະຜົນປະໂຫຍດຂອງສອງປະເທດພວກເຮົາ.

ພັກ, ລັດ ແລະປະຊາຊົນຫວຽດນາມ ໝັ້ນໝາຍຈະພ້ອມກັບພັກ, ລັດ ແລະປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ ຕັດສິນໃຈຮັກສາ ແລະພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ຢ່າງສະເໝີຕົ້ນສະເໝີປາຍ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າຕໍ່ກັບພາລະກິດປະຕິວັດຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ”.

ໃນວັນດຽວກັນ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງສານອວຍພອນມາຍັງສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ.

ກໍ່ເນື່ອງໃນໂອກາດນີ້, ສະຫາຍ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນມາຍັງສະຫາຍ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

ໂດຍ: ສົມເພັດ