ດ້ວຍການຜັນຂະຫຍາຍຂະບວນການ “ແຮກສ່ຽວເຂດຊຸມຊົນສອງຟາກຊາຍແດນ” ຫວຽດນາມ-ລາວ  ຢ່າງມີປະສິດທິຜົນ ໃນຕະຫຼອດເກືອບ 10 ປີຜ່ານມາ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ ແລະກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດໃນການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ກໍ່ຄືການໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ປະຊາຊົນຢູ່ເຂດຊາຍແດນສອງປະເທດກ່ຽວກັບການປົກປັກຮັກສາຊາຍແດນ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາ.

leftcenterrightdel
ທະຫານຊາຍແດນຫວຽດນາມ ສົມທົບກັບກໍາລັງປ້ອງກັນຊາຍແດນລາວ ໂຄສະນາໃຫ້ປະຊາຊົນປະເທດເພື່ອນມິດລາວ ທີ່ດຳລົງຊີວິດຢູ່ເຂດຊາຍແດນ. ພາບ: ສໍານັກຂ່າວສານຫວຽດນາມ

ບ້ານນາຊອນ, ຂຶ້ນກັບກຸ່ມບ້ານນາຊອນ (ເມືອງໂພນທອງ, ແຂວງຫຼວງພະບາງ, ລາວ) ແມ່ນບ້ານທີ່ມີຊາຍແດນຕິດກັບຕາແສງເມື່ອງລ໊ອຍ, ເມືອງດ້ຽນບຽນ (ແຂວງດ້ຽນບຽນ). ນີ້ແມ່ນໜຶ່ງໃນບັນດາບ້ານຢູ່ເຂດຫ່າງໄກສອກຫຼີກຍັງປະສົບຄວາມຫຍຸ້ງຍາກຫຼາຍຂອງປະເທດເພື່ອນມິດ. ຫ່າງຈາກເສັ້ນທາງຊາຍແດນຫວຽດນາມ-ລາວ ແລະດ່ານຊາຍແດນຫ້ວຍປວກ, ແຂວງດ້ຽນບຽນ ປະມານ 10 ກິໂລແມັດ, ໃນໄລຍະຜ່ານມາ, ປະຊາຊົນນັບຫຼາຍສິບຄອບຄົວຢູ່ທີ່ນີ້ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຈາກກໍາລັງທະຫານຊາຍແດນແຂວງດ້ຽນບຽນ.

ໃນນັ້ນ, ຄ້າຍທະຫານຊາຍແດນຫ້ວຍປວກ ພ້ອມກັບກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນມິດໄດ້ໂຄສະນາໃຫ້ປະຊາຊົນໃນບ້ານກ່ຽວກັບບັນດາຮູບແບບພັດທະນາເສດຖະກິດ, ການດຳລົງຊີວິດເປັນປົກກະຕິ ກໍ່ຄືການປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຕາມຂະບວນການ “ແຮກສ່ຽວເຂດຊຸມຊົນສອງຟາກຊາຍແດນ” ໂດຍກອງບັນຊາການທະຫານຊາຍແດນ ປຸກລະດົມ. ການປ່ຽນແປງຂອງບ້ານນາຊອນ ໃນຊຸມມື້ນີ້ແມ່ນມີການປະກອບສ່ວນບໍ່ໜ້ອຍຂອງພະນັກງານນັກຮົບທະຫານຊາຍແດນຢູ່ເຂດຊາຍແດນແຂວງດ້ຽນບຽນ.

ທ່ານ ບຸນທະວີ ໄຊບຸນຄຳ ຮອງນາຍບ້ານນາຊອນ ແບ່ງປັນວ່າ ຊີວິດຂອງປະຊາຊົນໃນບ້ານແມ່ນໄດ້ດີກວ່າເກົ່າ; ບໍ່ມີຄອບຄົວອຶດຫິວ. ໄຟຟ້າໄດ້ມາຮອດທຸກບ້ານ, ຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍໄດ້ຮັບປະກັນ. ຍ້ອນແນວນັ້ນ, ປະຊາຊົນມີຄວາມອຸ່ນອ່ຽນໃຈຕັ້ງຖິ່ນຖານພັດທະນາເສດຖະກິດຄົງທີ່. ສຳລັບປະຊາຊົນບ້ານນາຊອນ, ບັນດານັກຮົບຊາຍແດນແຂວງດ້ຽນບຽນ (ຫວຽດນາມ) ແມ່ນຍາດຕິພີ່ນ້ອງມາແຕ່ດົນນານແລ້ວ.

ທ່ານພັນໂທ ໂຕວັນເກື່ອງ, ຫົວໜ້າຄ້າຍທະຫານຊາຍແດນຫ້ວຍປວກ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ກົມກອງໄດ້ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ປະຕິບັດວຽກງານຈັດຕັ້ງການແຮກສ່ຽວບ້ານ-ບ້ານລະຫວ່າງບ້ານນາແຈ໊ນ, ຕາແສງເມື່ອງລ໊ອຍ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ ກັບບ້ານນາລວງ, ກຸ່ມບ້ານນາຊອນ, ເມືອງໂພນທອງ, ແຂວງຫຼວງພະບາງ, ລາວ. ຜ່ານນັ້ນ, ສ້າງຄວາມສາມັກຄີແບບພິເສດລະຫວ່າງອຳນາດການປົກຄອງ, ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນຂອງສອງປະເທດ; ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ ແລະການພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄປລາດຕະເວນ. ພາບ: ສໍານັກຂ່າວສານຫວຽດນາມ

ປະຕິບັດຂະບວນການ “ແຮກສ່ຽວເຂດຊຸມຊົນສອງຟາກຊາຍແດນ” ລະຫວ່າງ ຫວຽດນາມ-ລາວ ໃນໄລຍະເກືອບ 10 ປີຜ່ານມາ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ຊີ້ນຳບັນດາກົມກອງ, ຄ້າຍທະຫານຊາຍແດນ ມີຄູ່ບ້ານຕິດກັບສອງຟາກຊາຍແດນເພີ່ມທະວີການຊ່ວຍເຫຼືອປະຊາຊົນ. ໂດຍລະອຽດ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງ, ກໍາລັງປ້ອງກັນຊາຍແດນປະເທດເພື່ອນມິດ ປະຕິບັດວຽກງານໂຄສະນາຍົກສູງຄວາມຮັບຮູ້ໃຫ້ປະຊາຊົນສອງຟາກຊາຍແດນກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ, ການພັດທະນາເສດຖະກິດ-ສັງຄົມ, ການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ, ຍົກສູງຊີວິດການເປັນຢູ່. ຍ້ອນແນວນັ້ນ, ຊີວິດການເປັນຢູ່, ຄວາມຮັບຮູ້ຂອງປະຊາຊົນຢູ່ 108 ບ້ານຕິດກັບຊາຍແດນ, 8 ຄູ່ບ້ານແຮກສ່ຽວສອງຟາກຊາຍແດນຫວຽດນາມ-ລາວ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ.

ທ່ານພັນເອກພິເສດ ເລດຶກເຫງຍ, ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ຈະສືບຕໍ່ຊີ້ນຳບັນດາກົມກອງ ເພີ່ມທະວີການພົວພັນສົມທົບກັບກໍາລັງປ້ອງກັນຊາຍແດນບັນດາປະເທດບ້ານໃກ້ເຮືອນຄຽງ, ສຸມໃສ່ເຂົ້າໃນໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນ, ຈັດຕັ້ງການລາດຕະເວນຝ່າຍດຽວ, ສອງຝ່າຍ; ສົມທົບກັນແລກປ່ຽນຂໍ້ມູນຂ່າວສານກັບກໍາລັງປ້ອງກັນຊາຍແດນປະເທດເພື່ອນມິດ, ແນໃສ່ຄົ້ນພົບ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວກໍ່ການຮ້າຍ, ການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ.

ອີງຕາມສະພາບຕົວຈິງ, ທະຫານຊາຍແດນແຂວງດ້ຽນບຽນ ຈະສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອດ້ານວັດຖຸ ແລະອຸປະກອນໃຫ້ບັນດາກົມກອງປ້ອງກັນຊາຍແດນ ແລະປະຊາຊົນຢູ່ເຂດຊາຍແດນຂອງລາວ; ເສີມຂະຫຍາຍປະສິດທິຜົນຂອງສຸກສາລາທະຫານ ແລະປະຊາຊົນ, ກວດ, ປິ່ນປົວພະຍາດໃຫ້ພະນັກງານ ແລະປະຊາຊົນຢູ່ເຂດຊາຍແດນປະເທດເພື່ອນລາວ; ປະຕິບັດການອຸປະກາລະ, ໜູນຊ່ວຍບັນດາຫຼານນັກຮຽນ, ຂະບວນການ “ແຮກສ່ຽວເຂດຊຸມຊົນສອງຟາກຊາຍແດນ” ຢ່າງມີປະສິດທິຜົນ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນເຂດຊາຍແດນ ຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ