ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (5/91962-5/9/2022), ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບການພົວພັນຮ່ວມມືຫວຽດນາມ-ລາວ, ພ້ອມທັງຍົກອອກ 7 ປັດໄຈທີ່ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ-ລາວ ກາຍເປັນພິເສດ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ການພົວພັນຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບຖືວ່າແມ່ນສາຍພົວພັນພິເສດ. ຂໍທ່ານໃຫ້ຮູ້ແຈ້ງກວ່າກ່ຽວກັບຂໍ້ສັງເກດນີ້?

ທ່ານ ຫງວຽນບ໊າຮຸ່ງ: ພວກເຮົາຕ້ອງຮັບຮູ້ບັນດາປັດໄຈຢ່າງພາວະວິໄສ ແລະວິທະຍາສາດ. ແຕ່ລະຄົນອາດຈະມີທັດສະນະສະເພາະ, ແຕ່ຕາມຂ້າພະເຈົ້າ ມີບາງເຫດຜົນໄດ້ພາໃຫ້ການພົວພັນລະຫວ່າງສອງປະເທດພວກເຮົາກາຍເປັນພິເສດແທ້ຈິງ, ມີໜຶ່ງບໍ່ມີສອງ, ຍອມຮັບມັນໃນການຄົງຕົວພາວະວິໄສ, ພວກເຮົາຈຶ່ງມີພື້ນຖານເພື່ອເຊື່ອໝັ້ນຕໍ່ການຍືນຍົງຄົງຕົວ ແລະປະກອບສ່ວນປັບປຸງ, ພັດທະນາການພົວພັນພິເສດຫວຽດນາມ-ລາວ.

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ. ພາບ: Vov.vn.

ທີໜຶ່ງ, ດ້ານພູມສາດ ແລະປະຫວັດສາດ, ຫວຽດນາມ ແລະລາວ ແມ່ນສອງປະເທດມີແມ່ນ້ຳລຳເຊ ແລະສາຍພູຫຼວງຕິດຈອດກັນຕາມທຳມະຊາດ. ໃນປະຫວັດສາດແຫ່ງການສາສາ ແລະປົກປັກຮັກສາປະເທດຊາດຂອງຕົນ, ສອງຊາດພວກເຮົາໄດ້ດຳລົງຊີວິດຮ່ວມກັນໂດຍສັນຕິ, ໄດ້ຕ້ານສັດຕູໂຕດຽວກັນເພື່ອປົກປັກຮັກສາປະເທດຊາດ.

ທີສອງ, ປະຊາຊົນສອງປະເທດລ້ວນແຕ່ມີພັກຂອງຊົນຊັ້ນກຳມະກອນທີ່ມີຕົ້ນກຳເນີດລວມແມ່ນພັກກອມມູນິດອິນດູຈີນ, ປະຈຸບັນແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ນຳພາ. ເພາະສະນັ້ນ, ການເພີ່ມພູນຄູນສ້າງ ແລະເພີ່ມທະວີນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດພວກເຮົາໄດ້ກາຍເປັນແຜນນະໂຍບາຍ, ແນວທາງ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະຍາວນານຂອງສອງພັກ, ສອງລັດ, ໄດ້ສືບທອດແຕ່ຮຸ່ນນີ້ມາຮຸ່ນອື່ນ ແລະສືບຕໍ່ໄດ້ສືບທອດໃຫ້ຮຸ່ນອະນາຄົດ.

ທີສາມ, ສອງປະເທດຫວຽດນາມ-ລາວ ໄດ້ສະຫຼະເລືອດເນື້ອ, ເຫື່ອແຮງຂອງພະນັກງານ, ນັກຮົບທະຫານຫວຽດນາມ ແລະລາວ ນັບໝື່ນຄົນ, ນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ນັບໝື່ນຄົນ ເພື່ອສ້າງການພົວພັນພິເສດນີ້. ຄືການນຳຂອງສອງປະເທດເຄີຍເວົ້າວ່າ: ເລືອດເນື້ອຂອງທະຫານຫວຽດນາມ ແລະລາວ ໄດ້ປົນເຂົ້າກັນໄຫຼຕາມແມ່ນ້ຳ, ຫ້ວຍນ້ຳໃນປະເທດລາວ.

ທີສີ່, ນ້ຳໃຈສາມັກຄີພິເສດລະຫວ່າງສອງຊາດຍັງໄດ້ສ້າງຂຶ້ນດ້ວຍຢາດເຫື່ອ, ຢາດນ້ຳຕາ ແລະນ້ຳນົມຫວານຂອງແມ່ລາວຫຼາຍຄົນ. ພິເສດແມ່ນໄດ້ເອົານ້ຳນົມລ້ຽງລູກທີ່ຫາຍາກຂອງຕົນມາກູ້ຊີບທະຫານຫວຽດນາມ; ບັນດາແມ່ຫວຽດນາມສົ່ງຜົວ, ລູກເດີນທາງໄປສູ້ຮົບຢູ່ລາວແຕ່ບໍ່ມີວັນກັບເມືອ. ມາຮອດປະຈຸບັນ, ນ້ຳຕາຂອງແມ່ຫວຽດນາມ ຍັງບໍ່ຢຸດເທື່ອເມື່ອອັດຖິທະຫານອາສາສະໝັກຫວຽດນາມ ຫຼາຍຄົນທີ່ເສຍສະຫຼະຊີວິດຢູ່ລາວ ຍັງບໍ່ທັນຊອກຫາໄດ້.

ທີຫ້າ, ການພົວພັນຫວຽດນາມ-ລາວ ແມ່ນພິເສດທີ່ສຸດຍ້ອນວ່າສອງປະເທດຍາມໃດກໍ່ໜູນຊ່ວຍ, ຊ່ວຍເຫຼືອກັນຢ່າງສຸດຈິດສຸດໃຈ. ພວກເຮົາບໍ່ພຽງແຕ່ຮັກແພງກັນເທົ່ານັ້ນ ຫາກຍັງເຄົາລົບນັບຖື, ພົວພັນກັນຢ່າງສະເໝີພາບອີກດ້ວຍ.

ທີຫົກ, ໃນຂະນະທີ່ຢາກນຳຊາດຂອງຕົນບືນຕົວຂຶ້ນໃຫ້ເທົ່າທຽມກັບບັນດາປະເທດມະຫາອຳນາດ, ແຕ່ປະຊາຊົນຫວຽດນາມ ກໍ່ຍັງປາດຖະໜາວ່າປະເທດຊາດ ແລະປາຊາຊົນລາວ ອ້າຍນ້ອງໄດ້ດຳລົງຊີວິດໃນສັນຕິພາບ, ເອກະລາດ, ເສລີພາບ ແລະພັດທະນາວັດທະນາຖາວອນ. ຄວາມມຸ່ງຫວັງດັ່ງກ່າວແມ່ນທຳມະຊາດ ແລະພຽງແຕ່ມີລະຫວ່າງອ້າຍນ້ອງຜູ້ສະໜິດສະໜົມ ແລະໄວ້ເນື້ອເຊື່ອໃຈກັນເທົ່ານັ້ນ.

ທີເຈັດ, ລະຫວ່າງສອງປະເທດພວກເຮົາຍາມໃດກໍ່ມີຄວາມສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດຢ່າງເລິກເຊິ່ງ ແລະໝັ້ນແກ່ນ.

ຂ້າພະເຈົ້າ ຂໍຢ້ຳຄືນຄຳເວົ້າຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ  ເມື່ອຕ້ອນຮັບບັນດາຄະນະຜູ້ແທນຫວຽດນາມ ຫວ່າງແລ້ວນີ້ວ່າ: ລະຫວ່າງລາວ ແລະຫວຽດນາມ ມີ 4 ຄຳສັບວ່າດ້ວຍນ້ຳໃຈ, ນັ້ນແມ່ນ: ນ້ຳໃຈສະຫາຍຮ່ວມອຸດົມຄະຕິກອມມູນິດ; ນ້ຳໃຈອ້າຍນ້ອງຮ່ວມພໍ່ແມ່ດຽວແມ່ນພັກກອມມູນິດອິນດູຈີນ; ນ້ຳໃຈເພື່ອນມິດສະໜິດສະໜົມ, ຮ່ວມທຸກຮ່ວມສຸກນຳກັນ; ແລະນ້ຳໃຈສາມັກຄີພິເສດ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ.

ນັກຂ່າວ: ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ມີຄວາມໝາຍຄືແນວໃດ ແລະສົ່ງສານໃດແດ່ກ່ຽວກັບການພົວພັນສອງຝ່າຍເຖິງຫາງສຽງພາຍໃນປະເທດ ແລະສາກົນ, ຂໍຮຽນທ່ານເອກອັກຄະລັດຖະທູດ?

ທ່ານ ຫງວຽນບ໊າຮຸ່ງ: ປີ 2022 ມີຄວາມໝາຍສຳຄັນພິເສດຕໍ່ກັບສອງປະເທດຫວຽດນາມ ແລະລາວ. ສອງປະເທດ ຮ່ວມກັນຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ,  45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະຮ່ວມມືຫວຽດນາມ-ລາວ.

ປະຈຸບັນ, ສະພາບການໂລກ ແລະພາກພື້ນອາຊີ ພວມມີການຫັນປ່ຽນຢ່າງວ່ອງໄວ ແລະຄາດຄະເນໄດ້ຍາກ, ກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນ, ເລື່ອງການນຳສອງປະເທດຕົກລົງເອົາປີ 2022 ແມ່ນປີສາມັກຄີມິດຕະພາບຫວຽດນາມ-ລາວ ມີຄວາມໝາຍສຳຄັນທີ່ສຸດ. ຢັ້ງຢືນຄວາມສຳຄັນ ແລະຄວາມໝາຍຍຸດທະສາດທີ່ມີລັກສະນະເປັນຕາຍຂອງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ຢັ້ງຢືນນີ້ແມ່ນຊັບສົມບັດອັນລ້ຳຄ່າລວມຂອງສອງປະເທດ, ແມ່ນປັດໄຈຮັບປະກັນຄວາມຍືນຍົງຄົງຕົວ, ພັດທະນາຂອງ ສອງປະເທດ; ສົ່ງສານອັນຈະແຈ້ງວ່າ, ເຖິງວ່າສະພາບການຂອງໂລກມີການປ່ຽນແປງຄືແນວໃດ ພັກ, ລັດຫວຽດນາມພ້ອມກັບພັກ, ລັດລາວ ຍາມໃດກໍ່ສູ້ຊົນ, ຕັດສິນໃຈເພີ່ມພູນຄູນສ້າງການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາທັງລວງກວ້າງ ແລະລວງເລິກ. ປະຊາຊົນສອງປະເທດຈະຮ່ວມກັນກ້າວຂຶ້ນບົນເສ້ັ້ນທາງສ້າງສາປະເທດຂອງຕົນໃຫ້ມີສັນຕິພາບ, ເອກະລາດ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາວັດທະນາຖາວອນຕະຫຼອດໄປ.

ນັກຂ່າວ: ທ່ານເອກອັກຄະລັດຖະທູດ ໄດ້ເຫັນປະຈັກຕາສອງປະເທດຈັດຕັ້ງປີສາມັກຄີມິດຕະພາບສອງເທື່ອແລ້ວແມ່ນປີ 2017 ແລະ2022. ທ່ານຕີລາຄາຄືແນວໃດກ່ຽວກັບເຫດການປະຫວັດສາດນີ້ ແລະ 5 ປີຈະມາເຖິງ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະລາວ ຈະພັດທະນາຄືແນວໃດ?

ທ່ານ ຫງວຽນບ໊າຮຸ່ງ: ຂ້າພະເຈົ້າ ຮູ້ສຶກວ່າໂຊກດີທີ່ໄດ້ດຳລົງຊີວິດ ແລະເຮັດວຽກຢູ່ປະເທດລາວ ອ້າຍນ້ອງໃນປີ 2017 ແລະ2022 ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງສອງປະເທດ. ການປຽບທຽບຍາກທີ່ຈະຊັດເຈນຢ່າງເດັດຂາດ, ແຕ່ຕາມຂ້າພະເຈົ້າ ແລ້ວສອງປະເທດຮ່ວມກັນສະເຫຼີມສະຫຼອງປີສາມັກຄີ 2017 ແລະ 2022 ມີຈຸດທີ່ຄ້າຍຄືກັນໂດຍພື້ນຖານ ແລະບໍ່ມີການປ່ຽນແປງໄດ້ນ້ັນແມ່ນນ້ຳໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ. ເຖິງແມ່ນປີ 2017, 2022 ຫຼື 5 ປີຈະມາເຖິງກໍ່ຄືແນວນັ້ນຢູ່, ນັ້ນແມ່ນນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງສອງປະເທດ.

ເຖິງຢ່າງໃດກໍ່ຕາມ, ຂ້າພະເຈົ້າເຫັນວ່າບັນຍາກາດປີນີ້ມີຄວາມເບີກບານມ່ວນຊື່ນ. ພາຍຫຼັງ 2 ປີ ທີ່ຖືກຜົນສະທ້ອນຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສອງປະເທດພວກເຮົາຕ້ອງສຸມທຸກກຳລັງເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ-19 ແລະສິ່ງດັ່ງກ່າວໄດ້ເຮັດໃຫ້ສອງຊາດມີການພົວພັນກັນຢ່າງແໜ້ນແຟ້ນ, ຊ່ວຍເຫຼືອກັນຜ່ານຜ່າພະຍາດໂຄວິດ-19 ເພື່ອໃຫ້ສອງປະເທດເປີດປະຕູຄືນໃໝ່ຈັດຕ້ັງຫຼາຍກິດຈະກຳສະເຫຼີມສະຫຼອງຄືຄວາມປາດຖະໜາຂອງສອງຝ່າຍ.

ເພາະສະນັ້ນ, ບັນດາການເຄື່ອນໄຫວຂອງປີນີ້, ຂ້າພະເຈົ້າເຫັນໄດ້ຄວາມເບີກບານມ່ວນຊື່ນທີ່ສະແດງອອກຜ່ານສາຍຕາ, ຮອຍຍິ້ມ, ເນື້ອໃນບົດປາໄສຂອງການນຳພັກ, ລັດ ສອງປະເທດ ກໍ່ຄືໃນຮ້ອຍກິດຈະກຳ ເຊິ່ງບັນດາອົງການ, ອົງການຈັດຕັ້ງ, ບັນດາທ້ອງຖີ່ນຂອງສອງປະເທດທີ່ຈັດຕັ້ງຢູ່ແຕ່ລະປະເທດຂອງຕົນ ຫຼືການພົບປະແລກປ່ຽນນຳກັນລ້ວນແຕ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ສົມເພັດ