leftcenterrightdel
ສະຫາຍ ຫງວຽນວັນເນນ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ແລະ ລາວ ຖ່າຍຮູບເປັນທີ່ລະນຶກ. ພາບ: thanhuytphcm.vn

ສະຫາຍ ຫງວຽນວັນເນນ ເນັ້ນໜັກວ່າ ຫວຽດນາມ ແລະລາວ ໄດ້ສ້າງຕັ້ງການພົວພັນມິດຕະພາບແບບພິເສດ, ຍິ່ງໃຫຍ່, ຫຼາຍລະດັບ, ຫຼາຍຂະແໜງ, ຫຼາຍຂົງເຂດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ; ສະຫາຍ ຢັ້ງຢືນວ່າ ບົນເນື້ອໃນຈິດໃຈຮ່ວມມືຢ່າງຮອບດ້ານ, ນະຄອນໂຮ່ຈີມິນ ໄດ້ ແລະພວມຮີບຮ້ອນຄົ້ນຄວ້າປະຕິບັດຄວາມເຫັນດີເປັນເອກະພາບ ກັບນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະສະຫວັນນະເຂດ ໃນການໄປປະຕິບັດງານຂອງຄະນະຜູ້ແທນນະຄອນ ທີ່ບັນດາທ້ອງຖິ່ນຂອງລາວ ໃນໄລຍະຜ່ານມາ ແລະບັນດາຂໍ້ຕົກລົງກ່ອນໜ້ານັ້ນ.

ການນໍານະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະສະຫວັນນະເຂດ ສະແດງຄວາມຕື້ນຕັນໃຈ ເມື່ອເຫັນວ່າ ຫວຽດນາມ, ນະຄອນໂຮ່ຈີມິນ ຈັດຕັ້ງຫຼາຍກິດຈະກໍາຢ່າງຟົດຟື້ນເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ນັບມື້ພັດທະນາໄວ ແລະຍືນຍົງ.

ພາຍຫຼັງການຕ້ອນຮັບ, ການນໍານະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ ແລະແຂວງສະຫວັນນະເຂດ ໄດ້ຮ່ວມເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະຫະພັນແມ່ຍິງນະຄອນໂຮ່ຈີມິນ ກັບສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະສະຫະພັນແມ່ຍິງແຂວງຈໍາປາສັກ.

ໂດຍ: ກວຽດເຕິມ