ລະດູການປີນີ້, ທ້າວ ຕິດວຽງຄຽງ ທະວີ, ນາຍບ້ານນາແປ, ເມືອງຄໍາເກີດ ໄດ້ໄປນາຢ່າງລຽນຕິດ ແລະໄປຮອດແຕ່ລະຄອບຄົວໃນບ້ານ ເພື່ອລະດົມເຂົາເຈົ້າໄປເຮັດໄຮ່, ເຮັດນາແຕ່ຕົ້ນລະດູ ດ້ວຍຄວາມຕັດສິນໃຈປະຕິບັດໃຫ້ສໍາເລັດການຫວ່ານກ້າ ເພື່ອມາຢ້ຽມຢາມຫວຽດນາມ ຢ່າງທັນການ. ຄັ້ງນີ້, ເມື່ອກັບມາບ້ານເກີດເມືອງນອນ, ນອກຈາກການເຂົ້າຮ່ວມພິທີສະເຫຼີມສະຫຼອງ 8 ປີແຫ່ງວັນລົງນາມການແຮກສ່ຽວລະຫວ່າງບ້ານນາແປ ແລະຕາແສງເຊີນກິມ 2, ທ້າວ ທະວີ ຍັງຍາດແຍ່ງເວລາໄປຢ້ຽມຢາມຍາດຕິພີ່ນ້ອງ ແລະລະດົມກໍາລັງໃຈທຸກຄົນໃນຄະນະ ຍາດເວລາໄປຢ້ຽມຊົມຮູບແບບປູກໝາກກ້ຽງ, ໝາກພຸກ, ລ້ຽງໝູ, ລ້ຽງໄກ່, ຂຸດໜອງປ່ອຍປາ ຂອງພໍ່ແມ່ປະຊາຊົນຕາແສງເຊີນກິມ 2 ເພື່ອຖອດຖອນບົດຮຽນໃນການລ້ຽງສັດ, ຜະລິດ.

leftcenterrightdel
ທະຫານຊາຍແດນແຂວງຮ່າຕີ໊ງ ໂຄສະນາກ່ຽວກັບການປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນໃຫ້ພໍ່ແມ່ປະຊາຊົນ ຢູ່ສອງຟາກຊາຍແດນ. ພາບ: bienphong.com.vn

ທ້າວ ທະວີ ແບ່ງປັນວ່າ: ຂ້າພະເຈົ້າແມ່ນຄົນລາວ ເຊື້ອຊາດຫວຽດນາມ, ພໍ່ແມ່ຂອງຂ້າພະເຈົ້າ ມາຈາກບ້ານແຈ່, ຕາແສງເຊີນກິມ 2 ອົບພະຍົບມາຢູ່ທີ່ນີ້. ກໍ່ຄືຄອບຄົວຂ້າພະເຈົ້າ, ປະຊາຊົນຢູ່ບ້ານນາແປ ກວ່າ 90% ແມ່ນເຊື້ອຊາດຫວຽດນາມ. ປະຊາຊົນຢູ່ທີ່ນີ້ລ້ວນແຕ່ອົດທົນພະຍາຍາມທໍາມາຫາກິນ, ສະນັ້ນຊີວິດການເປັນຢູ່ດີຂຶ້ນ, ຖະໜົນຫົນທາງໃນບ້ານສວຍງາມ ແລະແມ່ນບ້ານທີ່ມີຄອບຄົວມີເຮືອນສອງຊັ້ນຫຼາຍທີ່ສຸດໃນ 9 ບ້ານ ຢູ່ເຂດຕິດກັບຊາຍແດນຂອງເມືອງຄໍາເກີດ. ພິເສດ, ພວກຂ້າພະເຈົ້າ ຍາມໃດກໍ່ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ດໍາລົງຊີວິດຢູ່ຮ່ວມກັນ ດ້ວຍຄວາມປອງດອງ, ພ້ອມແລ້ວທີ່ຈະຊ່ວຍເຫຼືອ ເຊິ່ງກັນ ແລະກັນ, ມີສະຕິລະວັງຕົວເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດລາວ ແລະຫວຽດນາມ”.

ເມື່ອຕ້ອນຮັບພໍ່ແມ່ປະຊາຊົນຈາກປະເທດເພື່ອນມິດລາວ ມາຢ້ຽມຢາມບ້ານເກີດເມືອງນອນ, ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນ ຕາແສງເຊີນກິມ 2 ໄດ້ມີການກະກຽມຮອບຄອບຖີ່ຖ້ວນ. ພາຍຫຼັງ 2 ປີ ທີ່ບໍ່ໄດ້ພົບປະກັນຍ້ອນພະຍາດໂຄວິດ-19, ມາປັດຈຸບັນນີ້, ພວກເຂົາ ໄດ້ພົບພໍ້ກັນດ້ວຍໃບໜ້າຊື່ນບານ, ຢ້ຽມຢາມຖາມຂ່າວສຸຂະພາບ, ສະພາບລະດູການ, ພະຍາດ, ການປ່ຽນແປງຂອງບ້ານເກີດເມືອງນອນ 2 ແຫ່ງຢູ່ເຂດຊາຍແດນ. ເຂົາເຈົ້າພ້ອມກັນຮັບຟັງບົດເພງ, ຊົມວາດຟ້ອນ ທີ່ເຊີດຊູສອງພັກ, ສອງຊາດ, ຜູ້ນໍາທີ່ແສນເຄົາລົບຮັກ ແລະຜູ້ທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອເອກະລາດ, ອິດສະຫຼະພາບຂອງສອງປະເທດ.

leftcenterrightdel
ພໍ່ແມ່ປະຊາຊົນບ້ານນາແປ ຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ຢູ່ສຸກສາລາທະຫານ ແລະປະຊາຊົນບ້ານທ້ອງແປ້, ປະເທດລາວ. ພາບ: bienphong.com.vn

ທ່ານ ກູ່ແມ້ງຕວ໊ນ, ປະທານຄະນະກໍາມະການປະຊາຊົນຕາແສງ ເຊີນກິມ 2 ໃຫ້ຮູ້ວ່າ: “ພາຍຫຼັງການແຮກສ່ຽວມາເປັນເວລາ 8 ປີ, ທັງສອງທ້ອງຖິ່ນ ໄດ້ປະຕິບັດວຽກງານໂຄສະນາກ່ຽວກັບແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງແຕ່ລະປະເທດ, ເປັນຕົ້ນແມ່ນກ່ຽວກັບອະທິປະໄຕ, ຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງຊາດ... ຜ່ານການໂຄສະນາ ໄດ້ຊ່ວຍໃຫ້ປະຊາຊົນສອງຟາກຊາຍແດນ ມີສະຕິລະວັງຕົວ, ຄວາມຮັບຜິດຊອບໃນການເຂົ້າຮ່ວມພ້ອມກັບທະຫານຊາຍແດນຫວຽດນາມ ແລະບັນດາກໍາລັງປ້ອງກັນຊາຍແດນຂອງປະເທດລາວ ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ຂອງແຕ່ລະປະເທດ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ພ້ອມກັບປະຊາຊົນ, ພະນັກງານ, ອໍານາດການປົົກຄອງ ແລະບັນດາກໍາລັງກ່ຽວຂ້ອງສອງຝ່າຍ ໄດ້ໜູນຊ່ວຍ, ຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນການປະຕິບັດໜ້າທີ່ ເພື່ອພົບເຫັນຢ່າງທັນການ ແລະສົມທົບກັນແກ້ໄຂບັນຫາທີ່ເກີດຂຶ້ນ ຢ່າງມີປະສິດທິຜົນ, ປົກປັກຮັກສາເສັ້ນຊາຍແດນ ແລະຫຼັກໝາຍຊາຍແດນຕາມສະພາບເດີມ. ປະຊາຊົນຢູ່ສອງຟາກຊາຍແດນຍັງຊ່ວຍເຫຼືອ ເຊິ່ງກັນ ແລະກັນ ໃນການແລກປ່ຽນ, ຮໍ່າຮຽນ, ຖອດຖອນບົດຮຽນກ່ຽວກັບວຽກງານນໍາພາ, ຄຸ້ມຄອງ, ບໍລິຫານ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ ຂອງລະບົບການເມືອງຢູ່ຂັ້ນຮາກຖານເທື່ອລະກ້າວ ແລະຈັດການເຄື່ອນໄຫວແລກປ່ຽນວັດທະນະທໍາ, ສິລະປະ, ການແຂ່ງຂັນກິລາມິດຕະພາບ, ຢ້ຽມຢາມ, ມອບຂອງຂວັນ ... ເພື່ອຊ່ວຍເຫຼືອ ເຊິ່ງກັນ ແລະກັນ ພັດທະນາເສດຖະກິດ-ສັງຄົມ, ເບິ່ງແຍງດູແລສຸຂະພາບ...

ໂດຍ: ທູຈາງ