ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດຫວຽດນາມ-ລາວ ຢູ່ບ້ານລາວໂຄ, ຕາແສງຟຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ ແມ່ນບ່ອນເກັບຮັກສາຄຸນຄ່າປະຫວັດສາດ, ຄວາມສະໜິດຕິດພັນທີ່ເປັນເລືອດເນື້ອຂອງນ້ຳໃຈສາມັກຄີລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ ແລະປະຊາຊົນບັນດາເຜົ່າແຂວງເຊີນລາ ກັບບັນດາແຂວງພາກເໜືອລາວ ເວົ້າສະເພາະ.

ເພາະສະນັ້ນ, ການຂຸດຄົ້ນ ແລະເສີມຂະຫຍາຍຄຸນຄ່າຂອງເຂດປູຊະນີຍະສະຖານ ຈະປະກອບສ່ວນປັບປຸງນ້ຳໃຈສາມັກຄີຂອງສອງປະເທດ, ສອງຊາດໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ໂດຍຕັ້ງຢູ່ຕິດກັບເຂດຊາຍແດນ, ບ້ານລາວໂຄ, ຕາແສງຟຽງຄວາຍ ມີທີ່ຕັ້ງພູມສາດສຳຄັນທີ່ສຸດ, ທິດຕາເວັນຕົກ ແລະທິດໃຕ້ ຕິດກັບເມືອງຊຽງຄໍ້, ແຂວງຫົວພັນ (ລາວ); ພູມີປະເທດທຸລະກັນດານ, ພູສູງ, ຫຼາຍຮ່ອມພູ, ປ່າຕຶບດົງໜາແມ່ນເງື່ອນໄຂສະດວກໃຫ້ການຕັ້ງທັບ ແລະເຄື່ອນໄຫວແບບປິດລັບຂອງກອງຫຼອນ ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ.

leftcenterrightdel
ວັນທີ 3 ເມສາ 2012, ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດຫວຽດນາມ-ລາວ ຢູ່ບ້ານລາວໂຄ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ-ກິລາ ແລະທ່ອງທ່ຽວຫວຽດນາມ ເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່ອນໜ້ານີ້ 74 ປີ, ວັນທີ 20 ພຶດສະພາ 1948, ຄະນະຕະລຸມບອນລາວ-ເໜືອ ໂດຍກົມໃຫຍ່ບັນຊາການກອງທັບແຫ່ງຊາດ ແລະທະຫານລາດຫວຽດນາມ ອອກຄຳສັ່ງສ້າງຕັ້ງໂດຍສະຫາຍ ໄກສອນ ພົມວິຫານ (ຕໍ່ມາແມ່ນເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດ ລາວ, ນາຍົກລັດຖະມົນຕີ, ປະທານປະເທດລາວ) ເປັນຫົວໜ້າຄະນະ, ມີໜ້າທີ່ກໍ່ສ້າງຮາກຖານຢູ່ທາງຫຼັງສັດຕູ, ປຸກລະດົມຂະບວນການຕີແບບກອງຫຼອນເພື່ອສ້າງເຂດທີ່ໝັ້ນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ກໍ່ສ້າງພະນັກງານທ້ອງຖິ່ນ.

ແຕ່ປີ 1948 ຫາປີ 1951, ຄະນະຕະລຸມບອນລາວ-ເໜືອ ໄດ້ເລືອກເອົາບ້ານຟຽງຊາ, ຕາແສງຈ່ຽງອອນ, ເມືອງອຽນເຈົາ, ແຂວງເຊີນລາ ເປັນບ່ອນຕັ້ງທັບເພື່ອຈັດຕັ້ງການຝຶກແອບການທະຫານ ແລະກຳແໜ້ນສະພາບການກ່ອນທີ່ກັບຄືນກໍ່ສ້າງເຂດທີ່ໝັ້ນປະຕິວັດຢູ່ເມືອງຊຽງຄໍ້, ແຂວງຫົວພັນ ແລະບັນດາແຂວງຢູ່ພາກເໜືອຂອງລາວ.

ຢູ່ທີ່ນີ້, ປະຊາຊົນບ້ານຟຽງຊາ ແລະຄອບຄົວຂອງທ່ານ ຈ໊າງລາວໂຄ ໄດ້ສະໜັບສະໜູນ, ແບ່ງປັນສະບຽງອາຫານ ເພື່ອລ້ຽງດູພະນັກງານປະຕິວັດ, ຊ່ວຍສະຫາຍ ໄກສອນ ພົມວິຫານ ແລະຄະນະຕະລຸມບອນລາວ-ເໜືອ ເຂົ້າປະເທດລາວເທື່ອລະກ້າວ, ເພື່ອກໍ່ສ້າງຮາກຖານ, ຂະຫຍາຍກຳລັງປະກອບສ່ວນນຳການຕໍ່ຕ້ານຂອງປະຊາຊົນລາວພັດທະນາ.

ປີ 1962, ບ້ານຟຽງຊາ ໄດ້ປ່ຽນຊື່ກາຍເປັນບ້ານລາວໂຄ (ປະຈຸບັນຂຶ້ນກັບຕາແສງຟຽງຄວາຍ, ເມືອງອຽນເຈົາ) ກາຍເປັນສະຖານທີ່ຍັງຮັກສາບັນດາຮ່ອງຮອຍກ່ຽວກັບສຳພັນສາມັກຄີສູ້ຮົບ, ເປັນສັນຍາລັກຂອງສາຍພົວພັນແບບພິເສດລະຫວ່າງສອງປະເທດ, ສອງຊາດຫວຽດນາມ-ລາວ.

ດ້ວຍຄຸນຄ່າສາກົນ, ປະຫວັດສາດສຳຄັນຂອງການປະຕິວັດສອງປະເທດ, ວັນທີ 3 ເມສາ 2012, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ຮັບຮອງເຂດປູຊະນີຍະສະຖານປະຫວັດສາດການປະຕິວັດຫວຽດນາມ-ລາວ ຢູ່ບ້ານລາວໂຄ ເປັນເຂດປູຊະນີຍະສະຖານປະຫວັດສາດລະດັບຊາດ.

leftcenterrightdel
ທຸກປີ, ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດຫວຽດນາມ-ລາວ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມຫຼາຍພັນຄົນ. ພາບ: ສຳນັກຂ່າວສານຫວຽດນາມ.

ວັນທີ 24 ເມສາ 2012, ສະພາແຫ່ງຊາດສອງປະເທດ ໄດ້ຈັດຕັ້ງພິທີວາງສີລາລຶກບູລະນະປະຕິສັງຂອນເຂດປູຊະນີຍະສະຖານ ແລະເປີດນຳໃຊ້ໃນວັນທີ 6 ກໍລະກົດ 2017 ດ້ວຍການວາງແຜນສັງລວມ 50 ເຮັກຕາ; ໃນນ້ັນພົ້ນເດັ່ນແມ່ນອະນຸສາວະລີມິດຕະພາບຫວຽດນາມ-ລາວ.

ນັບແຕ່ນັ້ນມາຮອດປະຈຸບັນ, ເຂດປູຊະນີຍະສະຖານແມ່ນບ່ອນແນະນຳ, ເຊີດຊູບັນດາຄຸນຄ່າປະຫວັດສາດ, ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນສອງປະເທດ, ຢັ້ງຢືນນ້ຳໃຈສາກົນອັນສູງສົ່ງ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ ທີ່ໄດ້ສະຫງວນໃຫ້ປະຊາຊົນລາວ. ທຸກປີ, ເຂດປູຊະນີຍະສະຖານດຶງດູດນັກທ່ອງທ່ຽວ ມາຢ້ຽມຊົມຫຼາຍພັນຄົນ.

ທ່ານ ຈ້າງລາວລື (ລູກຊາຍຂອງທ່ານ ຈ໊າງລາວໂຄ), ບ້ານລາວໂຄ, ຕາແສງຟຽງຄວາຍ ແບ່ງປັນວ່າ ກ່ອນນີ້, ບ້ານໄດ້ເອີ້ນວ່າບ້ານຟຽງຊາ, ເປັນເຂດກວ້າງໃຫຍ່ ແລະມີປະຊາຊົນລາວດຳລົງຊີວິດຮ່ວມກັນ. ຫຼັງຈາກນັ້ນ, ທ່ານ ຈ໊າງລາວໂຄ ໄດ້ກັບມາດຳລົງຊີວິດ  ແລະສ້າງຕັ້ງບ້ານນີ້, ສະນັ້ນຈຶ່ງເອົາຊື່ຂອງທ່ານມາຕັ້ງເປັນຊື່ຂອງບ້ານ.

ປີ 1948, ເມື່ອປະທານ ໄກສອນ ພົມວິຫານ ແລະຄະນະຕະລຸມບອນລາວ-ເໜືອ ມາເຄື່ອນໄຫວປະຕິວັດຢູ່ທີ່ນີ້ ແລະດຳລົງຊີວິດພ້ອມກັບຄອບຄົວທ່ານ ຈ໊າງລາວໂຄ ແລະໄດ້ຮັບການຊ່ວຍເຫຼືອ ແລະລ້ຽງດູຈາກຄອບຄົວ ແລະປະຊາຊົນບ້ານຟຽງຊາ .

ທ່ານ ວິວັນຄວາ ຮອງປະທານຄະນະກຳມະການປະຊາຊົນຕາແສງຟຽງຄວາຍ ໃຫ້ຮູ້ວ່າ ໂດຍເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງເຂດປູຊະນີຍະສະຖານປະຫວັດສາດການປະຕິວັດຫວຽດນາມ-ລາວ, ຄະນະກຳມະການປະຊາຊົນຕາແສງ ໄດ້ຕັ້ງໜ້າໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ຄົນຮຸ່ນໜຸ່ມກ່ຽວກັບການພົວພັນລະຫວ່າງບັນດາການນຳ, ກ່ຽວກັບນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດ; ຍູ້ແຮງການພົວພັນຮ່ວມມື, ການແລກປ່ຽນສິນຄ້າ, ພັດທະນາເສດຖະກິດ, ການພົບປະແລກປ່ຽນວັດທະນະທຳ.

ທ່ານ ວິວັນງອັກ ຮອງປະທານຄະນະກຳມະການປະຊາຊົນເມືອງອຽນເຈົາ ໃຫ້ຮູ້ວ່າ ປີ 2022, ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດຫວຽດນາມ-ລາວ ມີກຽດທີ່ໄດ້ຮັບການຮັບຮອງຈາກນາຍົກລັດຖະມົນຕີ ວ່າແມ່ນເຂດປູຊະນີຍະສະຖານລະດັບຊາດພິເສດ. ນີ້ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈຂອງປະຊາຊົນບັນດາເຜົ່າໃນເມືອງ, ທັງໜ້າທີ່ຮັບຜິດຊອບອັນສູງສົ່ງຂອງອົງຄະນະພັກ, ອຳນາດການປົກຄອງເມືອງອຽນເຈົາ.

ເພື່ອເສີມຂະຫຍາຍບັນດາຄຸນຄ່າຂອງເຂດປູຊະນີຍະສະຖານລະດັບຊາດພິເສດນີ້, ຄະນະກຳມະການປະຊາຊົນເມືອງ ໄດ້ເປັນເຈົ້າການສົມທົບກັບພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວ, ຫໍພິພິທະພັນແຂວງ ໃນການຄົ້ນຄວ້າ, ເກັບກຳເອກະສານ, ວັດຖຸພັນທີ່ກ່ຽວຂ້ອງເພື່ອວາງສະແດງ, ແນະນຳໃຫ້ນັກທ່ອງທ່ຽວ; ເພີ່ມທະວີການອົບຮົມ, ຍົກສູງທັກສະໃຫ້ຖັນແຖວຜູ້ນຳທ່ຽວຊາວທ້ອງຖິ່ນ, ຮັບປະກັນເຜີຍແຜ່ເນື້ອໃນ, ຄຸນຄ່າ, ຄວາມໝາຍຂອງເຂດປູຊະນີຍະສະຖານນີ້ເຖິງນັກທ່ອງທ່ຽວ.

ເມືອງຍັງເພີ່ມທະວີການສົມທົບກັບບັນດາອົງການສື່ມວນຊົນຂອງສູນກາງ ແລະທ້ອງຖິ່ນ ເພື່ອໂຄສະນາ, ແນະນຳ, ເຜີຍແຜ່ກ່ຽວກັບເຂດປູຊະນີຍະສະຖານ... ແນໃສ່ດຶງດູດນັກທ່ອງທ່ຽວ; ສົມທົບກັບເມືອງຊຽງຄໍ້, ແຂວງຫົວພັນ ຈັດຕັ້ງບັນດາລາຍການທ່ອງທ່ຽວລາວ ຢ້ຽມຊົມປູຊະນີຍະສະຖານ, ຜ່ານນັ້ນເພີ່ມທະວີນ້ຳໃຈສາມັກຄີຂອງປະຊາຊົນສອງປະເທດ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ອ້ອມເຂດປູຊະນີຍະສະຖານ.

ໂດຍ: ແສງເດືອນ