ທີ່ການພົບປະ, ການນໍາສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມ, ການພົວພັນຮ່ວມມືໃນໄລຍະຜ່ານມາ, ທິດທາງພັດທະນາໃນໄລຍະຈະມາເຖິງ. ໃນການຜັນຂະຫຍາຍບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງແຂວງແຄ໋ງຮວ່າ-ຈໍາປາສັກ ໄລຍະ 2017-2020, ສອງແຂວງຍາມໃດກໍ່ເອົາໃຈໃສ່ປັບປຸງນໍ້າໃຈມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືອັນດີງາມ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ແຕ່ປີ 2017 ຮອດປະຈຸບັນ, ແຂວງແຄ໋ງຮວ່າ ໄດ້ໜູນຊ່ວຍທຶນສຶກສາໃຫ້ນັກສຶກສາ 12 ຄົນຈາກແຂວງຈຳປາສັກ ມາຮຽນຢູ່ມະຫາວິທະຍາໄລຍາຈາງ. ສ່ວນແຂວງຈໍາປາສັກ ໄດ້ມອບທຶນສຶກສາບໍາລຸງສ້າງພາສາລາວໃຫ້ແຂວງແຄ໋ງຮວ່າ.

leftcenterrightdel
ບັນຍາກາດທີ່ພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງແຂວງແຄ໋ງຮວ່າ ແລະຈໍາປາສັກ. ພາບ: baokhanhhoa.vn

ກໍ່ໃນການພົບປະເຈລະຈາ, ທ່ານ ເລຫຶວຮວ່າງ ແລະທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສອງແຂວງໄລຍະ 2022 – 2026. ໃນນັ້ນຊີ້ແຈ້ງວ່າ ສອງຝ່າຍຈະສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາພະແນກ, ຂະແໜງການ, ສະມາຄົມ ແລະ ໝູ່ຄະນະ ເພື່ອພົບປະ, ແບ່ງປັນບົດຮຽນ ແລະເພີ່ມທະວີຄວາມເຂົ້າໃຈ, ຄວາມສາມັກຄີ, ສະໜິດຕິດພັນ ແລະໜູນຊ່ວຍເຊິ່ງກັນ ແລະກັນ; ຕັ້ງໜ້າຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ຄື: ເສດຖະກິດ, ການຄ້າ ແລະການລົງທຶນ; ກະສິກຳ ແລະ ສິນໃນນໍ້າ...

ເນື່ອງໃນໂອກາດນີ້, ການນໍາແຂວງແຄ໋ງຮວ່າ ໄດ້ເຊື້ອເຊີນການນໍາແຂວງ ຈໍາປາສັກ ມາຢ້ຽມຢາມແຂວງແຄ໋ງຮວ່າ ແລະເຂົ້າຮ່ວມງານມະໂຫລານການທ່ອງທ່ຽວ ຍາຈາງ 2022 ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນມິຖຸນາ ປີ 2022.

ໂດຍ: ທະນາພອນ