ນີ້ແມ່ນຂອງຂວັນ ເຊິ່ງ ພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເມື່ອເດືອນສິງຫາ ປີ  2021.

leftcenterrightdel
ພິທີວາງສີລາລຶກໂຄງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ. ພາບ: ຊວນເຊີນ

ກ່າວຄຳເຫັນທີ່ພິທີ, ທ່ານ ວັນໄຊ ຟອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ເນັ້ນໜັກວ່າ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ໄດ້ຮັບການກໍ່ສ້າງຂຶ້ນຈະຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ແທດຈິງຂອງສັງຄົມກໍ່ຄືປະຊາຊົນລາວ, ແມ່ນຄວາມເອົາໃຈໃສ່ຂອງພັກ ແລະ ລັດລາວ ກໍ່ຄືການຊ່ວຍເຫຼືອຂອງພັກ ແລະລັດ, ປະຊາຊົນຫວຽດນາມ. ນີ້ແມ່ນໂຄງການຈຸດສຸມ, ເພື່ອຂໍ່ານັບຕ້ອນຮັບສອງເຫດການໃຫຍ່ໃນປີນີ້, ນັ້ນແມ່ນວັນສ້າງຕັ້ງສາຍພົວພັນທາງການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ.

ທ່ານນາງ ວູຕູແອວງ, ທີ່ປຶກສາທູດ ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ ເນັ້ນໜັກວ່າ ກິດຈະກຳນີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳສອງພັກ, ສອງລັດ ຫວຽດນາມ ແລະລາວ ທີ່ມີຕໍ່ພາລະກິດການສຶກສາ ແລະການພັດທະນາຊັບພະຍາກອນມະນຸດຂອງປະເທດລາວ ເວົ້າລວມ, ຂອງແຂວງຄຳມ່ວນ ເວົ້າສະເພາະ. ຂອງຂວັນນີ້ມີຄວາມໝາຍເລິກເຊິ່ງ, ຝາກຝັງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຫວັງຂອງທ່ານປະທານປະເທດ ຫງວຽນຊວນຟຸກ ຕໍ່ລຸ້ນໜຸ່ມຂອງລາວ ໃນການສືບທອດ, ສາມັກຄີ ແລະ ຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ໂຄງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ມີເນື້ອທີ່ທັງໝົດ 3,7 ເຮັກຕາ. ຄາດຄະເນວ່າ ໂຄງການຈະກໍ່ສ້າງສໍາເລັດ ແລະມອບ-ຮັບ ໃນທ້າຍປີ 2022.

ໂດຍ: ທະນາພອນ