ອຸປະກອນປ້ອງກັນ, ຕ້ານພະຍາດໂຄວິດ-19 ເຊິ່ງແຂວງກວ໋າງບິ່ງ ໜູນຊ່ວຍໃນຄັ້ງນີ້ລວມມີ: ເຄື່ອງຊ່ວຍຫາຍໃຈ, ເຄື່ອງພົ່ນເຄມີ, ຜ້າປິດປາກ... ດ້ວຍຈິດໃຈເພື່ອນມິດສະຫາຍ, ເຕັມໄປດ້ວຍນໍ້າໃຈມິດຕະພາບ ແລະຄວາມສາມັກຄີລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ເວົ້າລວມ, ແຂວງກວ໋າງບິ່ງ-ແຂວງຈຳປາສັກ ແລະແຂວງສະຫວັນນະເຂດ ເວົ້າສະເພາະ, ກວ໋າງບິ່ງ ປາດຖະໜາຢາກແບ່ງເບົາຄວາມຫຍຸ້ງຍາກກັບບັນດາທ້ອງຖິ່ນຂອງປະເທດເພື່ອນມິດໃນຂະນະທີ່ພະຍາດໂຄວິດ-19 ພວມຜັນແປຢ່າງສັບສົນ.

leftcenterrightdel
 
leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບອຸປະກອນການແພດ. ພາບ: giaoducthoidai.vn.

ຂອງຂວັນທີ່ມອບໃຫ້ທັງສອງແຂວງຂອງປະເທດເພື່ອນມິດລາວ ມີມູນຄ່າກວ່າ 2,2 ຕື້ດົ່ງ. ກ່ອນໜ້ານັ້ນສອງອາທິດ, ແຂວງກວ໋າງບິ່ງ ກໍ່ໄດ້ໜູນຊ່ວຍອຸປະກອນປ້ອງກັນ, ຕ້ານພະຍາດ, ພ້ອມກັບເຄື່ອງໃຊ້ທີ່ຈໍາເປັນໃຫ້ແຂວງຄໍາມ່ວນ, ດ້ວຍມູນຄ່າກວ່າ 2 ຕື້ດົ່ງແລ້ວ.

ເລື່ອງສົມທົບກັນລະຫວ່າງກຳລັງທີ່ກ່ຽວຂ້ອງຂອງສອງປະເທດ, ເພື່ອແນໃສ່ຄວບຄຸມເຂດຊາຍແດນ, ທາງປະເພນີຢ່າງເຂັ້ມງວດ, ຫລີກລ້ຽງການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ຍົກສູງສະຕິຂອງປະຊາຊົນ, ໄດ້ຮັບຖືວ່າແມ່ນໜ້າທີ່ຈຸດສຸມ.

ສະພາບພະຍາດໂຄວິດ-19 ຢູ່ລາວ ແລະຫວຽດນາມ ຄາດຄະເນວ່າຍັງຜັນແປຢ່າງສັບສົນ, ດ້ວຍຈຳນວນອຸປະກອນການແພດດັ່ງກ່າວ, ຈະສາມາດຊ່ວຍວຽກງານປ້ອງກັນ, ຕ້ານພະຍາດໄດ້ສ່ວນໃດສ່ວນໜຶ່ງ ແລະເປັນເຈົ້າການປິ່ນປົວພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ແລະແຂວງສະຫວັນນະເຂດ ສະດວກສະບາຍກວ່າ.

ພ້ອມກັນນັ້ນ, ການສົມທົບກັນລະຫວ່າງກຳລັງທີ່ກ່ຽວຂ້ອງຂອງສອງປະເທດ, ເພື່ອແນໃສ່ຄວບຄຸມເຂດຊາຍແດນທາງປະເພນີຢ່າງເຂັ້ມງວດ, ຫລີກລ້ຽງການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ຍົກສູງສະຕິຂອງປະຊາຊົນ, ປະກອບສ່ວນສະກັດກັ້ນພະຍາດໂຄວິດ-19.

ໂດຍ: ທະນາພອນ