ຕອນບ່າຍວັນທີ 13 ພຶດສະພາ, ທີ່ສໍານັກງານກະຊວງປ້ອງກັນປະເທດລາວ, ທ່ານພັນເອກພິເສດ ຫງວຽນຈ໊ຽນ ຮອງຜູ້ບັນຊາການແມ່ທັບນ້ອຍ 11 ໄດ້ມອບຜ້າອັດປາກ-ອັດດັງ 200.000 ອັນ ແລະເຂົ້າສານ 10 ໂຕນໃຫ້ກະຊວງປ້ອງກັນປະເທດລາວ, ເພື່ອແບ່ງປັນຄວາມຫຍຸ້ງຍາກສ່ວນໃດສ່ວນໜຶ່ງກັບກອງທັບລາວ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ໂດຍສະເພາະແມ່ນບັນດາກົມກອງປະກອບອາວຸດທີ່ກໍາລັງເຮັດໜ້າທີ່ລາດຕະເວນ, ຄວບຄຸມພະຍາດຢູ່ຕາມ ເສັ້ນຊາຍແດນ.

leftcenterrightdel
ພິທີມອບຜ້າອັດປາກ-ອັດດັງ 200.000 ອັນໃຫ້ກະຊວງປ້ອງກັນປະເທດລາວ ຕ້ານພະຍາດ. ພາບ: vov.vn.

ຕາງໜ້າກະຊວງປ້ອງກັນປະເທດລາວ, ທ່ານພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ໄດ້ກ່າວຄໍາຂອບໃຈມາຍັງແມ່ທັບນ້ອຍ 11 ທີ່ໄດ້ເອົາໃຈໃສ່ຊ່ວຍເຫຼືອກອງທັບລາວ ເຮັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ດີກວ່າອີກ, ຮັບປະກັນສຸຂະພາບໃຫ້ແກ່ພະນັກງານ, ນັກຮົບໃນກອງທັບເວົ້າສະເພາະ ແລະປະຊາຊົນລາວ ເວົ້າລວມ.

leftcenterrightdel
ມອບຜ້າອັດປາກ-ອັດດັງ 60.000 ອັນໃຫ້ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ. ພາບ: vov.vn.

ກໍ່ໃນວັນດຽວກັນ, ແມ່ທັບນ້ອຍ 11 ໄດ້ມອບຜ້າອັດປາກ-ອັດດັງ 60.000 ອັນໃຫ້ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ, ຊ່ວຍສະມາຄົມຊາວຫວຽດນາມ ອາໄສຢູ່່ລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19. ກ່ອນໜ້ານັ້ນ, ແມ່ທັບນ້ອຍ 11 ກໍ່ໄດ້ມອບຜ້າອັດປາກ-ອັດດັງ 25.000 ອັນໃຫ້ສະພາແຫ່ງຊາດລາວ ແລະບາງກົມກອງໃນບໍລິເວນ.

ໂດຍ: ເກື່ອງດັ້ງ