ກ່າວຄຳເຫັນທີ່ພິທີ, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແບ່ງປັນ ແລະສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຂອງການນຳ ແລະປະຊາຊົນຫວຽດນາມ ຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງລາວ ຕ້ອງປະເຊີນໜ້າ, ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບລາວ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19. ທ່ານ ໂຕແອັງຢູງ ຢັ້ງຢືນວ່າ ຫວຽດນາມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສ ແລະຂ້ຽວຂາດຂອງພັກ, ລັດລາວ ພ້ອມກັບຄວາມຕັດສິນໃຈ ແລະຮ່ວມແຮງຮ່ວມໃຈຕ້ານໂລກພະຍາດຂອງບັນດາອົງການກ່ຽວຂ້ອງ ແລະທົ່ວປວງຊົນ, ປະເທດ ແລະປະຊາຊົນລາວ ອ້າຍນ້ອງຈະຄວບຄຸມພະຍາດໂຄວິດ-19 ໄດ້, ຟ້ືນຟູເສດຖະກິດ-ສັງຄົມໂດຍໄວ ແລະສືບຕໍ່ພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ໂຕແອັງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມອບສັນຍາລັກໃຫ້ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ. ພາບ: nhandan.com.vn.

ຕໍ່ໜ້າສະພາບການພະຍາດໂຄວິດ-19 ຜັນແປຢ່າງສັບສົນຢູ່ລາວ, ດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງອັນສະໜິດແໜ້ນ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ, ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ມອບຈຳນວນເງິນ 500.000 ໂດລາສະຫະລັດ ໃຫ້ພັກ, ລັດ ແລະປະຊາຊົນລາວ ແລະຈັດຖ້ຽວບິນຂົນສົ່ງວັດຖຸ, ອຸປະກອນການແພດ, ລວມມີ: ຜ້າອັດປາກ-ອັດດັງ 2 ລ້ານອັນ, ເຄື່ອງຊ່ວຍຫາຍໃຈ 200 ໜ່ວຍ ແລະທາດເຄມີຂ້າເຊື້ອ Cloramin B 10.000 kg, ເພື່ອຊ່ວຍລາວ ຮັບມືກັບພະຍາດໂຄວິດ-19. ໃນຖ້ຽວບິນພິເສດຈາກຮ່າໂນ້ຍ ຍັງມີນັກຊ່ຽວຊານການແພດ 35 ຄົນມາຊ່ວຍລາວ ປ້ອງກັນ, ຕ້ານພະຍາດ, ສ້າງລະບົບກວດຫາເຊື້ອພະຍາດໄວ ແລະສ້າງໂຮງໝໍສະໜາມ. ເນື່ອງໃນໂອກາດນີ້, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະກຳມະການຮ່ວມມືຫວຽດນາມ-ລາວ ແລະຫ້ອງວ່າການລັດຖະບານກໍ່ມອບຜ້າອັດປາກ-ອັດດັງໃຫ້ບັນດາຄູ່ຮ່ວມມືຂອງລາວ ຕາມລຳດັບ 50.000, 500.000 ແລະ20.000 ອັນ ເພື່ອຊ່ວຍເພື່ອນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ແສງເດືອນ