ໃນວັນບຸນ, ນັກສຶກສາຫວຽດນາມ-ລາວ-ກຳປູເຈຍ ໄດ້ພ້ອມກັນເຂົ້າຮ່ວມການແລກປ່ຽນວັດທະນະທຳ ແລະສະແດງສິລະປະທີ່ເປັນເອກະລັກສະເພາະ ເປັນຕົ້ນແມ່ນການຟ້ອນລໍາທໍາເພງ, ເຕັ້ນລວມໝູ່; ການສະແດງຊຸດອາພອນ... ຂອງ 3 ປະເທດ. ນອກຈາກນັ້ນ, ວັນບຸນຍັງດຳເນີນການແຂ່ງຂັນກິລາມິດຕະພາບລະຫວ່າງນັກສຶກສາບັນດາປະເທດ, ຄື: ການແຂ່ງຂັນບານເຕະ, ແລ່ນຕໍ່ກໍາລັງແຮງ, ດຶງເຊືອກ...

leftcenterrightdel
ລາຍການສະແດງຟ້ອນພື້ນເມືອງຂອງນັກສຶກສາກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ.

ພິເສດ, ວັນບຸນຍັງດຳເນີນພິທີບາສີສູ່ຂວັນຕາມຮີດຄອງປະເພນີທີ່ມີມາແຕ່ດົນນານ, ມີລັກສະນະສວຍງາມດ້ານວັດທະນະທຳ ແລະຈິດໃຈຂອງຄົນລາວ ເພື່ອພາວະນາຂໍໃຫ້ຢູ່ເຢັນເປັນສຸກ, ມີສຸຂະພາບເຂັ້ມແຂງ ແລະຮັດແໜ້ນນໍ້າໃຈຄວາມຮັກແພງລະຫວ່າງສອງຝ່າຍ. ຄຽງຂ້າງນັ້ນ, ນັກສຶກສາ 3 ປະເທດຍັງໄດ້ເຂົ້າຮ່ວມການຫົດນໍ້າທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຂອງປະເທດລາວ.

leftcenterrightdel
ພິທີບາສີສູ່ຂວັນສະຫຼອງປີໃໝ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອລະດົມກຳລັງໃຈໃຫ້ນັກສຶກສາ, ຄະນະຈັດຕັ້ງວັນບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ລາວ-ກໍາປູເຈຍ ປາດຖະໜາຢາກ ນໍາເອົາບັນຍາກາດອັນອົບອຸ່ນຂອງວັນພັກ ແລະບຸນເຕັດໂດຍຜ່ານການເຄື່ອນໄຫວພົບປະ, ແລກປ່ຽນ ແລະການລະຫຼິ້ນມ່ວນຊື່ນມາໃຫ້ນັກສຶກສາ. ພ້ອມທັງແນະນຳປະຫວັດສາດການພົວພັນລະຫວ່າງສາມປະເທດ ແລະຄວາມງາມກ່ຽວກັບວັດທະນະທຳ ແລະຊາວລາວ ແລະກຳປູເຈຍ ເຖິງໄວໜຸ່ມຫວຽດນາມອີກດ້ວຍ. ຈາກນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງ ແລະຮັດແໜ້ນສາຍພົວພັນສາມັກຄີທີ່ເປັນມູນເຊື້ອ ແລະສາຍພົວພັນມິດຕະພາບແບບພິເສດລະຫວ່າງຊາວໜຸ່ມຂອງສາມປະເທດບ້ານໃກ້ເຮືອນຄຽງ.

ໂດຍ: ທະນາພອນ