ຕາມນັ້ນແລ້ວ, ຕອນເຊົ້າວັນທີ 2 ເມສາ, ຢູ່ດ່ານສາກົນລາໄລ (ເມືອງດາກຣົງ, ແຂວງກວ້າງຈີ້), ຄະນະກໍາມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບກອງບັນຊາການທະຫານຊາຍແດນແຂວງກວ້າງຈີ້ ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ, ເພື່ອຊື້ຄອມພິວເຕີຈໍານວນ 25 ຊຸດ, ຕັ່ງໂຕະ 25 ຊຸດ ແລະເຄື່ອງ  photocopy 1 ໜ່ວຍ. 

leftcenterrightdel
ທ່ານ ເຈິ່ນດຶກຫຽນ, ຮອງປະທານຄະນະກໍາມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ  (ເບື້ອງຊ້າຍ) ມອບສັນຍາລັກ ໃຫ້ຜູ້ຕາງໜ້າໂຮງຮຽນປະຖົມສົມບູນມິດຕະພາບແຂວງຈໍາປາສັກ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ພິທີ, ທ່ານ ເຈິ່ນດຶກຫຽນ, ຮອງປະທານຄະນະກໍາມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ, ນີ້ແມ່ນຂອງຂວັນທີ່ສະແດງໃຫ້ເຫັນອາລົມຈິດ, ຄວາມເອົາໃຈໃສ່ຂອງການນໍາ ແລະປະຊາຊົນນະຄອນໂຮ່ຈີມິນ ສໍາລັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເວົ້າລວມ, ລູກນ້ອງຊາວຫວຽດນາມ ທີ່ກໍາລັງດໍາລົງຊີວິດ, ຮໍ່າຮຽນຢູ່ແຂວງຈໍາປາສັກ ເວົ້າສະເພາະ, ຜ່ານນັ້ນສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ ໃນວິວັດການພັດທະນາ ແລະເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

ໂຮງຮຽນປະຖົມສົມບູນມິດຕະພາບແຂວງຈໍາປາສັກ ໄດ້ຮັບການສ້າງຕັ້ງໃນປີ 1978, ເປັນສັນຍາລັກແຫ່ງນໍ້າໃຈອາລົມຈິດຂອງຊາວຫວຽດນາມ ອາໄສຢູ່ລາວ ມຸ່ງໄປເຖິງບ້ານເກີດເມືອງນອນ, ປະເທດຊາດ. ປັດຈຸບັນ, ໂຮງຮຽນມີນັກຮຽນເກືອບ 500 ຄົນ, ໃນນັ້ນ 50% ແມ່ນລູກນ້ອງຄົນລາວ, ນັກຮຽນໄດ້ຮຽນພາສາຫວຽດນາມ ຕັ້ງແຕ່ ປໍ 1, ຕາມປື້ມຕໍາລາຮຽນພາສາຫວຽດນາມ.

ໂດຍ: ກວຽດເຕິມ