ເນື່ອງໃນໂອກາດນີ້, ທ່ານນາງ ເຈິ່ນທິທູຖຸຍ ໄດ້ສົ່ງຄຳອວຍພອນປີໃໝ່ເຖິງສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ, ອວຍພອນໃຫ້ນ້ຳໃຈມິດຕະພາບລະຫວ່າງປະຊາຊົນລາວ ແລະປະຊາຊົນຫວຽດນາມ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ຄະນະຜູ້ແທນຫ້ອງການຜູ້ຕາງໜ້າພາກໃຕ້-ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ອວຍພອນບຸນປີໃໝ່ສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ. ພາບ: thoidai.com.vn.

ທ່ານນາງ ເຈິ່ນທິທູຖຸຍ ໃຫ້ຮູ້ວ່າ VUFO, ພິເສດແມ່ນບັນດາອົງການຈັດຕັ້ງສະມາຊິກຢູ່ພາກໃຕ້ຫວຽດນາມ ມີການເຄື່ອນໄຫວຫຼາຍຢ່າງເພື່ອເອົາໃຈໃສ່, ສະໜິດຕິດພັນກັບປະຊາຊົນລາວ, ໂດຍສະເພາະແມ່ນນັກສຶກສາລາວທີ່ພວມດຳລົງຊີວິດ ແລະຮ່ຳຮຽນຢູ່ທີ່ນີ້. ພາກໃຕ້ໄດ້ມີສະມາຄົມມິດຕະພາບຫວຽດນາມ-ລາວ 16 ແຫ່ງ ແລະໃນປີ 2021 ຈະສ້າງຕັ້ງສະມາຄົມມິດຕະພາບຕື່ມອີກ 2 ແຫ່ງຢູ່ແຂວງຕ່ຽນຢາງ ແລະໄຕນິງ. ຄາດວ່າ, ຫຼາຍກິດຈະກຳພົບປະແລກປ່ຽນວັດທະນະທຳ, ສຶກສາລະຫວ່າງປະຊາຊົນສອງປະເທດຈະໄດ້ດຳເນີນຢູ່ບັນດາແຂວງພາກໃຕ້ຫວຽດນາມ ໃນປີ 2021.

ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ຕີລາຄາສູງບັນດາຄວາມມານະພະຍາຍາມໃນວຽກງານສັນຕິພາບ, ມິດຕະພາບຂອງ VUFO ແລະບັນດາອົງການຈັດຕັ້ງສະມາຊິກ; ເນັ້ນໜັກວ່າ ນີ້ແມ່ນໜຶ່ງໃນບັນດາພື້ນຖານເພື່ອສະໜິດຕິດພັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ. ທ່ານນາງ ພິມພາ ແກ້ວມີໄຊ ໃຫ້ຮູ້ວ່າ ສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ໄດ້ ແລະຈະສືບຕໍ່ສົມທົບກັນ, ໜູນຊ່ວຍຫຼາຍທ້ອງຖິ່ນຢູ່ພາກໃຕ້ຫວຽດນາມ ໃນວຽກງານພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ.

ເນື່ອງໃນໂອກາດບຸນປີໃໝ່, ທ່ານນາງ ພິມພາ ແກ້ວມີໄຊ ສົ່ງພອນໄຊອັນປະເສີດທີ່ສຸດເຖິງ VUFO ແລະບັນດາອົງການຈັດຕັ້ງສະມາຊິກຢູ່ບັນດາທ້ອງຖິ່ນພາກໃຕ້; ຢັ້ງຢືນນ້ໍາໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດຈະພັດທະນາຢ່າງບໍ່ຢຸດຢັ້ງ, ໝັ້ນແກ່ນຕະຫຼອດໄປ.

ໂດຍ: ແສງເດືອນ