ໂດຍປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ຫ່າງຈາກນີ້ 60 ປີ (ວັນທີ 22 ມີນາ 1961), ກຸ່ມນັກຊ່ຽວຊານຕໍາຫຼວດຊຸດທໍາອິດຂອງຫວຽດນາມ ໄດ້ຈັດສົ່ງໄປປະຕິບັດໜ້າທີ່ສາກົນຢູ່ລາວ ເພື່ອແນໃສ່ໜູນຊ່ວຍປະເທດເພື່ອນມິດກໍ່ສ້າງ ແລະພັດທະນາກໍາລັງ, ສ້າງຂີດໝາຍໃຫ້ແກ່ການຮ່ວມມືລະຫວ່າງກຳລັງຕຳຫຼວດສອງປະເທດ. ບົນຈິດໃຈສາກົນກຳມາຊີບ, ໃນຊຸມປີຕໍ່ມາ, ນັກຊ່ຽວຊານນັບຮ້ອຍຄົນຂອງກະຊວງຕຳຫຼວດຫວຽດນາມ ໄດ້ສົ່ງໄປໜູນຊ່ວຍລາວ ຕາມທິດນຳທີ່ວ່າ “ຮອບດ້ານ, ພື້ນຖານ, ຍາວນານ ແລະຕໍ່ເນື່ອງ”. ນັກຊ່ຽວຊານລຸ້ນຕ່າງໆບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລໍາບາກ, ຕໍ່ການເສຍສະຫຼະທຸກຢ່າງເພື່ອຊ່ວຍກຳລັງປ້ອງກັນຄວາມສະຫງົບລາວ ໃຫ້ເຕີບໃຫຍ່ ແລະພັດທະນາ.

leftcenterrightdel
ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈຳລາວ ຫວນຄືນບັນດາຂີດໝາຍພົ້ນເດັ່ນໃນໄລຍະ 60 ປີແຫ່ງການຮ່ວມມື, ຊ່ວຍເຫຼືອ ແລະພັດທະນາຂອງກຳລັງຕຳຫຼວດສອງປະເທດຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ເມື່ອແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ວຽງຈັນ, ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ພາຍຫຼັງກຳລັງປ້ອງກັນຄວາມສະຫງົບລາວ ໄດ້ສ້າງຕັ້ງຢ່າງເປັນທາງການດ້ວຍຊື່ເອີ້ນທີ່ວ່າ ຄະນະປ້ອງກັນຄວາມສະຫງົບສູນກາງປີ 1961, ກະຊວງຕຳຫຼວດຫວຽດນາມ ຕົກລົງສົ່ງກຸ່ມນັກຊ່ຽວຊານຊຸດທໍາອິດມີ 3 ຄົນແມ່ນພະນັກງານດີເດັ່ນທີ່ສຸດໄປຊ່ວຍກຳລັງປ້ອງກັນຄວາມສະຫງົບລາວ. ເພື່ອຮັບໃຊ້ວຽກງານຢ່າງຍາວນານ, ກໍາລັງນັກຊ່ຽວຊານຫວຽດນາມ ໄດ້ສົມທົບຊ່ວຍກຳລັງປ້ອງກັນຄວາມສະຫງົບລາວ ສ້າງກົງຈັກການຈັດຕັ້ງ, ກໍ່ສ້າງພະນັກງານ ແລະເລືອກເອົາຜູ້ທີ່ມີກໍາລັງຄວາມສາມາດເພື່ອສົ່ງໄປກໍ່ສ້າງຢູ່ຫວຽດນາມ.

ຕາມທ່ານພົນໂທ ວິໄລ ຫຼ້າຄຳຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລ້ວ, ໃນໄລຍະ 60 ປີຜ່ານມາ, ບັນດານັກຊ່ຽວຊານຕໍາຫຼວດຫວຽດນາມ ໄດ້ຊ່ວຍລາວໃນຫຼາຍຂົງເຂດ, ຄື: ກໍ່ສ້າງກໍາລັງ, ຮັບປະກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ແລກປ່ຽນບົດຮຽນ ແລະແນະນໍາໃຫ້ກຳລັງປ້ອງກັນຄວາມສະຫງົບລາວ ກ່ຽວກັບວຽກງານປົກປ້ອງເປົ້າໝາຍ, ປົກປ້ອງການນຳພັກ ແລະລັດ, ແລກປ່ຽນບົດຮຽນໃນວຽກງານຂົນຂວາຍມະຫາຊົນ... ສາມາດເວົ້າໄດ້ວ່າ, ບັນດານັກຊ່ຽວຊານຕໍາຫຼວດຫວຽດນາມ ຢູ່ລາວ ໄດ້ປະຕິບັດສຳເລັດໜ້າທີ່ໃນໄລຍະຕໍ່ສູ້ປົດປ່ອຍຊາດ.

ທ່ານພົນໂທ ວິໄລ ຫຼ້າຄຳຟອງ ຢັ້ງຢືນວ່າ: “ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ແລະຮັບຮູ້ການເສຍສະຫຼະຊີວິດຂອງນັກຊ່ຽວຊານຕໍາຫຼວດຫວຽດນາມລຸ້ນຕ່າງໆທີ່ມີຕໍ່ການປະຕິວັດລາວ. ບັນດາການນໍາພັກ, ລັດຫວຽດນາມ ລຸ້ນຕ່າງໆໄດ້ຈັດສົ່ງລູກ, ຫຼານ, ພະນັກງານດີເດັ່ນທີ່ສຸດມາຊ່ວຍການປະຕິວັດລາວ”.

ຕາມທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ ແລ້ວ, ການກໍາເນີດຂອງອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈຳ  ລາວ ແມ່ນຄວາມຮັບຮູ້ຂອງສອງພັກ, ສອງລັດທີ່ມີຕໍ່ການພັດທະນາການຮ່ວມມືສາກົນລະຫວ່າງກຳລັງຕຳຫຼວດປະຊາຊົນສອງປະເທດ, ຈາກນີ້ວຽກງານນັກຊ່ຽວຊານຂອງກຳລັງຕຳຫຼວດຫວຽດນາມ ຢູ່ລາວ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ການເປີດກວ້າງການພົວພັນກັບບັນດາກະຊວງ, ຄະນະ, ຂະແໜງການຂອງລາວ, ຮັດແໜ້ນສາຍພົວພັນກັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ. ອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈຳ ລາວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຜັນຂະຫຍາຍ ແລະສົມທົບກັນຜັນຂະຫຍາຍໜ້າທີ່ວຽກງານດ້ານວິຊາການຂອງສອງກະຊວງ, ພ້ອມທັງຕັ້ງໜ້າໂຄສະນາກ່ຽວກັບມູນເຊື້ອການພົວພັນ, ການຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ...

ທ່ານພົນໂທ ວິໄລ ຫຼ້າຄຳຟອງ ເນັ້ນໜັ້ກວ່າ ມາຮອດປະຈຸບັນ, ກະຊວງຕຳຫຼວດຫວຽດນາມ ຍັງສືບຕໍ່ໜູນຊ່ວຍລາວ ກ່ຽວກັບພື້ນຖານວັດຖຸ, ແກ້ໄຂຄວາມຫຍຸ້ງຍາກ, ໜ້າທີ່ວຽກງານທີ່ຍັງຄົງຄ້າງ. ເພື່ອໃຫ້ການຮ່ວມມືລະຫວ່າງກໍາລັງຕໍາຫຼວດສອງປະເທດຫວຽດນາມ ແລະລາວ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບກໍາລັງຕໍາຫຼວດຫວຽດນາມ ໃນບາງຂົງເຂດ, ຄື: ບໍາລຸງສ້າງວິຊາການ IT; ກໍ່ສ້າງຊັບພະຍາກອນມະນຸດ...

ສາມາດເວົ້າໄດ້ວ່າ ການພົວພັນທີ່ສະໜິດຕິດພັນ ແລະການຮ່ວມສໍາພັນສູ້ຮົບລະຫວ່າງກຳລັງຕຳຫຼວດປະຊາຊົນຫວຽດນາມ ແລະລາວ, ພິເສດແມ່ນບັນດາວິລະກໍາ, ຜົນງານເຊິ່ງກໍາລັງນັກຊ່ຽວຊານຕໍາຫຼວດຫວຽດນາມ ໄດ້ພ້ອມກັບກຳລັງປ້ອງກັນຄວາມສະຫງົບລາວ ບັນລຸໄດ້ໃນຕະຫຼອດໄລຍະ 60 ປີຜ່ານມາໄດ້ປະກອບສ່ວນປັບປຸງນໍ້າໃຈສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ