ທີ່ພິທີ, ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າອົງການຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະປະຊາຊົນລາວບັນດາເຜົ່າອ້າຍນ້ອງທີ່ໄດ້ສະໜັບສະໜູນ ແລະຊ່ວຍເຫລືອບັນດານັກຊ່ຽວຊານຫວຽດນາມ ໃນໄລຍະຕ່າງໆ; ຂອບໃຈກຳລັງປ້ອງກັນຄວາມສະຫງົບລາວ ທີ່ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກຳລັງນັກຊ່ຽວຊານຫວຽດນາມ ໃນຊຸມເດືອນປີທີ່ຫຍຸ້ງຍາກ, ລຳບາກ; ຢືນຢັນວ່າ, ກຳລັງຕຳຫຼວດຫວຽດນາມ ຈະສືບຕໍ່ສົມທົບກັບກຳລັງປ້ອງກັນຄວາມສະຫງົບລາວ ສືບທອດມູນເຊື້ອຂອງກຳລັງຕຳຫຼວດຮຸ່ນກ່ອນ, ພ້ອມກັນຮ່ວມມືຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ປະເທດ ແລະຄວາມຜາສຸກຂອງປະຊາຊົນສອງປະເທດລາວ - ຫວຽດນາມ ອ້າຍນ້ອງ.

leftcenterrightdel
ບັນຍາກາດທີ່ພິທີສູດໄຊຍະມຸງຄຸນ. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ອົງການຜູ້ຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ໄດ້ສົມທົບກັບພະສົງສໍາມະເນັນ, ພຸດທະສາສະນິກກະຊົນຂອງສອງປະເທດຈັດພິທີສູດໄຊຍະມຸງຄຸນໃຫ້ບັນດາວິລະຊົນກຳລັງຕຳຫຼວດຂອງສອງປະເທດເວົ້າສະເພາະ ແລະບັນດາວິລະຊົນສອງປະເທດເວົ້າລວມທີ່ໄດ້ເສຍສະຫລະຊີວິດໃນໄລຍະຕໍ່ສູ້ປົກປັກຮັກສາປະເທດຊາດ, ພ້ອມທັງ, ມອບເຄື່ອງອຸປະກອນຮັບໃຊ້ຫ້ອງການຈຳນວນໜຶ່ງໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບແຂວງຫົວພັນ ແລະເມືອງວຽງໄຊ; ມອບຂອງຂວັນ 100 ພູດໃຫ້ບັນດາຄອບຄົວປະຊາຊົນບັນດາເຜົ່າລາວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງວຽງໄຊ.

ໂດຍ: ທະນາພອນ