ປີນີ້, ແມ່ເຖົ້າ ໂຮ່ທິເມິງ ອາຍຸໄດ້ 100 ປີ ແລ້ວ. ເມື່ອເວົ້າເຖິງ “ພວກອ້າຍນ້ອງ” ຢູ່ບ້ານອາຊອກ, ລາວ ເວົ້າວ່າ “ໂອຍ! ລ້ວນແຕ່ແມ່ນຊົນເຜົ່າເວິນກ່ຽວ, ເຖິງວ່າເປັນຄົນລາວ, ຄົນຫວຽດ, ເວລາໃດກໍ່ແມ່ນອ້າຍນ້ອງກັນຫັ້ນແລະ”. ແລະເຮືອນຫຼາຍຫຼັງຢູ່ບ້ານອາຊອກ, ຍັງແຂວນຮູບພາບຂອງປະທານໂຮ່ຈີມິນ ໄວ້ຄຽງຂ້າງກັບຮູບພາບຂອງປະທານ ໄກສອນ ພົມວິຫານ ແລະປະທານ ສຸພາ ນຸວົງ. ຍາມບຸນເຕັດອາຢາ, ປະຊາຊົນເຜົ່າເວິນກ່ຽວຢູ່ບ້ານຊາເຈິ່ມ ໄດ້ນໍາເອົາເຂົ້າສານ, ເຫຼົ້າ, ໄກ່, ໝູມາບູຊາທີ່ຫໍບູຊາຢູ່ບ້ານອາຊອກ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ, ບັນພະບຸລຸດດົນບັນດານໃຫ້ດິນຟ້າອາກາດເອື້ອອຳນວຍ, ລະດູການເກັບກ່ຽວໄດ້ຮັບຜົນດີ. ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ແລະບຸນປີໃໝ່ຂອງລາວ, ໝົດທຸກຄົນຈະພາກັນນຸ່ງເຄື່ອງງາມທີ່ສຸດ ພ້ອມກັນຕ້ອນຮັບລະດູບານໃໝ່ທີ່ວຽນມາ.

leftcenterrightdel
ຄ້າຍທະຫານຊາຍແດນບານາງ ມອບຂອງຂວັນໃຫ້ກໍາລັງປ້ອງກັນຊາຍແດນເມືອງສະໝ້ວຍ, ແຂວງສາລະວັນ (ລາວ). ພາບ: bienphong.com.vn.

ປີ 2009, ໂດຍໄດ້ຮັບການເຫັນດີຈາກອໍານາດການປົກຄອງທ້ອງຖິ່ນສອງຝ່າຍ, ບ້ານອາຊອກ ແລະບ້ານຊາເຈິ່ມ ໄດ້ແຮກສ່ຽວນຳກັນ. ຈາກນັ້ນ, ປະຊາຊົນບໍ່ພຽງແຕ່ມີຄວາມສະໜິດຕິດພັນນໍາກັນເທົ່ານັ້ນ ຫາກຍັງຊ່ວຍເຫຼືອກັນໃນການທໍາມາຫາກິນ, ປັບປຸງການດໍາລົງຊີວິດໃຫ້ດີຂຶ້ນ. ປະຊາຊົນບ້ານຊາເຈິ່ມ ໄດ້ມອບແນວພັນມັນຕົ້ນ ແລະແນະນໍາເຕັກນິກປູກໃຫ້ແກ່ພໍ່ແມ່ປະຊາຊົນບ້ານອາຊອກ. ຈາກນັ້ນ, ບ້ານທີ່ຢູ່ຕິດກັບຊາຍແດນຂອງເມືອງສະໝ້ວຍ ກໍ່ຄ່ອຍໆຂຽວໄປດ້ວຍປະເພດຕົ້ນໄມ້ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກທີ່ປະຊາຊົນຫວຽດນາມ ມອບໃຫ້.

ໃນເລື່ອງລາວກ່ຽວກັບນໍ້າໃຈສາມັກຄີຫວຽດນາມ-ລາວ ອ້າຍນ້ອງ, ປະຊາຊົນບ້ານອາຊອກ ແລະບ້ານຊາເຈິ່ມ ມັກຈະເວົ້າເຖິງທະຫານຊາຍແດນ ທີ່ຄ້າຍທະຫານຊາຍແດນບານາງ. ປີນີ້, ພະຍາດໂຄວິດ-19 ແຜ່ລະບາດ, ໄດ້ປິດດ່ານຊາຍແດນ, ເກີດນໍ້າຖ້ວມ, ເສັ້ນທາງເຊາະເຈື່ອນ, ລົດຕ່າງໆ, ສິນຄ້າບໍ່ສາມາດຈໍລະຈອນໄດ້, ປະຊາຊົນຢູ່ບ້ານອາຊອກ ແລະບ້ານຊາເຈິ່ມ ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຕໍ່ໜ້າຄວາມຫຍຸ້ງຍາກດັ່ງກ່າວ, ຄ້າຍທະຫານຊາຍແດນບານາງ ໄດ້ຂົນຂວາຍ, ເຊື່ອມຕໍ່ກັບນັກອຸປະຖໍາ, ຜູ້ໃຈບຸນໃຈກຸສົນໜູນຊ່ວຍເຂົ້າສານ, ໝີ່ສໍາເລັດຮູບ, ຜ້າອັດປາກອັດດັງ, ນໍ້າຢາຂ້າເຊື້ອໃຫ້ແກ່ປະຊາຊົນໃນບໍລິເວນ.

ຄົນລາວ ຢູ່ບ້ານອາຊອກ ແມ່ນບໍ່ມີຮີດຄອງປະເພນີກິນກຸດ, ແຕ່ຮອດທ້າຍປີ, ເຂົາເຈົ້າຍັງກະກຽມເຫຼົ້າ, ໄກ່, ເຂົ້າສານເພື່ອພ້ອມກັນເອົາໄປມອບໃຫ້ພວກອ້າຍນ້ອງຢູ່ຫວຽດນາມ.  ເຖິງວ່າການດໍາລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່່ເຂົາເຈົ້າກໍ່ໄດ້ນຳເອົາວັດຖຸສິ່ງຂອງເຫຼົ່ານັ້ນໄປມອບໃຫ້ ເຖິງຈະໜ້ອຍແຕ່ກໍ່ເປັນການສະແດງໃຫ້ເຫັນນ້ຳໃຈ, ອາລົມຈິດຄວາມຮັກແພງ, ສະນັ້ນທັງຜູ້ໃຫ້ ແລະຜູ້ຮັບລ້ວນແຕ່ຮູ້ສຶກດີໃຈຫຼາຍ. ກ່ອນທີ່ຈະຮອດບຸນປີໃໝ່ປະຈໍາຊາດ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ, ຄ້າຍທະຫານຊາຍແດນບານາງ ໄດ້ມອບເຂົ້າສານ, ເຄື່ອງຂອງທີ່ຈໍາເປັນໃຫ້ແກ່ປະຊາຊົນບ້ານອາຊອກ, ໂຮ່, ຕ່າຣຽບ ແລະກໍາລັງປ້ອງກັນຊາຍແດນເມືອງສະໝ້ວຍ.

leftcenterrightdel
ຄ້າຍທະຫານຊາຍແດນບານາງ ແລະຜູ້ໃຈບຸນໃຈກຸສົນ ມອບຂອງຂວັນໃຫ້ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. ພາບ: bienphong.com.vn.

ພະນັກງານ, ນັກຮົບກໍ່ໄດ້ມອບຂອງຂວັນໃຫ້ນ້ອງ ໂຮ່ວັນຊັກ (ບ້ານອາຊອກ) ແມ່ນນັກຮຽນທີ່ໄດ້ຮັບອຸປະກາລະຕາມລາຍການ “ຊ່ວຍນ້ອງໄປໂຮງຮຽນ”.  ຄອບຄົວນ້ອງຊັກ ທຸກຍາກ, ແຕ່ທຸກຄົນໃນບ້ານໃຜກໍ່ຮູ້ຈັກວ່ານ້ອງຊັກ ດຸໝັ່ນຂະຫຍັນພຽນຕໍ່ການຮໍ່າຮຽນທີ່ສຸດ.  ສະນັ້ນ, ຄ້າຍທະຫານຊາຍແດນບານາງ ຕັ້ງບັນຫາຂຶ້ນວ່າຢາກອຸປະກາລະນັກຮຽນຄົນໜຶ່ງ, ທຸກຄົນລ້ວນແຕ່ໃຫ້ການສະໜັບສະໜູນ ແລະແນະນໍານ້ອງຊັກ. ປີນີ້ຍ້ອນເກີດພະຍາດໂຄວິດ-19, ຈຶ່ງບໍ່ສາມາດພົບປະກັນໄດ້, ແຕ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນບານາງ ຍັງສົ່ງຄໍາຕັກເຕືອນ, ບອກສອນ, ລະດົມກໍາລັງໃຈນ້ອງຊັກ ພະຍາຍາມໃຫ້ຫຼາຍກວ່ານີ້ອີກ.

ມື້ນັ້ນ, ຢູ່ດ່ານຊາຍແດນກອກ, ພວກຂ້າພະເຈົ້າ ໄດ້ພົບປະກັບນາຍບ້ານອາຊອກ ໂຮ່ວັນນັງ ພ້ອມກັບບາງຄົນໃນບ້ານ ໄດ້ນໍາເອົາໜໍ່ໄມ້, ເຫຼົ້າ, ໄກ່ມາໃຫ້ຍາດຕິພີ່ນ້ອງ “ກິນກຸດ”. ອາລົມຈິດຂອງປະຊາຊົນບ້ານອາຊອກ ເວລາໃດກໍ່ລຽບງ່າຍແຕ່ມີຄວາມຈິງໃຈ. ເພາະສະນັ້ນຢູ່ເຂດຊາຍແດນແຫ່ງນີ້, ລະດູບານໃໝ່ບໍ່ພຽງແຕ່ມີຕົ້ນໄມ້ອອກໜໍ່ຈໍ່ດອກເທົ່ານັ້ນ ຫາກຍັງມີນ້ຳໃຈຫວຽດນາມ-ລາວ ໃນເວລາທີ່ຫຍຸ້ງຍາກຍິ່ງສະໜິດຕິດພັນ, ໝັ້ນແກ່ນກວ່າອີກ...

ໂດຍ: ທູຈາງ