ຂອງຂວັນພິເສດ

ນີ້ແມ່ນກິດຈະກໍາພິເສດ ເຊິ່ງໃນການຢ້ຽມຢາມລາວ ໃນເດືອນພະຈິກ 2016, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ (ປະຈຸບັນແມ່ນເລຂາທິການໃຫຍ່, ປະທານປະເທດຫວຽດນາມ)  ໃນນາມພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ໄດ້ມອບໃຫ້ພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ ກິດຈະກໍາຫໍສະພາແຫ່ງຊາດຫຼັງໃໝ່ (ກິດຈະກໍາໄດ້ກໍ່ສ້າງຢູ່ສະໜາມຫຼວງທາດຫຼວງ, ໃຈກາງນະຄອນຫຼວງວຽງຈັນ).

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ມອບຂອງຂວັນໃຫ້ບັນດາພະນັກງານ, ນັກຮົບທີ່ເຮັດວຽກຢູ່ກິດຈະກໍາຫໍສະພາແຫ່ງຊາດລາວ ຫຼັງໃໝ່ ໃນວັນທີ 24 ກຸມພາ 2019. ພາບ: ຫື໊ວຫຼຽວ

ໃນໄລຍະເກືອບ 40 ປີແຫ່ງການກໍ່ສ້າງ, ພັດທະນາ ແລະເຕີບໃຫຍ່, ແມ່ທັບນ້ອຍໄດ້ກໍ່ສ້າງຫຼາຍໂຄງການ, ກິດຈະກໍາຈຸດສຸມຂອງກອງທັບ ແລະລັດດ້ວຍຄຸນຄ່າໃຫຍ່ດ້ານເສດຖະກິດ - ສັງຄົມ ແລະປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ດ້ວຍຍອດທຶນທັງໝົດນັບຫຼາຍພັນຕື້ດົ່ງ ໄດ້ຮັບການຕີລາຄາສູງ. ຫຼາຍກິດຈະກໍາທີ່ມີລະດັບຍຸດທະສາດ. ບັນດາກິດຈະກໍາດັ່ງກ່າວສ່ວນຫຼາຍໄດ້ຮັບການກໍ່ສ້າງໃນເງື່ອນໄຂຄວາມລັບ, ມີຄວາມຮຽກຮ້ອງຕ້ອງການດ້ານເຕັກນິກສູງ, ມີຄວາມຄືບໜ້າຢ່າງຮີບດ່ວນ, ຢູ່ເຂດຫ່າງໄກສອກຫຼີກ, ຫຍຸ້ງຍາກລໍາບາກ, ດິນຟ້າອາກາດຮ້າຍແຮງ, ແຕ່ບັນດາທະຫານແມ່ທັບນ້ອຍ ຍາມໃດກໍ່ຂ້າມຜ່ານຝົນຕົກແດດຮ້ອນ, ແຂ່ງຂັນກັນເພື່ອໜ້າທີ່, ຍາມໃດກໍ່ລື່ນກາຍຄວາມຄືບໜ້າ ແລະຄຸນນະພາບທີ່ວາງອອກ, ນັບມື້ນັບສ້າງອິດທິພົນຊື່ສຽງ ແລະຢືນຢັນເຄື່ອງໝາຍການຄ້າ, ກາຍເປັນກົມກອງເສດຖະກິດທີ່ເຂັ້ມແຂງຂອງກອງທັບ ແລະລັດ. ແມ່ທັບນ້ອຍ ແມ່ນກົມກອງໄດ້ຮັບນາມມະຍົດວິລະຊົນສອງຄັ້ງ: ວິລະຊົນກໍາລັງປະກອບອາວຸດປະຊາຊົນ ແລະວິລະຊົນແຮງງານ

ທ່ານພົນຈັດຕະວາ ຫງວຽນກ໊ວກຢຸງ, ຜູ້ບັນຊາການແມ່ທັບນ້ອຍ 11 ໄດ້ເວົ້າກ່ຽວກັບກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ດັ່ງນີ້: ແມ່ທັບນ້ອຍ 11 ໄດ້ຮັບປະມູນກໍ່ສ້າງເລີ່ມຈາກຄວາມໝາຍດ້ານການເມືອງອັນສູງສົ່ງຂອງກິດຈະກໍາ, ແມ່ນຂອງຂວັນພິເສດຂອງພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ, ສະນັ້ນກິດຈະກໍາຕ້ອງເຮັດແນວໃດໃຫ້ສວຍງາມທີ່ສຸດ, ກໍ່ສ້າງດີທີ່ສຸດ, ບໍ່ໃຫ້ເກີດສະພາບຈຳກັດ, ຮົ່ວໄຫຼເສຍຫາຍ, ຟຸມເຟືອຍ... ຍ້ອນເຫດນັ້ນ, ພັກ, ລັດ, ສະພາແຫ່ງຊາດ ແລະລັດຖະບານໄດ້ໄວ້ເນື້ອເຊື່ອໃຈມອບໝາຍການກໍ່ສ້າງກິດຈະກໍາດັ່ງກ່າວໃຫ້ກອງທັບ ແລະແມ່ທັບນ້ອຍ 11. ຈາກຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຫວັງດັ່ງກ່າວ, ກົມການເມືອງແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ຊີ້ນຳເລືອກເອົາແມ່ທັບນ້ອຍ 11 ເປັນຜູ້ຮັບເໝົາດໍາເນີນການກໍ່ສ້າງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່. ໃນວັນທີ 9 ສິງຫາ 2017, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ອອກຂໍ້ຕົກລົງເລກທີ 3184-QĐ/BQP ມອບໝາຍໜ້າທີ່ຜູ້ຮັບເໝົາກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ໃຫ້ແມ່ທັບນ້ອຍ 11.

ທັງດໍາເນີນການກໍ່ສ້າງ, ທັງຊ່ວຍປະເທດເພື່ອນມິດ

ເພື່ອປະຕິບັດໜ້າທີ່, ແມ່ທັບນ້ອຍໄດ້ຄັດເລືອກບັນດາສະຫາຍທີ່ມີຄວາມຮັບຜິດຊອບສູງ, ມີຄຸນສົມບັດທີ່ດີ, ມີລະດັບວິຊາສະເພາະສູງ, ບຸລິມະສິດຜູ້ທີ່ມີປະສົບການເປັນແກ່ນສານໃນການປະຕິບັດໜ້າທີ່.

ພະນັກງານ, ກຳມະກອນ ແລະວິສະວະກອນທີ່ມີວິຊາສະເພາະສູງນັບຫລາຍຮ້ອຍຄົນ, ເຄື່ອງຈັກ, ອຸປະກອນທີ່ທັນສະໄໝທີ່ນຳເຂົ້າຈາກຕ່າງປະເທດ ແລະຂອງຫວຽດນາມ ນັບຫຼາຍພັນໜ່ວຍໄດ້ຂົນສົ່ງເຂົ້າລາວ. ກິດຈະກໍາດໍາເນີນການກໍ່ສ້າງໃນສະພາບພະຍາດໂຄວິດ-19 ເກີດຂຶ້ນ, ສະນັ້ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ເຊິ່ງຄິດວ່າບໍ່ສາມາດຜ່ານຜ່າໄດ້. ວັດຖຸອຸປະກອນຫຼາຍປະເພດຕ້ອງຂົນສົ່ງຈາກຫວຽດນາມ ແລະຕ່າງປະເທດເຂົ້າລາວ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໃນຂະນະທີ່ຄວາມຄືບໜ້າບໍ່ອະນຸຍາດໃຫ້ຊັກຊ້າ.

leftcenterrightdel
ການນໍາແມ່ທັບນ້ອຍ 11 ມອບຂອງຂວັນຊ່ວຍເຫຼືອປະເທດເພື່ອນມິດລາວ ປ້ອງກັນ ແລະຕ້ານພະຍາດໂຄວິດ-19. ພາບ: ຫື໊ວຫຼຽວ

ທ່ານພັນໂທ ຫວູວັນຫຼຽວ, ຫົວໜ້າການເມືອງແມ່ທັບນ້ອຍ ໃຫ້ຮູ້ວ່າ: ການກໍ່ສ້າງດຳເນີນໃນລະດູຝົນທີ່ແກ່ຍາວແມ່ນປັດໄຈກໍ່ຄວາມກີດຂວາງທີ່ສຸດສຳລັບແມ່ທັບນ້ອຍ 11. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມຕັດສິນໃຈສູງ, ຄວາມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ພະນັກງານ ແລະກໍາມະກອນໄດ້ດໍາເນີນການກໍ່ສ້າງທັງກາງເວັນ, ກາງຄືນ ເພື່ອມີວິທີຮັບມືຢ່າງຮີບດ່ວນ ແລະມີປະສິດຕິຜົນ. ເພື່ອຍູ້ໄວຄວາມຄືບໜ້າ, ກິດຈະກໍາໄດ້ຮັບການກໍ່ສ້າງທັງວັນແດດຮ້ອນ ຫຼືວັນຝົນຕົກ, ວັກພັກຜ່ອນ ຫຼືວັນບຸນ, ບຸນເຕັດ.

ດ້ວຍບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ແມ່ທັບນ້ອຍບັນລຸໄດ້ເປົ້າໝາຍ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ມາຮອດປະຈຸບັນ, ແມ່ທັບນ້ອຍ 11 ໄດ້ປະຕິບັດສຳເລັດກິດຈະກຳຍ່ອຍເກືອບທັງໝົດແລ້ວ ແລະໄດ້ຮັບການຕີລາຄາສູງຈາກກະຊວງກໍ່ສ້າງຫວຽດນາມ ແລະລາວ. ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງສອງປະເທດ ກໍ່ພວມສົມທົບກັນຢ່າງແໜ້ນແຟ້ນ ເພື່ອບັນລຸເປົ້າໝາຍກໍ່ສ້າງສຳເລັດ ແລະເປີດນຳໃຊ້ຫໍສະພາແຫ່ງຊາດລາວຫຼັງໃໝ່ ໃນຕົ້ນປີ 2021.

ດ້ວຍຈິດໃຈຊ່ວຍເພື່ອນແມ່ນຊ່ວຍຕົນເອງ, ເສີມຂະຫຍາຍມູນເຊື້ອທະຫານລຸງໂຮ່, ແມ່ທັບນ້ອຍ ໄດ້ບໍລິຈາກເງິນເກືອບ 1,5 ຕື້ດົ່ງເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາແຂວງໃນປະເທດລາວ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນໍ້າຖ້ວມທີ່ເກີດຂຶ້ນໃນຕົ້ນເດືອນກັນຍາ 2018. ເມື່ອພະຍາດໂຄວິດ-19 ເກີດຂຶ້ນ, ແມ່ທັບນ້ອຍກໍ່ໄດ້ບໍລິຈາກເງິນ 500 ລ້ານກີບ ແລະເຄື່ອງຂ້າເຊື້ອອັດຕະໂນມັດ  25 ໜ່ວຍ ໃຫ້ປະເທດເພື່ອນມິດລາວ.

ຜ່ານຜ່າຄວາມຫຍຸ້ງຍາກກໍ່ສ້າງກິດຈະກໍາສໍາເລັດດ້ວຍຄຸນນະພາບສູງສຸດ

ບໍ່ເຄີຍມີກິດຈະກໍາໃດໄດ້ຮັບຄວາມເອົາໃຈໃສ່ ແລະຊີ້ນຳຢ່າງໃກ້ຊິດຄືດັ່ງກ່າວ. ຄວາມຫຍຸ້ງຍາກທີ່ວາງອອກໃນການກໍ່ສ້າງກິດຈະກໍາແມ່ນຕ້ອງສະແດງໃຫ້ໄດ້ສີສັນວັດທະນະທຳຂອງລາວ, ຝ່າຍປະເທດເພື່ອນມິດລາວ ຈັດຕັ້ງການອອກແບບ, ຫວຽດນາມ ແມ່ນຝ່າຍກໍ່ສ້າງດ້ວຍງົບປະມານຈໍາກັດ, ສະນັ້ນການຄິດໄລ່ຕ້ອງມີວິທະຍາສາດທີ່ສຸດ.

ແມ່ທັບນ້ອຍ ໄດ້ເຂົ້າຮ່ວມດ້ວຍຈິດໃຈຂອງທະຫານ, ຫຼັງຈາກໄດ້ຮັບຄຳສັ່ງແລ້ວກໍ່ຜັນຂະຫຍາຍໜ້າທີ່ໂດຍທັນທີ. ນັ້ນແມ່ນແບບແຜນ, ແມ່ນຮູບພາບຂອງທະຫານລຸງໂຮ່ ເຊິ່ງສະແດງອອກດ້ວຍຈິດໃຈໜ້າທີ່ໃດກໍ່ປະຕິບັດສໍາເລັດ.

ເພື່ອອັບເດັດເປັນປະຈໍາ ແລະຮັບປະກັນຄວາມຊັດເຈນ, ທັນການ ແລະຄວາມລັບ, ແມ່ທັບນ້ອຍ ໄດ້ສັ່ງ Viettel ສ້າງໂປແກຼມບໍລິຫານວຽກງານຂອງໂຄງການ, ສະນັ້ນເຖິງວ່າຈະຢູ່ຫວຽດນາມ ຫຼືລາວ ກໍ່ສາມາດແກ້ໄຂທຸກຄວາມຮຽກຮ້ອງຕ້ອງການຂອງວຽກງານ ກໍ່ຄືການຊີ້ນໍາຈາກຂັ້ນເທິງໄດ້ຢ່າງທັນການ. ກິດຈະກໍາຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກຄະນະຊີ້ນຳໂຄງການຫວຽດນາມ ໂດຍທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີ ແລະຄະນະຊີ້ນຳກໍ່ສ້າງຫໍສະພາແຫ່ງຊາດຢູ່ລາວ ໂດຍທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ເປັນຫົວໜ້າຄະນະພ້ອມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ. ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ລົງຢ້ຽມຢາມ, ກວດກາ, ຮັບຟັງລາຍງານກ່ຽວກັບສະພາບການ ແລະຄວາມຄືບໜ້າໃນການກໍ່ສ້າງກິດຈະກໍາ.

ຫວນຄືນວັນເລີ່ມລົງມືກໍ່ສ້າງ, ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ, ຫົວໜ້າຄະນະຊີ້ນຳກໍ່ສ້າງກິດຈະກໍາໄດ້ກ່າວຄໍາເຫັນດ້ວຍຄວາມຫວັງວ່າ "ຫໍສະພາແຫ່ງຊາດຫຼັງໃໝ່ ຈະເປັນສັນຍາລັກຂອງສາຍພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ - ຫວຽດນາມ ແລະຈະກາຍເປັນຊັບສົມບັດອັນລ້ຳຄ່າທີ່ປະໄວ້ໃຫ້ລູກຫຼານຂອງພວກເຂົາ”. ຄວາມຈິງໄດ້ພິສູດໃຫ້ເຫັນວ່າ ທະຫານແມ່ທັບນ້ອຍ 11 ສາມາດເຮັດໄດ້ສິ່ງດັ່ງກ່າວ. ໃນໄລຍະດຳເນີນການກໍ່ສ້າງ, ການນຳສູງສຸດຂອງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານລາວ ໄດ້ລົງຢ້ຽມຢາມ, ກວດກາກິດຈະກໍາ ແລະລ້ວນແຕ່ສະແດງຄວາມເຊື່ອໝັ້ນ ແລະຄວາມເພິ່ງພໍໃຈ.

ເມື່ອໄປຢ້ຽມຢາມ ແລະກວດກາກິດຈະກໍາດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕີລາຄາສູງ ແລະຍ້ອງຍໍວ່າ: ກິດຈະກໍາແມ່ນຂອງຂວັນພິເສດ ເຊິ່ງພັກ ແລະລັດ, ສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ, ສະພາແຫ່ງຊາດ ແລະປະຊາຊົນລາວ. ກິດຈະກໍາສວຍງາມ ແລະຍືນຍົງ, ບໍ່ພຽງແຕ່ຍືນຍົງຄົງຕົວມາເປັນເວລາຫຼາຍຮ້ອຍປີເທົ່ານັ້ນ ຫາກຍັງຍືນຍົງຄົງຕົວກັບການເວລາອີກດ້ວຍ, ມັນສວຍງາມປຽບເໝືອນດອກຈຳປາ, ປຽບເໝືອນນໍ້າໃຈມິດຕະພາບທີ່ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານລະຫວ່າງສອງປະເທດ”.

ຄາວຍັງມີຊີວິດ, ປະທານ ສຸພານຸວົງ ໄດ້ເວົ້າວ່າ: “...ຄວາມສາມັກຄີລາວ - ຫວຽດນາມ ສູງກວ່າພູເຂົາ, ຍາວກວ່າແມ່ນ້ຳ, ກ້ວາງກວ່າມະຫາສະໝຸດ, ແຈ້ງກວ່າເດືອນເພງ ແລະຫອມຫວນກວ່າດອກໄມ້ທີ່ຫອມກວ່າໝູ່ໝົດ. ປະທານ ໂຮ່ຈີມິນ ກໍ່ໄດ້ຢືນຢັນອີກວ່າ: “... ສອງຊາດລາວ - ຫວຽດນາມ ໄດ້ຝັງຄວາມຮັກຢູ່ໃນໃຈ; ຮົ່ງຮ່າທັງແມ່ຂອງບໍ່ເລິກປຸນປານໄດ້”.

ທະຫານແມ່ທັບນ້ອຍ 11 ໃນປະຈຸບັນພວມສືບຕໍ່ມູນເຊື້ອອັນສູງສົ່ງນັ້ນ.

ໂດຍ: ທະນາພອນ