ເຖິງວ່າຢູ່ໄກຈາກປະເທດຊາດ, ໄກຄອບຄົວ, ຄວາມແຕກຕ່າງກັນດ້ານພາສາ... ແຕ່ນັກສຶກສາເຫຼົ່ານັ້ນໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ບືນຕົວຂຶ້ນໃນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຍາມໃດກໍ່ແມ່ນ "ທູດ" ຂອງນໍ້າໃຈມິດຕະພາບ, ການຮ່ວມມື, ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບຫວຽດນາມ-ລາວ.

leftcenterrightdel
ໂຮງຮຽນນາຍທະຫານບົກເລກ 1. ພາບ: ດີ່ງທາວ.

ຕາມທ່ານພັນເອກ ບຸ່ຍກວາງຮຸ່ງ, ເລຂາພັກ, ຫົວໜ້າການເມືອງພະແນກຄຸ້ມຄອງນັກສຶກສາສາກົນແລ້ວ, ໃນໂອກາດງານບຸນໃຫຍ່, ການສະເຫຼີມສະຫຼອງເຫດການສໍາຄັນຂອງປະເທດເພື່ອນມິດລາວ, ກົມກອງ ລ້ວນແຕ່ຈັດຕັ້ງການເຄື່ອນໄຫວທີ່ເໝາະສົມຄື: ງານແຂ່ງຂັນ, ງານມະຫາກໍາກິລາ, ວັດທະນະທໍາ, ສິລະປະ... ສ້າງບັນຍາກາດເບີກບານມ່ວນຊື່ນ, ມີການແຂ່ງຂັນຢ່າງຟົດຟື້ນລະຫວ່າງນັກສຶກສາສອງປະເທດ. ດ້ານອື່ນ, ການນໍາ, ຜູ້ບັນຊາການກົມກອງກໍ່ລະດົມກໍາລັງໃຈ, ລະດົມສົ່ງເສີມເປັນປະຈໍາ ແລະສ້າງທຸກເງື່ອນໄຂສະດວກເພື່ອນັກສຶກສາປະເທດເພື່ອນມິດລາວ ຮໍ່າຮຽນບັນລຸໄດ້ໝາກຜົນສູງທີ່ສຸດ; ນັກສຶກສາແຕ່ລະຄົນຍາມໃດກໍ່ປະຕິບັດເນື້ອໃນ, ຂໍ້ກຳນົດຂອງກົມກອງ, ປັບຕົວກັບແບບແຜນພື້ນຖານລະບຽບ, ການເຄື່ອນໄຫວຂອງໂຮງຮຽນໄດ້ຢ່າງວ່ອງໄວ. ວາທີນາຍຮ້ອຍ ຄຸກສະຄອນ ສີພັນດອນ, ນັກສຶກສາຫ້ອງ 1, ຊຸດທີ 38 ກໍ່ສ້າງນາຍທະຫານບັນຊາເສນາທິການທະຫານບົກຂັ້ນໝວດລະດັບມະຫາວິທະຍາໄລ, ພະແນກຄຸ້ມຄອງນັກສຶກສາສາກົນ ແບ່ງປັນວ່າ: “ພວກຂ້າພະເຈົ້າຍາມໃດກໍ່ຮັກແພງ, ອຸປະຖຳຄ້ຳຊູ, ຊ່ວຍເຫຼືອກັນບືນຕົວຂຶ້ນປະຕິບັດສຳເລັດໜ້າທີ່ ແລະມີສະຕິເພີ່ມພູນຄູນສ້າງ, ສ້າງນໍ້າໃຈສາມັກຄີລະຫວ່າງກອງທັບສອງປະເທດ”. ເມື່ອເວົ້າເຖິງຄວາມຮັບຜິດຊອບ, ອາລົມຈິດຄວາມຮັກແພງທີ່ມີຕໍ່ປະເທດຊາດ, ວາທີນາຍຮ້ອຍ ອາຄົມ ສີລີພັນຍາ, ນັກສຶກສາຫ້ອງ 1 ສະແດງວ່າ: “ມູນເຊື້ອ, ປະຫວັດສາດອັນອົງອາດກ້າຫານຂອງປະເທດຊາດ ຍາມໃດກໍ່ແມ່ນບ່ອນອີງເພື່ອໃຫ້ພວກຂ້າພະເຈົ້າພະຍາຍາມຢ່າງບໍ່ຢຸດຢັ້ງ. ລັດ, ກອງທັບປະຊາຊົນລາວ ມີຄວາມເຊື່ອໝັ້ນ, ສ້າງເງື່ອນໄຂເພື່ອໃຫ້ພວກຂ້າພະເຈົ້າໄດ້ມາຮໍ່າຮຽນຢູ່ຫວຽດນາມ. ນັ້ນບໍ່ພຽງແຕ່ແມ່ນຄວາມເອົາໃຈໃສ່ເທົ່ານັ້ນ ຫາກຍັງແມ່ນການຕັ້ງຄວາມຫວັງນຳຮຸ່ນໜຸ່ມ. ສະນັ້ນ, ພວກຂ້າພະເຈົ້າຕ້ອງອອກແຮງແຂ່ງຂັນຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມເມື່ອກັບຄືນປະເທດຈະເສີມຂະຫຍາຍຄວາມຮູ້ທີ່ໄດ້ຮຽນມາ, ຮັບໃຊ້ກອງທັບ, ປະເທດຊາດ ແລະປະຊາຊົນເປັນຢ່າງດີ”.

ໂດຍ: ເຈິ່ນຮວ່ຽນ