leftcenterrightdel
ກໍາມະກອນເຮັດວຽກທັງວັນບຸນເຕັດເພື່ອໃຫ້ກິດຈະກຳສໍາເລັດຖືກກັບຄວາມຄືບໜ້າ. ພາບ: vovworld.vn.

ໃນຂະນະນັ້ນ, ຢູ່ສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ວິສະວະກອນ, ກໍາມະກອນນັບຮ້ອຍຄົນ ຍັງເຮັດວຽກຢູ່ສະຖານທີ່ກໍ່ສ້າງ, ຜູ້ໃດກໍ່ພ້ອມແລ້ວທີ່ຈະສະຫຼະເວລາພັກຜ່ອນເພື່ອສໍາເລັດບັນດາກິດຈະກຳຍ່ອຍທີ່ຍັງເຫຼືອແນໃສ່ຮັບປະກັນຄວາມຄືບໜ້າ ແລະມອບສົ່ງກິດກະກໍາໃນທ້າຍໄຕມາດທີ I ປີ 2021.

ທ່ານພັນເອກ ເລວັນຖັ໊ງ, ຜູ້ບັນຊາການກໍ່ສ້າງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ໃຫ້ຮູ້ວ່າ: “ວັນພັກ, ວັນບຸນເກືອບທັງໝົດ, ພວກອ້າຍນ້ອງຍັງເຮັດວຽກຢູ່. ຄືໃນວັນນີ້, ເຖິງວ່າຈະແມ່ນວັນສຸດທ້າຍຂອງປີ 2020, ໃນຂະນະທີ່ບັນດາສະຖານທີ່ກໍ່ສ້າງອື່ນ, ກຳມະກອນທຸກຄົນໄດ້ພັກຜ່ອນ, ແຕ່ແມ່ທັບໜ້ອຍພວກຂ້າພະເຈົ້າ ກໍານົດວ່າຕ້ອງມີຄວາມມານະພະຍາຍາມສູງສຸດ, ເຮັດວຽກທັງວັນບຸນເຕັດເພື່ອປະຕິບັດສໍາເລັດໜ້າທີ່ ເຊິ່ງການນໍາສອງພັກ, ສອງລັດໄດ້ມອບໝາຍໃຫ້.

ໂດຍ: ທູຈາງ