ໃນເວລາສອງວັນ (22, 23-12), ກໍາລັງສອງຝ່າຍໄດ້ຈັດຕັ້ງການລາດຕະເວນປະສົມຢູ່ເຂດທະເລຕິດກັບເສັ້ນກຳນົດອ່າວພາກເໜືອໃນຂອບເຂດ 13 ຈຸດດ້ວຍໄລຍະທາງ 255,5 ໄມທະເລ, ແຕ່ທິດຕາເວັນອອກສ່ຽງໃຕ້ເກາະເຈິ່ນ 14 ໄມທະເລເຖິງທິດຕາເວັນອອກສ່ຽງເໜືອເກາະໂກ່ນກໍ໋ 48 ໄມທະເລ. ໃນການລາດຕະເວນ, ສອງຝ່າຍບໍ່ພົບເຫັນເປົ້າໝາຍໃດທີ່ຈຳເປັນຕ້ອງກວດກາ.

leftcenterrightdel
ທ່ານພັນເອກພິເສດ ເຈິ່ນວັນເທີ, ຫົວໜ້າຄະນະລາດຕະເວນຕຳຫຼວດທະເລຫວຽດນາມ ແລກປ່ຽນກັບຫົວໜ້າຄະນະລາດຕະເວນຕຳຫຼວດທະເລຈີນ ເຫັນດີຕໍ່ເນື້ອໃນ, ວິທີການລາດຕະເວນ. ພາບ: ວັນຈ໊ຽນ.

ກ່າວຄຳເຫັນທີ່ການແລກປ່ຽນຜ່ານລະບົບຕິດຕໍ່ສື່ສານສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຕີລາຄາສູງຄວາມມານະພະຍາຍາມ, ການຮ່ວມມື ແລະໝາກຜົນລວມຂອງການລາດຕະເວນຄັ້ງນີ້. ທັງສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ການລາດຕະເວນຄັ້ງນີ້ປະກອບສ່ວນຮັບປະກັນໃຫ້ການເຄື່ອນໄຫວຂຸດຄົ້ນສິນທະເລຂອງຊາວປະມົງໄດ້ດຳເນີນເປັນປົກກະຕິໃນໄລຍະສອງປະເທດຈັດຕັ້ງການເຈລະຈາກຳນົດບັນດາເນື້ອໃນຮ່ວມມືຕໍ່ໄປ. ພ້ອມກັນນັ້ນ, ການເຄື່ອນໄຫວນີ້ໄດ້ປະກອບສ່ວນຮັກສາ, ພັດທະນາສາຍພົວພັນສາມັກຄີ, ຖານບ້ານໃກ້ເຮືອນຄຽງມິດຕະພາບ, ກໍ່ສ້າງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ອ່າວພາກເໜືອ ແລະຄວາມສະໜິດສະໜົມ, ເປີດອົກເປີດໃຈ, ການພົວພັນສະໜິດຕິດແທດລະຫວ່າງກຳລັງຕຳຫຼວດທະເລ ແລະປະຊາຊົນສອງປະເທດຫວຽດນາມ-ຈີນ.

ໂດຍ: ແສງເດືອນ