ຫວຽດນາມ-ລາວ ແບ່ງປັນ ແລະຕິດພັນການຮ່ວມມືໃນຂົງເຂດອຸຕຸນິຍົມ

ຫວຽດນາມ ແລະລາວ ແມ່ນສອງປະເທດຕັ້ງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພູມີປະເທດຂອງສອງປະເທດຕິດພັນກັບສາຍພູຫຼວງ, ລວມທັງຄວາມຄ້າຍຄືກັນ ແລະຄວາມແຕກຕ່າງກັນ. ໃນເຄືອຂ່າຍແມ່ນໍ້າລຳເຊຫຼາຍກວ່າ 2.000 ສາຍຂອງຫວຽດນາມ ແລະລາວ, ມີແມ່ນໍ້າຂ້າມຊາຍແດນຫຼາຍສາຍ. ລະບົບແມ່ນໍ້າໃຫຍ່ຂອງປະເທດຫວຽດນາມ ແມ່ນແມ່ນໍ້າໃຫຍ່ຂ້າມຊາຍແດນກັບລາວ, ຄື: ແມ່ນໍ້າມ້າ, ແມ່ນໍ້າກ໊າ, ແມ່ນໍ້າເຊໂປນ...

ບໍ່ພຽງແຕ່ຕິດພັນກັນຈາກລະບົບອຸທົກກະສາດດ້ວຍແມ່ນໍ້າລຳເຊຂ້າມຊາຍແດນ ແລະແບ່ງປັນແຫຼ່ງຊັບພະຍາກອນນໍ້າຢູ່ຍ່ານລຸ່ມແມ່ນໍ້າເທົ່ານັ້ນ, ຫາກພາຍຸລູກຕ່າງໆ ຫລືຄວາມດັນອາກາດຕ່ຳເຂດຮ້ອນຈາກທະເລຕາເວັນອອກທີ່ເຄື່ອນເຂົ້າສູ່ປະເທດຫວຽດນາມ ສ່ວນຫຼາຍແມ່ນຂ້າມຊາຍແດນ ແລະອ່ອນຕົວລົງໃນບໍລິເວນປະເທດລາວ.

leftcenterrightdel
ທ່ານ ເລກົງແທັ່ງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຫວຽດນາມ ທີ່ກອງປະຊຸມກັບກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມລາວ ຢູ່ກົມອຸຕຸນິຍົມ - ອຸທົກກະສາດລາວ ປີ 2018. ພາບ: laodong.vn.

ນັບແຕ່ຊຸມປີຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດອາເມລິກາ, ທະຫານຫວຽດນາມ ໄດ້ນຳເອົາເຄື່ອງວັດແທກ ແລະສຳຫຼວດອຸຕຸນິຍົມ - ອຸທົກກະສາດເຄື່ອນທີ່ມາວັດແທກສະພາບອາກາດ ເພື່ອຮັບໃຊ້ການເປີດເສັ້ນທາງເຈື່ອງເຊີນ. ແມ່ທັບນ້ອຍ 12 ໄດ້ມອບບັນດາເຄື່ອງວັດແທກ ແລະສໍາຫຼວດອຸຕຸນິຍົມ-ອຸທົກກະສາດນັ້ນໃຫ້ຂະແໜງອຸຕຸນິຍົມ - ອຸທົກກະສາດ ແລະປະຈຸບັນໄດ້ເປັນວັດຖຸພັນທີ່ລໍ້າຄ່າໃນຫ້ອງມູນເຊື້ອຂອງຂະແໜງອຸຕຸນິຍົມ - ອຸທົກກະສາດຫວຽດນາມ.

ພາຍຫຼັງທີ່ສັນຕິພາບໄດ້ກັບຄືນມາ, ດ້ວຍຈິດໃຈຮ່ວມມືເພື່ອຊ່ວຍເຫຼືອເພື່ອນມິດ, ບັນດານັກຊ່ຽວຊານອຸຕຸນິຍົມ - ອຸທົກກະສາດຫວຽດນາມ ລຸ້ນຕ່າງໆໄດ້ສະໝັກໃຈໄປຊ່ວຍເຫຼືອປະເທດເພື່ອນມິດລາວ. ພະນັກງານ, ນັກຮຽນ, ນັກສຶກສາລາວ ນັບຫຼາຍພັນຄົນໄດ້ມາຮຽນຢູ່ໂຮງຮຽນສຶກສາພະນັກງານອຸຕຸນິຍົມ - ອຸທົກກະສາດຫວຽດນາມ, ມະຫາວິທະຍາໄລສັງລວມ. ນັກສຶກສາລາວ ຫຼາຍຄົນໄດ້ກາຍເປັນພະນັກງານຫຼັກແຫຼ່ງຂອງຂະແໜງອຸຕຸນິຍົມ - ອຸທົກກະສາດຂອງລາວ. ຫວຽດນາມ ໄດ້ຊ່ວຍເຫຼືອລາວ ໂດຍກົງໃນການພັດທະນາລະບົບເຄືອຂ່າຍວັດແທກອຸຕຸນິຍົມ-ອຸທົກກະສາດຢູ່ຕາມລຳແມ່ນໍ້າ ແລະເຂດທີ່ມີເອກະລັກສະເພາະ. ຫວຽດນາມ ໄດ້ຮັກສາການປະຕິບັດຫຼາຍໜ້າທີ່, ໂຄງການກ່ຽວກັບອຸຕຸນິຍົມ - ອຸທົກກະສາດກັບລາວ ໃນໄລຍະກ່ອນໜ້ານີ້, ຄື: ຕິດຕັ້ງ, ຍົກລະດັບສະຖານີວັດແທກອຸຕຸນິຍົມ - ອຸທົກກະສາດພາຍນອກ; ຍົກລະດັບລະບົບພະຍາກອນອຸຕຸນິຍົມ ແລະສາງຂໍ້ມູນອຸຕຸນິຍົມຂອງກົມອຸຕຸນິຍົມແຫ່ງ ສປປ ລາວ...

ນັບແຕ່ປີ 2011 ມາຮອດປະຈຸບັນ, ໃນຂອບເຂດຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ອົງການອຸຕຸນິຍົມໂລກ (WMO), ຫວຽດນາມ ໄດ້ສ້າງ, ພັດທະນາ ແລະຍົກສູງປະສິດທິຜົນໂຄງການພະຍາກອນອາກາດທີ່ເປັນໄພອັນຕະລາຍຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ (SWFP-SeA), ໃນນັ້ນ, ຫວຽດນາມ ໄດ້ຮັບການມອບໝາຍຈາກ WMO ໃຫ້ເປັນປະທານສູນໜູນຊ່ວຍການພະຍາກອນອາກາດພາກພື້ນ (RFSC ຮ່າໂນ້ຍ).

ຕາມທ່ານ ປອ ຢືດຶກຕ໊ຽນ, ສູນພະຍາກອນອຸຕຸນິຍົມ-ອຸທົກກະສາດແຫ່ງຊາດ ແລ້ວ, ນັບແຕ່ເມື່ອເຄື່ອນໄຫວດ້ານວິຊາສະເພາະ, ສູນໜູນຊ່ວຍການພະຍາກອນອາກາດພາກພື້ນດ້ວຍບັນດາຜະລິດຕະພັນເຕືອນໄພ, ພະຍາກອນອາກາດທີ່ເປັນໄພອັນຕະລາຍປະຈຳວັນໄດ້ຊ່ວຍໃຫ້ບັນດາປະເທດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມີບັນດາຜະລິດຕະພັນຮັບໃຊ້ໃຫ້ແກ່ການພະຍາກອນອາກາດຢ່າງມີປະສິດທິຜົນຕື່ມອີກ.

ບັນດາຂີດໝາຍແຫ່ງການຮ່ວມມື

ຫວ່າງມໍ່ໆມານີ້, ທີ່ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ ແລະລາວ, ໂດຍການເປັນປະທານຮ່ວມຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ, ການນໍາລັດຖະບານສອງປະເທດຫວຽດນາມ - ລາວ ໄດ້ເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຊຸກຍູ້ການຮ່ວມມືກ່ຽວກັບການພະຍາກອນອາກາດ ແລະການເຕືອນໄພພິບັດທາງທຳມະຊາດລະຫວ່າງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂອງສອງປະເທດ. ຕາມບົດບັນທຶກຊ່ວຍຈຳດັ່ງກ່າວແລ້ວ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຫວຽດນາມ ຈະໜູນຊ່ວຍກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມລາວ ຍົກສູງກໍາລັງຄວາມສາມາດໃນການພະຍາກອນອາກາດປະຈຳວັນ ແລະການເຕືອນໄພພິບັດທາງທຳມະຊາດ; ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະການປ້ອງກັນໄພພິບັດທາງທຳມະຊາດທັງຢູ່ພາຍໃນປະເທດ ແລະພາກພື້ນ....

leftcenterrightdel
ຄະນະປະຕິບັດງານກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມລາວ ຢ້ຽມຢາມກົມໃຫຍ່ອຸຕຸນິຍົມ - ອຸທົກກະສາດຫວຽດນາມ ປີ 2019. ພາບ: laodong.vn.

ຕາມທ່ານ ສຈ.ປອ ເຈິ່ນຮົ່ງທ໊າຍ ແລ້ວ, ການຮ່ວມມືດ້ານອຸຕຸນິຍົມ - ອຸທົກກະສາດ ຫວຽດນາມ-ລາວ ໄດ້ຕິດພັນຈາກມູນເຊື້ອສະໜິດຕິດແໜ້ນຢ່າງໝັ້ນແກ່ນຫວຽດນາມ - ລາວ ໃນປະຫວັດສາດ. ນັ້ນແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອໃຫ້ສອງປະເທດພ້ອມກັນຕັດສິນໃຈປະຕິບັດເປົ້າໝາຍໃນຍຸດທະສາດພັດທະນາຂອງ WMO ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ. ບັນດາໝາກຜົນ ເຊິ່ງຂະແໜງອຸຕຸນິຍົມ - ອຸທົກກະສາດຫວຽດນາມ ແລະລາວ ພ້ອມກັນມຸ່ງໄປເຖິງແມ່ນເພື່ອແນໃສ່ຮັບໃຊ້ໃຫ້ແກ່ແຜນການດໍາເນີນງານ Senda ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທາງທຳມະຊາດໄລຍະ 2015-2030...

ຜ່ານຜ່າຊຸມເດືອນປີ, ມາຮອດປະຈຸບັນ, ຂີດໝາຍຮ່ວມມືໃນຂະແໜງອຸຕຸນິຍົມ - ອຸທົກກະສາດລະຫວ່າງສອງປະເທດຍາມໃດກໍ່ເຂັ້ມຂຸ້ນໄປດ້ວຍຂີດໝາຍຂອງພະນັກງານຄຸ້ມຄອງເຄືອຂ່າຍອຸຕຸນິຍົມ-ອຸທົກກະສາດຫວຽດນາມ ຢູ່ດິນແດນປະເທດລາວ ດ້ວຍສະຖານີຢູ່ເມືອງໂຂງ, ປາກເຊ ຫຼື ປາກຊັນ ຢູ່ພາກໃຕ້ຂອງລາວ.    ນອກຈາກນັ້ນ, ສອງປະເທດຍັງມີການແບ່ງປັນກ່ຽວກັບຕົວເລກສະຖິຕິຣາກາ, ອາກາດ ຈະສືບຕໍ່ພັດທະນາການຮ່ວມມືດ້ານອຸຕຸນິຍົມ - ອຸທົກກະສາດຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່.

ໂດຍ: ທະນາພອນ