leftcenterrightdel
ກອງປະຊຸມສະຫຼຸບແຜນການສັງລວມປະຕິບັດວຽກງານເພີ່ມຄວາມຖີ່, ບູລະນະລະບົບຫຼັກໝາຍຊາຍແດນຫວຽດນາມ-ລາວ. ພາບ: baogiaothong.vn.

ແຂວງເງະອານ ມີຊາຍແດນແຫ່ງຊາດທາງບົກມີລວງຍາວ 468,281 ກິໂລແມັດ, ນອນໃນບໍລິເວນ 6 ເມືອງ, 27 ຕາແສງຊາຍແດນ, ຕິດກັບແຂວງຫົວພັນ, ຊຽງຂວາງ ແລະບໍລິຄໍາໄຊຂອງ ສປປ ລາວ. ໂດຍສືບທອດມູນເຊື້ອຂອງສອງປະເທດ, ໄລຍະ 2016-2020, ແຂວງເງະອານ ໄດ້ມີຫຼາຍການເຄື່ອນໄຫວທີ່ແທດຈິງກັບແຂວງບ້ານໃກ້ເຮືອນຄຽງເພື່ອສືບຕໍ່ເພີ່ມພູນຄູນສ້າງນ້ໍາໃຈມິດຕະພາບອ້າຍນ້ອງຫວຽດນາມ-ລາວ.

ຊ່ວຍເຫຼືອເພື່ອນພັດທະນາ

ເພື່ອປະຕິບັດການຊີ້ນໍາຂອງພັກ, ລັດ, ໄລຍະ 2016-2020, ແຂວງເງະອານ ໄດ້ນໍາໃຊ້ງົບປະມານຫຼາຍກວ່າ 500 ຕື້ດົ່ງເພື່ອຊ່ວຍເຫຼືອແຂວງຕ່າງໆຂອງເພື່ອນມິດລາວ. ລະອຽດ, ງົບປະມານສູນກາງແມ່ນ 355 ຕື້ດົ່ງ, ງົບປະມານແຂວງແມ່ນ 147 ຕື້ດົ່ງ.

ໃນຂະນະນັ້ນ, ໜ້າເອົາໃຈໃສ່ແມ່ນໂຄງການລົງທຶນກໍ່ສ້າງໂຮງໝໍມິດຕະພາບແຂວງຊຽງຂວາງ ໄດ້ນໍາໃຊ້ແຫຼ່ງທຶນຊ່ວຍເຫຼືອພັດທະນາໂດຍລັດຖະບານຫວຽດນາມ ອຸປະຖໍາ, ມອບໃຫ້ແຂວງເງະອານ ຜັນຂະຫຍາຍ, ດ້ວຍຍອດເງິນລົງທຶນກໍ່ສ້າງຂຶ້ນເຖິງ 497 ຕື້ດົ່ງ.

ຕາມການຊີ້ນໍາຂອງຄະນະກໍາມະການຮ່ວມມືຫວຽດນາມ-ລາວ, ວຽກງານຕິດຕັ້ງໃນໄຕມາດ II ປີ 2020 ຈະປະຕິບັດໃຫ້ສໍາເລັດ. ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບພະຍາດໂຄວິດ-19 ສະນັ້ນຕົ້ນເດືອນ ມີນາ 2020 ຕ້ອງໄດ້ຢຸດຕິການກໍ່ສ້າງ.

ນອກຈາກນັ້ນ, ແຂວງເງະອານ ກໍ່ສືບຕໍ່ຈັດແບ່ງເງິນລົງທຶນໃຫ້ 27 ຕາແສງທີ່ຢູ່ຕິດກັບຊາຍແດນລາວ ຈາກແຫຼ່ງທຶນໂຄງການລົງທຶນບັນດາຕາແສງຊາຍແດນຕາມຂໍ້ຕົກລົງເລກທີ 160/2007/ຕລ.ນຍ ຂອງນາຍົກລັດຖະມົນຕີກ່ຽວກັບການອະນຸມັດຜ່ານແຜນຮ່າງພັດທະນາເສດຖະກິດ-ສັງຄົມຂອງບັນດາຕາແສງຊາຍແດນຫວຽດນາມ-ລາວ.

ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ສົມທົບກັບຄະນະກໍາມະການອໍານາດການປົກຄອງເມືອງຈໍາພອນ, ແຂວງບໍລິຄໍາໄຊ, ສປປ ລາວ ກໍ່ສ້າງສຸກສາລາແພດທະຫານ-ສຸຂາພິບານປະຊາຊົນຢູ່ບ້ານໜຶ່ງ, ນໍ້າອອນ, ເມືອງໄຊຈໍາພອນ ດ້ວຍຍອດເງິນລົງທຶນກໍ່ສ້າງຂຶ້ນເຖິງ 14,9 ຕື້ດົ່ງ.

ການເຄື່ອນໄຫວລົງທຶນ, ຜະລິດ, ດໍາເນີນທຸລະກິດຂອງວິສາຫະກິດແຂວງເງະອານຢູ່ລາວ ສືບຕໍ່ໄດ້ຮັບການຍູ້ແຮງ. ແຂວງເງະອານ ໄດ້ຊີ້ນໍາເພີ່ມທະວີການສ້າງເງື່ອນໄຂສະດວກ ແລະສົ່ງເສີມໃຫ້ວິສາຫະກິດທີ່ສັງກັດຢູ່ທຸກພາກສ່ວນເສດຖະກິດ, ບັນດາທ້ອງຖິ່ນຢູ່ເສັ້ນຊາຍແດນລົງທຶນ, ຮ່ວມມືນໍາກັນບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມຕ້ອງການຂອງແຕ່ລະຝ່າຍຕາມກົດໝາຍສອງປະເທດ.

ປະຈຸບັນ, ມີວິສາຫະກິດປະມານ 90 ແຫ່ງຂອງແຂວງເງະອານໄດ້ລົງທຶນໂດຍກົງ, ດໍາເນີນທຸລະກິດເຂົ້າຕະຫຼາດລາວ. ບັນດາຂົງເຂດລົງທຶນ, ດໍາເນີນທຸລະກິດ, ລວມມີ: ຂຸດຄົ້ນຊັບພະຍາກອນແຮ່ທາດ, ເຂື່ອນໄຟຟ້ານໍ້າຕົກ, ປຸງແຕ່ງ ແລະດໍາເນີນທຸລະກິດກ່ຽວກັບໄມ້, ການທ່ອງທ່ຽວ, ຂົນສົ່ງ... ດ້ວຍຍອດເງິນລົງທຶນຂອງບັນດາໂຄງການແມ່ນກວ່າ 200 ລ້ານໂດລາສະຫະລັດ.

leftcenterrightdel
ແຂວງເງະອານ ພ້ອມກັບແຂວງບ້ານໃກ້ເຮືອນຄຽງຂອງເພື່ອນມິດລາວ ຈັດຕັ້ງກອງປະຊຸມ. ພາບ: baogiaothong.vn.

ເຊື່ອມຈອດການຈໍລະຈອນ, ຫຍັບເຂົ້າໃກ້ກັນ

ໄປຄຽງຄູ່ກັບການຊ່ວຍເຫຼືອ, ໜູນຊ່ວຍພັດທະນາຢ່າງເປັນທາງການ, ໄລຍະ 2016-2020, ແຂວງເງະອານ ກໍ່ເພີ່ມທະວີກັບເພື່ອນມິດລາວ ຮ່ວມມືບັນດາໂຄງການກໍ່ສ້າງໂຄງລ່າງຄົມມະນາຄົມ, ຂົນສົ່ງ ແລະຂຸດຄົ້ນໂຄງລ່າງຄົມມະນາຄົມ.

ປະຈຸບັນ, ຄະນະຄຸ້ມຄອງໂຄງການ 85 - ກະຊວງຄົມມະນາຄົມ ແລະຂົນສົ່ງໄດ້ປະຕິບັດສໍາເລັດບົດລາຍງານຄົ້ນຄວ້າການລົງທຶນກໍ່ສ້າງໂຄງການກໍ່ສ້າງເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ; ກໍາລັງຍື່ນໃຫ້ກະຊວງຄົມມະນາຄົມ ແລະຂົນສົ່ງອະນຸມັດ. ແຂວງເງະອານ ສືບຕໍ່ສົມທົບປະຕິບັດການຊີ້ນໍາຂອງລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງເພື່ອຜັນຂະຫຍາຍຂັ້ນຕໍ່ໄປ.

ແຂວງເງະອານ ກໍ່ໄດ້ໜູນຊ່ວຍແຂວງຫົວພັນ 9,96 ຕື້ດົ່ງອອກແບບ, ໂຄງການລົງທຶນກໍ່ສ້າງເສັ້ນທາງເຊື່ອມຕໍ່ຈາກເສັ້ນທາງລະຫວ່າງແຂວງ 3206, ເມືອງຊໍາໃຕ້, ແຂວງຫົວພັນ ໄປຫາດ່ານທົງທູ້, ເມືອງເກວ້ຝອງ, ແຂວງເງະອານ.

ກ່ຽວກັບການບໍລິການຂົນສົ່ງ, ມາຮອດປະຈຸບັນມີ 7 ຖ້ຽວຂົນສົ່ງຈາກນະຄອນ ວິງ, ແຂວງເງະອານ ໄປນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງ, ຊຽງຂວາງ, ບໍລິຄໍາໄຊ... ດ້ວຍ 158 ຖ້ຽວ/ເດືອນ. ນອກຈາກນັ້ນ, ຍັງມີຖ້ຽວຂົນສົ່ງແຂກທ່ອງທ່ຽວ ແລະຂົນສົ່ງສິນຄ້າ. ມີໄລຍະໜຶ່ງ, ແຂວງເງະອານກໍ່ໄດ້ຈັດຕັ້ງຂຸດຄົ້ນເສັ້ນທາງບິນຈາກວິງ (ເງະອານ) ໄປວຽງຈັນ (ລາວ).

ປະຕິິບັດຈົດໝາຍລັດຖະການເລກທີີ 38/2011/TT-BGTVT ລົງວັນທີ 18/5/2011 ຂອງກະຊວງຄົມມະນາຄົມ ແລະຂົນສົ່ງ, ອົງການທີ່ກ່ຽວຂ້ອງແຂວງເງະອານ ໄດ້ອອກໃບອະນຸຍາດຂົນສົ່ງຫວຽດນາມ-ລາວ ຢ່າງທັນການ ແລະວ່ອງໄວໃຫ້ພາຫະນະການຄ້າ ແລະບໍ່ເປັນການຄ້າເຄື່ອນໄຫວໄປມາລະຫວ່າງສອງປະເທດ, ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ວຽກງານເຂົ້າອອກເມືອງຂອງບັນດາພາຫະນະສອງປະເທດຫວຽດນາມ-ລາວ.

ນອກຈາກນັ້ນ, ບັນດາການເຄື່ອນໄຫວກ່ຽວກັບວັດທະນະທໍາ, ກິລາ, ທ່ອງທ່ຽວ, ການແພດ, ຂໍ້ມູນຂ່າວສານ; ບໍາລຸງສ້າງນັກຮຽນ, ນັກສຶກສາ, ພະນັກງານ... ວຽກງານແຮກສ່ຽວລະຫວ່າງບ້ານ-ບ້ານ; ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ... ກໍ່ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ.

ບັນດາໝາກຜົນນັ້ນໄດ້ ແລະກໍາລັງປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບຫວຽດນາມ-ລາວ.

ໂດຍ: ດັ້ງເກື່ອງ